黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທາງລົດ​ໄຟ​ຈີນ-ລາວ​ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ​ຈະ​ເປັນ​ການຮັບ​ປະ​ກັນ​ອັນເຂັ້ມ​ແຂງ​ໃຫ້​ກັບ​ການ​ສ້າງ​​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ລາວ

2021-12-03 19:06:41 cri

ທາງລົດ​ໄຟ​ຈີນ-ລາວ​ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ​ຈະ​ເປັນ​ການຮັບ​ປະ​ກັນ​ອັນເຂັ້ມ​ແຂງ​ໃຫ້​ກັບ​ການ​ສ້າງ​​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ລາວ_fororder_007

      ວັນ​ທີ 3 ທັນ​ວາ​ນີ້, ທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​​ຄະ​ນະ​ກຳ​ມະ​ການສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ,ປະ​ທານ​ປະ​ເທດ​ແຫ່ງ ສ​ປ ​ຈີນ ແລະ​ທ່ານ ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ປະ​ທານ​ປະ​ເທດ​ແຫ່ງ ສ​ປ​ປ ​ລາວ​ໄດ້​ຮ່ວມ​ກັນ​ເປັນສັກ​ຂີ​ພິ​ຍານ​ໃນ​ພິ​ທີ​ເປີດ​ນຳ​ໃຊ້ທາງ​ລົດ​ໄຟ​ຈີນ-ລາວ​ຢ່າງ​ເປັນ​ທາງ​ການ​ໂດຍ​ຮູບ​ແບບ​ຜ່ານ​ທາງ​ວິ​ດີ​ໂອ. ມາ​ຮອດ​ນີ້, ​ຜ່ານການ​ສູ້​ຊົນ​ຢ່າງ​ຫຍຸ້ງ​ຍາກ​ລຳ​ບາກ​​ມາເປັນ​ເວ​ລາ 6 ປີ,ທາງ​ລົດ​ໄຟ​ຈີນ-ລາວ​ທີ່​ມີ​ຄວາມ​ຍາວ 1.035 ກິ​ໂລ​ແມັດ​​ກໍ່ໄດ້​ສ້າງ​ສຳ​ເລັດ​ແລະ​​ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ, ປະ​ເທດ​ລາວ​ໄດ້​ກ້າວ​ສູ່​ຍຸກ​ແຫ່ງ​ການ​ຂົນ​ສົ່ງ​ດ້ວຍ​ທາງ​ລົດ​ໄຟ. ໃນ​ຖາ​ນະ​ເປັນ​ໂຄງ​ການ​ທີ່​​ເປັນ​ສັນ​ຍາ​ລັກ​ມິດ​ຕະ​ພາບ​ຈີນ-ລາວ​​ທັງ​ຢູ່​ໃນ​ຂອບ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ທາງ​ລົດ​ໄຟ​ຈີນ-ລາວ​ຈະ​ເປັນ​ການ​ຮັບ​ປະ​ກັນ​ອັນເຂັ້ມ​ແຂງ​ໃຫ້​ແກ່​​ການ​ສ້າງ​ແລວ​ເສດ​ຖະ​ກິດ​​ຈີນ-ລາວແລະ​ການ​ສ້າງ​​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ລາວ​ໃຫ້​ສຳ​ເລັດ​ໄວ​ຂຶ້ນ; ​ພ້ອມ​ດຽວ​ກັນ​ນີ້ກໍ່​ໄດ້​ຊ່ວຍ​ໃຫ້​ປະ​ເທດ​ລາວ​ບັນ​ລຸ​ຄວາມ​ມຸ່ງ​ຫວັງ​ຂອງ​ຕົນ​ໃນ​ການ​ຫັນ “ປະ​ເທດ​ທີ່​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ​ເປັນປະ​ເທດ ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ກັບພາກ​ພື້ນ​”,ພ້ອມ​ທັງ​ຈະ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ອອກ​ເດີນ​ທາງ​ຂອງ​ປະ​ຊາ​ຊົນ,​ຊ່ວຍຊຸກ​ຍູ້​ການ​ພັດ​ທະ​ນາ​​ໃນ​ດ້ານ​ຕ່າງໆ​ເຊັ່ນ:ການ​ທ່ອງ​ທ່ຽວ,ກະ​ສິ​ກຳ​ແລະ​​ອື່ນໆ​ກໍ​ຄື​ການ​ສ້າງ​​ຕົວ​ເມືອງ​ທັນ​ສະ​ໄໝ​ຢູ່​ລຽບຕາມ​ແລວ​ທາງ​ລົດ​ໄຟ​ຈີນ-ລາວ.

