吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ກ່າວ​ວ່າ​: ​ເຈດ​ຕະ​ນາ​​ໃດໆ​ທີ່ຍຸ​ແຍ່​ເພື່ອ​ຫວັງ​ທຳ​ລາຍ​ການ​ພົວ​ພັນ​ຈີນ-ຣັດ​ເຊຍ​ລ້ວນ​ແຕ່​ບໍ່​ໄດ້​ຜົນ​​ທັງ​ນັ້ນ

2021-12-02 15:40:46 cri

图片默认标题_fororder_微信图片_20211202154000

    ວັນ​ທີ 1 ທັນ​ວາ​ນີ້, ທ່ານ​ຫວ່າງ​ເວີນ​ປິ່ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ​ປະ​ຈຳ​ວ່າ: ການ​ປະ​ສານ​ງານ​ຍຸດ​ທະ​ສາດ​ລະ​ດັບ​ສູງ​ຈີນ-ຣັດ​ເຊຍ​ແມ່ນ​ການ​ຮັບ​ປະ​ກັນການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ແລະ​ສະ​ຖຽນ​ລະ​ພາບ​ຂອງ​ໂລກ​ຢ່າງ​ເຂັ້ມ​ແຂງ, ຈະ​ບໍ່​ມີ​ການ​ປ່ຽນ​ແປງ​ຍ້ອນ​ຜົນ​ກະ​ທົບຈາກ ພາຍນອກ.

    ຕາ​ມ​ຂ່າວ​ລາຍ​ງານ​ວ່າ: ທ່ານ ວາ​ລະ​ດີ​ເມຍ ​ປູ​ຕີນ ປະ​ທ​າ​ນາ​ທິບໍ​ດີ​ຣັດ​ເຊຍ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເວ​ທີປຶກ​ສາ​ຫາ​ລື​ການ​ລົງ​ທຶນ​ສາ​ກົນ​ໃນ​ຫົວ​ຂໍ້ “​ການ​ຮຽ​ກ​ຮ້ອງ​ຂອງຣັດ​ເຊຍ​​” ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້​ໂດຍ​ກ່າວ​ວ່າ: ອາ​ເມ​ຣິ​ກາ ແລະ​ປະ​ເທດ​ຕາ​ເວັນ​ຕົກ​ມັກ​ຂູ່​ຣັດ​ເຊຍ​ດ້ວຍ​ຄຳ​ເວົ້າ​ທີ່ວ່າ “ຈີນເປັນ​ໄພ​ຂົ່ມ​ຂູ່”, ແຕ່​ຣັດ​ເຊຍ​ຈະ​ບໍ່​​ຫລົງ​ເລ​ກົນ​ແບບ​ນັ້ນ. ຣັດ​ເຊຍ​ຈະ​ບໍ່​ຄື​ກັບ​ປະ​ເທດ​ສ່ວນ​ໜຶ່ງ​ໃນ​ທະ​ວີບ​ເອີ​ຣົບ​ທີ່ຫລຸດ​ການ​ຮ່ວມ​ມື​ກັບ​ຈີນ​ໃຫ້​ໜ້ອຍ​ລົງ​ຕາມ​ຍ້ອນ​ຄວາມ​ເວົ້າ​ຂອງ​ອາ​ເມ​ຣິ​ກາ.

    ໃນ​ເວ​ລາ​ຕອບ​ຄຳ​ຖາ​ມ​ທີ່​ກ່ຽວ​ຂ້ອງ​ຂອງ​ນັກ​ຂ່າວ, ທ່ານ​ຫວ່າງ​ເວີນ​ປິ່ນ​ກ່າວ​ວ່າ: ຈີນ​​ໄດ້ຍ້ອງ​ຍໍ​ຊົມ​ເຊີຍ​​ຕໍ່​ຄວາມ​ເຫັນ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ວາ​ລະ​ດີ​ເມຍ ປູ​ຕີນຢ່​າງ​ສູງ. ​ເຈດ​ຕະ​ນາ​​ໃດໆ​ທີ່ຍຸ​ແຍ່​ເພື່ອ​​ຫວັງທຳ​ລາຍ​ການ​ພົວ​ພັນ​ຈີນ-ຣັດ​ເຊຍລ້ວນ​ແຕ່​ ​ບໍ່​ໄດ້​ຜົນ​​ທັງນັ້ນ, ບໍ່​ວ່າ​ເປັນ​ຄຳ​ເວົ້າ​ທີ່​ວ່າ “ຈີນເປັນ​ໄພ​ຂົ່ມ​ຂູ່” ຫລື “ຣັດ​ເຊຍເປັນ​ໄພ​ຂົ່ມ​ຂູ່”​ກໍ​ຕາມ, ລ້ວນ​ແຕ່​ເປັນ​ຂໍ້​ອ້າງ​ທີ່​ສ້າງ​ຂຶ້ນ​ໂດຍ​ອາ​ເມ​ຣິ​ກາ​ເທົ່າ​ນັ້ນເພື່ອ​ປົກ​ປັກ​ຮັກ​ສາ​ຖາ​ນະ​ເຈົ້າ​ອຳ​ນາດ​ຂອງ​ຕົນ ແລະຕ້ານ​ກັບ​ກະ​ແສຫັນ​ເປັນ​ຫລາຍ​ຂົ້ວຂອງ​ໂລກ. ​ການ​ປະ​ສານ​ງານ​ຍຸດ​ທະ​ສາດ​ລະ​ດັບ​ສູງ​ຈີນ-ຣັດ​ເຊຍ​ແມ່ນ​ການ​ຮັບ​ປະ​ກັນການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ ແລະ​ສະ​ຖຽນ​ລະ​ພາບ​​ຂອງໂລກ​ຢ່າງ​ເຂັ້ມ​ແຂງ, ຈະ​ບໍ່​ມີ​ການ​ປ່ຽນ​ແປງ​ຍ້ອນ​ຜົນ​ກະ​ທົບຈາກພາຍນອກ. ຝ່​າຍ​ທີ່​ຕ້ອງ​ມີ​ການ​ປ່ຽ​ນ​ແປງ​ອັນ​ແທ້​ຈິງ​ນັ້ນ​ແມ່ນ​ອາ​ເມ​ຣິ​ກາ, ຖ້າ​ວ່າ​ອາ​ເມ​ຣິ​ກາ​ບໍ່​ປະ​ຖິ້ມ​ແນ​ວ​ຄິດ​ສົງ​ຄາມ​ເຢັນ ແລະ​​ແນວ​ຄິດ​ເຈົ້າ​ອຳ​ນາດ, ກໍ​ຈະ​ຖື​ເອົາ​ປະ​ເທດ​ຕ່າງໆ​ເປັນ​ໄພ​ຂົ່ມ​ຂູ່​ທັງ​ໝົດ.

ຄຳ​ເຫັນ

0