覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເສັ້ນທາງລົດໄຟຈີນ-ລາວເປີດນຳໃຊ້ແລະໃຫ້ບໍລິການຕະຫລອດສາຍໃນວັນທີ 3 ທັນວານີ້

2021-12-03 17:25:11 ັcri

ເສັ້ນທາງລົດໄຟຈີນ-ລາວເປີດນຳໃຊ້ແລະໃຫ້ບໍລິການຕະຫລອດສາຍໃນວັນທີ 3 ທັນວານີ້_fororder_中老铁路
 

ວັນທີ 3 ທັນວາ 2021ນີ້, ເສັ້ນທາງລົດໄຟຈີນ-ລາວທີ່ ເຊື່ອມຕໍ່ນະຄອນຄຸນມິງແຂວງຢູນນານປະເທດຈີນ ຫານະຄອນຫລວງ ວຽງຈັນປະເທດລາວ ແລະນຳໃຊ້ມາດຕະຖານຈີນທົ່ວສາຍນັ້ນໄດ້ເປີດ ນຳໃຊ້ແລະໃຫ້ບໍລິການຢ່າງເປັນທາງການແລ້ວ. ທ່ານສີຈິ້ນຜິງ ເລຂາທິການ ໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດແຫ່ງສປ ຈີນ ແລະທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ໄດ້ຮ່ວມກັນເປັນສັກຂີພິຍານໃຫ້ກັບການເປີດນຳໃຊ້ທາງລົດໄຟຈີນ-ລາວ ໂດຍຜ່ານຮູບແບບວີດີໂອ. ໃນຖານະເປັນໂຄງການສັນຍະລັກມິດຕະພາບຈີນ-ລາວໃນຂອບ "ໜຶ່ງແລວໜຶ່ງເສັ້ນທາງ", ທາງລົດໄຟຈີນ-ລາວ ຈະເປັນການຮັບປະກັນອັນເຂັ້ມແຂງໃຫ້ແກ່ການສ້າງແລວເສດຖະກິດຈີນ-ລາວໃຫ້ສຳເລັດໄວຂຶ້ນກວ່າເກົ່າ ກໍຄືການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ.
 

ເສັ້ນທາງລົດໄຟຈີນ-ລາວເປີດນຳໃຊ້ແລະໃຫ້ບໍລິການຕະຫລອດສາຍໃນວັນທີ 3 ທັນວານີ້_fororder_中老铁路1
 

 ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງກຸ່ມລັດວິສາຫະກິດທາງລົດໄຟແຫ່ງຊາດຈີນໄດ້ໃຫ້ຮູ້ວ່າ: ທາງລົດໄຟຈີນ-ລາວມີຄວາມຍາວທັງໝົດ 1035 ກິໂລແມັດ, ເປັນທາງ ລົດໄຟສາກົນທີ່ເຊື່ອມຕໍ່ກັບຕາໜ່າງລົດໄຟຈີນໂດຍກົງ, ທາງເໜືອ ເລີ່ມຈາກນະ ຄອນຄຸນມິງ ແຂວງຢູນນານ ທາງພາກຕາເວັນຕົກສຽງໃຕ້ຂອງປະເທດຈີນ, ທາງໃຕ້ ເນັ່ງຜ່ານນະຄອນຢູ້ຍຊີ່, ນະຄອນພູເອີ, ກິ່ງແຂວງສິບສອງພັ່ນພາ, ຜ່ານ ດ່ານທາງລົດໄຟບໍ່ຫານປະເທດຈີນ ແລະດ່ານທາງລົດໄຟບໍ່ເຕັນປະເທດປະເທດລາວ ເຂົ້າສູ່ ເຂດພາກເໜືອລາວ ແລ້ວສືບຕໍ່ເນັ່ງຜ່ານແຂວງຫລວງນ້ຳທາ, ແຂວງອຸດົມໄຊ, ແຂວງຫລວງພະບາງ, ແຂວງວຽງຈັນ ໄປຈົນຮອດນະຄອນຫລວງວຽງຈັນ ປະເທດລາວ.
 