      ທາ​ງ​ລົດ​ໄຟ​ຈີນ-ລ​າວ​ແມ່ນ​ເສັ້​ນ​ທາງ​ແຫ່ງ​ມິດ​ຕະ​ພາບ. ການ​ສ້າງ​ທາງ​ລົດ​ໄຟ​ຈີນ-ລາວ​ໄດ້​ຮັບ​ການ​ຊີ້​ນຳ​ແລະ​ຊຸກ​ຍູ້​ຢ່າງ​ແຂງ​ແຮງ​ຈາກ​ການ​ນຳ​​ຂັ້ນ​ສູງ​ຂອງ​ສອງ​ຝ່າຍ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້​ນ​ຜິງ​ໄດ້​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​​ກັບ​ຜູ້​ນຳ​ສູງ​ສຸດ​ຂອງ​ລາວ​ຫຼາຍ​ຄັ້ງ,ທ່ານ​ໄດ້ເອົາ​ໃຈ​ໃສ່​​ແລະ​ວາງ​ແຜນ​ການໂດຍ​ກົງ,​ເພື່ອ​ຮັບ​ປະ​ກັນ​​ໃຫ້ການ​ສ້າງ​ທາງ​ລົດ​ໄຟ​ຈີນ-ລາວ​ມີ​ຄວາມ​ຄືບ​ໜ້າຢ່າງ​ສະ​ດວກ,​ມີ​ວິ​ໄສທັດເບິ່ງກວ້າງເຫັນ​ໄກ,​ແລະກະ​ກຽມ​ລ່ວງ​ໜ້າ​ເປັນ​ຢ່າງ​ດີ,ແລະ​ໄດ້​ເນັ້ນ​ໜັກ​ “​ການ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຄວາມ​ເປັນ​ແບບ​ຢ່າງ​ຂອງ​ໂຄງ​ການ​ທາງ​ລົດ​ໄຟ​ຈີນ-ລາວ​ແລະ​ໂຄງ​ການ​ໃຫຍ່​ອື່ນໆໃຫ້​ຂະ​ຫຍາຍ​ລົງ​ກວ້າງ​ອອກ”,ເພື່ອ​ເປັນ​ຫຼັກ​ການ​ພື້ນ​ຖານ​ແລະ​​ເປັນທິດ​ຊີ້​ນຳ​ໃນ​ການ​ເຄື່ອນ​ໄຫວ​​ຊຸກ​ຍູ້​ວຽກ​ງານການ​ສ້າງ​ທາງ​ລົດ​ໄຟ​ລະ​ຫວ່າງ​ສອງ​ຝ່າຍ.

      ປັດ​ຈຸ​ບັນ, ປະ​ເທດຈີນ​ໄດ້​ກາຍ​ເປັນ​ປະ​ເທດ​ແຫຼ່ງ​ລົງ​ທຶນ​ຕ່າງ​ປະ​ເທດ​ໃຫຍ່​ອັນ​ດັບ​ໜຶ່ງ​ແລະ​ຄູ່​ຮ່ວມ​ການ​ຄ້າ​ໃຫຍ່​ອັນ​ດັບ​ສອງ​ຂອງ​ປະ​ເທດ​ລາວ. ຕາມ​ຕົວ​ເລກ​ຂໍ້​ມູນ​ຫຼ້າ​ສຸດ​ຂອງ​ກະ​ຊວງ​ການ​ຄ້າ​ຈີນ​ສະ​ແດງ​ໃຫ້​ເຫັນ​ວ່າ: ແຕ່​ເດືອນ​ມັງ​ກອນ​ຫາ​ເດືອນ​ມິ​ຖຸ​ນາ​ຂອງ​ປີ​ນີ້, ມູນ​ຄ່າ​ການ​ຄ້າ​ສອງ​ຝ່າຍ​ຈີນ-ລາວ​ໄດ້​ບັນ​ລຸ​ເຖິງ 14,89 ຕື້ຢວນ,ເພີ່ມ​ຂຶ້ນ 36,8% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ. ແຕ່​ກ່ອນ,ການ​ຂົນ​ສົ່ງ​​ສິນ​ຄ້າ​ຈາກ​ຈີນ​ໄປ​ລາວ​ຕ້ອງ​ໃຊ້​ເວ​ລາ 20 ກວ່າ​ວັນ, ຖ້າ​ຂົນ​ສົ່ງ​ໂດຍ​ລົດ​ໄຟ​ຂະ​ບວນ​ນີ້​ຈະໃຊ້​ເວ​ລາ​ພຽງ​ແຕ່ 4 ຫາ 5 ວັນ​ເທົ່າ​ນັ້ນ. ກໍ່​ຄື​ດັ່ງ​ທີ່​ທ່ານ ລັດຕະ​ນະ​ມະ​ນີ ຄຸນ​ນິ​ວົງ ​ອະ​ດີດຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​​ໂຍ​ທາ​ທິ​ການ​ແລະ​ຂົນ​ສົ່ງ, ຫົວ​ໜ້າ​ຜູ້​ປະ​ສານ​ງານ​ໂຄງ​ການ​ທາງ​ລົດ​ໄຟ​​ລາວ-ຈີນເວົ້າ​ວ່າ: “ການ​ສ້າງ​ທາງ​ລົດ​ໄຟ​​ລາວ-ຈີນ​ຈະ​ເປັນ​ການ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ແລະ​ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ສອງ​ປະ​ເທດ​ລາວ-ຈີນຕື່ມ​ອີກ,​ທັງ​ເປັນ​ການຊຸກ​ຍູ້​ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ.” ໃນ​ຖາ​ນະ​ເປັນໂຄງ​ການ​ທີ່​ເປັນ​ສັນ​ຍາ​ລັກມິດ​ຕະ​ພາບ​ຈີນ-ລາວ​ຢູ່​ໃນ​ຂອບ​ຮ່ວມ​ກັນ​ສ້າງ“ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ທາງ​ລົດ​ໄຟ​ຈີນ-ລາວ​ຈະ​ເປັນ​ການ​ຮັບ​ປະ​ກັນ​ອັນເຂັ້​ມ​ແຂງ​ໃຫ້​ແກ່​ການ​ສ້າງ​ແລວ​ເສດ​ຖະ​ກິດ​ຈີນ-ລາວແລະ​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​​ລາວ-ຈີນ​ໃຫ້​ສຳ​ເລັດ​ໄວ​ຂຶ້ນ​ຕື່ມ​ອີກ.

