覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໂຄສົກກະຊວງການຕ່າງປະເທດຈີນຕອບໂຕ້ຖ້ອຍຄຳຂອງທ່ານຊິນໂຊະອາເບະກ່ຽວກັບບັນຫາໄຕ້ຫວັນ

2021-12-02 12:07:20 cri

ໂຄສົກກະຊວງການຕ່າງປະເທດຈີນຕອບໂຕ້ຖ້ອຍຄຳຂອງທ່ານຊິນໂຊະອາເບະກ່ຽວກັບບັນຫາໄຕ້ຫວັນ_fororder_王文斌

ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໃຫ້ທັດສະນະໃນກອງປະຊຸມຖະແຫລງຂ່າວປະຈຳໃນວັນທີ 1 ທັນວານີ້
 

   ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວໃນກອງປະຊຸມຖະແຫລງຂ່າວປະຈຳໃນວັນທີ 1 ທັນວານີ້ວ່າ: ທ່ານຊິນໂຊະອາເບະ ອະດີດນາຍົກລັດຖະມົນຕີຍີ່ປຸ່ນບໍ່ຫົວຊານຳຫລັກການພົວພັນສາກົນແລະເນື້ອໃນເອກະສານການເມືອງຮ່ວມ 4 ສະບັບລະຫວ່າງຈີນ-ຍີ່ປຸ່ນ, ໄດ້ວິຈານບັນຫາໄຕ້ຫວັນຢ່າງບັງອາດໂດຍບໍ່ມີຄວາມຮັບຜິດຊອບ ແລະວິຈານວຽກງານພາຍໃນຂອງຈີນຕາມລຳພັງໃຈ, ຈີນສະແດງຄວາມບໍ່ພໍໃຈຢ່າງຮຸນແຮງແລະເດັດດ່ຽວຄັດຄ້ານເລື່ອງນີ້ ແລະໄດ້ກ່າວປະທ້ວງຢ່າງເຄັ່ງຂຶມຜ່ານທາງການທູດແລ້ວ.
 

 ຕາມຂ່າວແຈ້ງວ່າ: ວັນທີ 1 ທັນວານີ້, ທ່ານຊິນໂຊະອາເບະ ອະດີດນາຍົກລັດຖະມົນຕີຍີ່ປຸ່ນໄດ້ກ່າວຄຳປາໄສຢູ່ເວທີປຶກສາຫາລືທີ່ກ່ຽວຂ້ອງຂອງອັນທີ່ເອີ້ນວ່າ “ສະຖາບັນຄົ້ນຄວ້ານະໂຍບາຍແຫ່ງຊາດ”ໄຕ້ຫວັນ ຜ່ານທາງວິດີໂອໂດຍອ້າງວ່າ: ຫາກໄຕ້ຫວັນພົບບັນຫາຫຍັງ, ກໍແມ່ນບັນຫາຂອງຍີ່ປຸ່ນ, ທັງແມ່ນບັນຫາຂອງພັນລະມິດຍີ່ປຸ່ນ-ອາເມຣິກາ, ຕໍ່ກັບເລື່ອງນີ້,  ປັກກິ່ງ ໂດຍສະເພາະຜູ້ນຳຈີນຢ່າສູ່ຕີລາຄຜິດພາດຢ່າງເດັດຂາດ.
 

   ທ່ານວ່າງເວີນປິ່ນກ່າວເນັ້ນວ່າ: ໄຕ້ຫວັນເປັນດິນແດນຂອງຈີນ, ຈະບໍ່ອະນຸຍາດໃຫ້ຄົນພາຍນອກເຕະຕ້ອງຢ່າງເດັດຂາດ. ຍີ່ປຸ່ນເຄີຍດຳເນີນການປົກຄອງແບບລ່າເມືອງຂຶ້ນຢູ່ໄຕ້ຫວັນເປັນເວລາດົນນານເຖິງເຄິ່ງສະຕະວັດ ແລະໄດ້ສ້າງໂທດກຳທີ່ໜັກໜ່ວງຢ່າງຫລວງຫລາຍ ຍີ່ປຸ່ນຕ້ອງຮັບຜິດຊອບໂທດກຳອັນໜັກໜ່ວງທີ່ໄດ້ເຮັດໄວ້ກັບປະຊາຊົນຈີນໃນປະຫວັດສາດ. ບໍ່ວ່າຜູ້ໃດກໍຕາມ ຢ່າສູ່ປະເມີນຕ່ຳຄວາມຕັດສິນໃຈອັນເຂັ້ມແຂງ ຈິດໃຈອັນເດັດດ່ຽວ ແລະຄວາມສາມາດທີ່ເຂັ້ມແຂງອັນໃຫຍ່ຫລວງຂອງປະຊາຊົນຈີນໃນການປົກປ້ອງອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນຂອງຊາດ. ບໍ່ວ່າຜູ້ໃດກໍຕາມ ທີ່ບັງອາດກ້າວເດີມຕາມຮອຍເກົ່າຂອງລັດທິຂຸນເສິກ, ທ້າທາຍເສັ້ນຫ້າມຂອງປະຊາຊົນຈີນ, ກໍຈະຕ້ອງປະລາໄຊຢ່າງເຈັບແສບແນ່ນອນ.

ຄຳ​ເຫັນ

0