 ພາຍຫລັງທາງລົດໄຟຈີນ-ລາວເປີດນຳໃຊ້ແລະໃຫ້ບໍລິການແລ້ວ, ການເດີນທາງຈາກ ຄຸນມິງຫາບໍ່ຫານໄວສຸດຈະໃຊ້ເວລາ 5 ຊົ່ວໂມງ 20 ນາທີກໍໄປຮອດແລ້ວ, ຈາກ ບໍ່ເຕັນຫານະຄອນຫລວງວຽງຈັນ ໄວສຸດຈະໃຊ້ເວລາ 3 ຊົ່ວໂມງ 20 ນາທີ ກໍໄປຮອດແລ້ວ. ບວກກັບເວລາຜ່ານດ່ານ, ຜູ້ໂດຍສານທີ່ເດີນທາງຈາກຄຸນມິງ ຫານະ ຄອນຫລວງວຽງຈັນ ໄວສຸດຈະໃຊ້ເວລາປະມານ 10 ຊົ່ວໂມງກໍໄປຮອດແລ້ວ.
 

  ການເປີດນຳໃຊ້ແລະໃຫ້ບໍລິການທາງລົດໄຟຈີນ-ລາວ ຈະອຳນວຍ ຄວາມສະດວກໃຫ້ແກ່ການເດີນທາງຂອງປະຊາຊົນຢ່າງຫລວງຫລາຍ, ຊຸກ ຍູ້ການພັດທະນາໃນດ້ານຕ່າງໆຢູ່ລຽບຕາມເສັ້ນທາງລົດໄຟເຊັ່ນ ການ ທ່ອງທ່ຽວ, ກະສິກຳ, ຊັບພະຍາກອນນ້ຳ ແລະການກໍ່ສ້າງຕົວເມືອງ, ປະກອບສ່ວນເຂົ້າໃນການພັດທະນາເຂດນິຄົມເສດຖະກິດຕ່າງໆເປັນຕົ້ນເຂດ ພັດທະນາກວມລວມໄຊເສດຖານະຄອນຫລວງວຽງຈັນ, ເຂດຮ່ວມມືເສດຖະກິດບໍ່ຫານ -ບໍ່ເຕັນລະຫວ່າງຈີນ-ລາວ ແລະອື່ນໆ. ທັງມີຄວາມໝາຍສຳຄັນຍິ່ງຕໍ່ກັບການຮັດແໜ້ນການຮ່ວມມືດ້ານເສດຖະກິດສັງຄົມແລະການແລກປ່ຽນແລະການຮ່ວມມືດ້ານວັດທະນະທຳລະຫວ່າງສອງປະເທດ,ການເລັ່ງການສ້າງແລວເສດຖະກິດຈີນ-ລາວໃຫ້ໄວຂຶ້ນກໍຄືການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ. ໃນຖານະເປັນສາຍທາງຫລັກທີ່ສຳຄັນຂອງ ທາງລົດໄຟອາຊີ, ທາງລົດໄຟຈີນ-ລາວຍັງຈະກາຍເປັນ “ກະແຈຄຳ” ຂອງ ປະເທດລາວທີ່ທິດເໜືອເຊື່ອມຕໍ່ກັບປະເທດຈີນ, ທິດຕາເວັນຕົກເຊື່ອມຕໍ່ກັບປະເທດໄທ, ມະເລເຊຍ ແລະປະເທດອື່ນໆໃນອາຊຽນ, ເຊິ່ງຈະສົ່ງຜົນດີໃຫ້ກັບການຮ່ວມມືດ້ານເສດຖະກິດໃນເຂດການຄ້າເສລີຈີນ-ອາຊຽນ ແລະອະນຸພາກພື້ນແມ່ນ້ຳຂອງ.

ຄຳ​ເຫັນ

0