      ທາງ​ລົດ​ໄຟ​ຈີນ-ລາວ​ແມ່ນ​ເສັ້ນ​ທາງ​ແຫ່ງ​ການ​ພັດ​ທະ​ນາ. ການ​ຫັນ “ປະ​ເທດ​ທີ່​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ​ເປັນປະ​ເທດ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ກັບພາກ​ພື້ນ​” ບໍ່​ພຽງ​ແຕ່​ແມ່ນ​ຄວາມ​ຝັນ​ຂອງ​ປະ​ຊາ​ຊົນ​ລາວ​ເທົ່າ​ນັ້ນ,​ຍັງໄດ້​ກາຍ​ເປັນ​ເປົ້າ​ໝາຍ​ສຳ​ຄັນ​ໃນ​ການ​ພັດ​ທະ​ນາ​ຂອງ​ຊາດລາວນຳ​ອີກ. ປັດ​ຈຸ​ບັນ, ຄຽງ​ຄູ່​ກັບ​ທາງ​ລົດ​ໄຟ​ຈີນ-ລາວ​ໄດ້​ສ້າງ​ສຳ​ເລັດ​ແລະ​ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ​ແລ້ວ, ​ນີ້​ກໍ​ຄືກະ​ແຈ​ໃໝ່​ທີ່​ສອງ​ປະ​ເທດ​ຈີນ-ລາວ​ຜະ​ລິດ​ຮ່ວມ​ກັນ​​ເຊິ່ງຈະ​ສາ​ມາດ​ໄຂ​ປະ​ຕູ​​ໃຫຍ່ແຫ່ງ​ຄວາມ​ຝັນ​ຂອງ​ປະ​ຊາ​ຊົນ​ລາວ​ໃນ​ການ​ຫັນ​ “ປະ​ເທດ​ທີ່​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ​ເປັນປະ​ເທດ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ກັບພາກ​ພື້ນ”. ທະ​ນາ​ຄານ​ໂລກ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ສະ​ບັບ​ໜຶ່ງ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ​ເມື່ອເບິ່ງ​ໃນ​ໄລ​ຍະ​ຍາວ​ແລ້ວ, ໂດຍ​ຜ່ານ​ການ​ເຊື່ອມ​ຕໍ່​ກັບ​ເຄືອ​ຂ່າຍ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ທາງ​ລົດ​ໄຟ​ຈີນ-ລາວ​ໃນ​ຖາ​ນະ​ເປັນ​ສາຍ​ພານ​ຂອງ​ລາວ​ທີ່​ເຊື່ອມ​ຕໍ່​ກັບ​ຕ່ອງ​ໂສ້​ການ​ສະ​ໜອງ​ຂອງ​ໂລກຈະ​ສາ​ມາດ​ສ້າງ​ລາຍ​ຮັບ​ລວມ​ໃຫ້​ແກ່​ປະ​ເທດ​ລາວ​ເພີ່ມ​ຂຶ້ນ 21%,ພ້ອມ​ທັງ​​ເປັນ​ແຮງ​ດຶງ​ດູດ​ນັກ​ລົງ​ທຶນເຂົ້າ​ສູ່​ປະ​ເທດ​ລາວ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ. ທາງ​ລົດ​ໄຟ​ສາຍ​ນີ້​ຈະ​ຫຼຸດ​​ຄ່າຂົນ​ສົ່ງ​​ລະ​ຫວ່າງ​ນະ​ຄອນ​ຫຼວງວຽງ​ຈັນ​ຂອງ​ປະ​ເທດ​ລາວ​​-ນະ​ຄອນ​ຄຸນ​ໝິງ​ແຂວງ​ຢຸນ​ໜານ​ປະ​ເທດ​ຈີນ​ໃຫ້​ຕ່ຳ​ລົງ 40 ຫາ 50%. ຮອດ​ປີ 2030, ແຕ່​ລະ​ປີ, ການ​ຄ້າ​ຂ້າມ​ຊາຍ​ແດນ​ຜ່ານ​ປະ​ເທດ​ລາວ​ຕາມ​ແລວ​ທາງ​ລົດ​ໄຟ​ຈີນ-ລາວ​ຈະ​ບັນ​ລຸ​ເຖິງ 3,9 ລ້ານ​ໂຕນ.

ພ້ອມ​ກັນ​ນັ້ນ, ການ​ເປີດນຳ​ໃຊ້​ຂອງ​ທາງ​ລົດ​ໄຟ​​ຈີນ-ລາວ​ຈະ​ຊຸກ​ຍູ້​ໃຫ້​ຂະ​ແໜງ​ການຕ່າງໆ​ຂອງ​ປະ​ເທດ​ລາວ​ເຊື່ອມ​ໂຍງ​ເຂົ້າ​ກັນ​ແລະ​ພັດ​ທະ​ນາ​ໄດ້​ໄວ​ຂຶ້ນ, ສ້າງ​ໂອ​ກາດ​ປະ​ກອບ​ອາ​ຊີບ​ໄດ້​ຢ່າງ​ຫຼວງ​ຫຼາຍ, ​ທັງ​ເປັນ​ການເພີ່ມ​ລາຍ​ຮັບ​ແລະ​ໂອ​ກາດ​ການ​ພັດ​ທະ​ນາ​ໃຫ້​ແກ່​ປະ​ຊາ​ຊົນ​ລຽບ​ຕາມ​ທາງ​​ລົດ​ໄຟຮັ່ງ​ມີ​ຂຶ້ນ, ເຮັດ​ໃຫ້​ເຂດ​ທຸກ​ຍາກ​ລຽບ​ຕາມ​ທາງ​ລົດ​ໄຟ​​ພົ້ນ​ຈາກ​ສະ​ພາບ​ຄວາມ​ທຸກ​ຍາກໄວ​ຂຶ້ນກວ່າ​ເກົ່າ, ​ເປັນ​ການ​ແກ້​ໄຂ​ຂອດ​ອຸດ​ຕັນ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​​ຂອງ​ລາວໃນ​ປັດ​ຈຸ​ບັນ.

ທາງ​ລົດ​ໄຟ​​ຈີນ-ລາວ​ແມ່ນ​ເສັ້ນ​ທາງສ້າງ​ຄວາມ​ຮັ່ງ​ມີ. ທາງ​ລົດ​ໄຟ​ຈີນ-ລາວ​ໄດ້​ສ້າງ​ຜົນ​ປະ​ໂຫຍດ​ທີ່​ແທ້​ຈິງ​ໃຫ້​ແກ່​ປະ​ຊາ​ຊົນ​ທຳ​ມະ​ດາ​ຂອງ​ລາວແລະ​ຈະ​ສ້າງ​ຜົນ​ປະ​ໂຫຍດ​ຢ່າງ​ຕໍ່​ເນື່ອງ​ໃນ​ອະ​ນາ​ຄົດ. ໃນ​ໄລ​ຍະ 5 ປີ​ຜ່າ​ນ​ມາ​ທີ່​ເລີ່​ມ​ລົງ​ມື​ກໍ່​ສ້າງ​ທາງ​ລົດ​ໄຟ​ຈີນ-ລາວ, ໄດ້​ສ້າງ​ໂອ​ກາດ​​ມີວຽກ​ເຮັດ​ງານ​ທຳ​ໃຫ້​ກັບ​ປະ​ຊາ​ຊົນ​ທ້ອງ​ຖິ່ນ​ຫຼາຍກວ່າ 1 ລ້ານ 1 ໝື່ນ​ເທື່ອ​ຄົນ, ຊ່ວຍ​ເຫຼືອ​ ​ບ້ານ​​ທີ່ລຽບ​ຕາມ​​ແລວທາງ​ລົດ​ໄຟ​​ສ້າງ​ເສັ້ນ​ທາງ​ປູ​ຢາງແລະ​ສ້າງ​ຮ່ອງ​ນ້ຳ​ປະ​ມານ 2.000 ກິ​ໂລ​ແມັດ, ຈັດ​ຊື້ວັດ​ສະ​ດຸກໍ່​ສ້າງ​ຈາກ​ທ້ອງ​ຖິ່ນ​ມີ​ມູນ​ຄ່າ​ຫຼາຍ​ກວ່າ 5,1 ຕື້ຢວນ. ປັດ​ຈຸ​ບັນ, ຊາວ​ບ້ານ​ທັງ​ຫຼາຍ​ໃນ​ປະ​ເທດ​ລາວ​ໄດ້​​ເຫັນ​ໂອ​ກາດ​ການ​ຄ້າ​ຈາກ​ທາງ​ລົດ​ໄຟ, ແລະ​ໄດ້​ກຽມ​ພ້ອມ​ແລ້ວເພື່ອ​ຊອກ​ຫາ​ໂອ​ກາດ​​ສ້າງ​ຄວາ​ມຮັ່ງ​ມີ​ຂຶ້ນ​ຈາກ​ທາງ​ລົດ​ໄຟ​ສາຍ​ນີ້. ​ເມື່ອ“ໄດ້​ຍິນ​ວ່າ​ຈະ​ເປີດ​​ນຳ​ໃຊ້​ລົດ​ທາງ​ລົດ​ໄຟ​ຈີນ-ລາວ​ແລ້ວ, ຊາວ​ບ້ານ​ທັງ​ຫຼາຍ​ໄດ້​ພາ​ກັນ​ຕັ້ງ​ຄວາມ​ຫວັງ​ວ່າ​ຈະ​ເປີດ​ຮ້ານ​ອາ​ຫານ, ໂຮງ​ແຮມ​​ເຮືອນ​ພັກແລະ​ອື່ນໆ​ຢູ່​​ລຽບຕາມ​ທາງ​ລົດ​ໄຟ​ຈີນ-ລາວ, ​ຈະຂົນ​ສົ່ງ​ໝາກ​ໄມ້​ແລະ​ສັດ​ປີກ​ຂອງ​ຕົນ​ໄປ​​ຄຳ​ຂາຍ​ຢູ່ຊາຍ​ແດນ​ລາວ-ຈີນ, ເພື່ອ​ດຳ​ເນີນ​ທຸ​ລະ​ກິດ​ກັບ​ຄົນ​ຈີນ!”

ທາງ​ລົດ​ໄຟ​ຈີນ-ລາວ​ແມ່ນ​ເສັ້ນ​ທາງ​ທີ່​​ສ້າງ​ຄວາມ​ສະ​ດວກ. ເຂດ​ທີ່​ລຽບ​ຕາມ​ທາງ​ລົດ​ໄຟ​ຈີນ-ລາວ​ມີ​ຊັບ​ພະ​ຍາ​ກອນ​ການ​ທ່ອງ​ທ່ຽວ​ອັນ​ອຸ​ດົມ​ສົມ​ບູນ, ພາຍ​ຫຼັງ​ທາງ​ລົດ​ໄຟ​ສ້າງ​ສຳ​ເລັດ​ແລ້ວ, ຈາກ​ນະ​ຄອນ​ຫຼວງວຽງ​ຈັນ ສ​ປ​ປ ລາວ​ຫາ​ເຂດ​ຊາຍ​ແດນ​ລະ​ຫວ່າງ​ລາວ-ຈີນ​ໃຊ້​ເວ​ລາ​ພຽງ 4 ຊົ່ວ​ໂມງ​ເທົ່າ​ນັ້ນ, ຄາດ​ວ່າ​ຈະ​ມີ​ປະ​ຊາ​ຊົນ​ລາວ 4 ລ້ານ​ຄົນ​ແລະ​ນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ປະ​ເທດ​ອ້ອມ​​ໃກ້​ຄຽງ​ຫຼາຍກວ່າ 10 ລ້ານ​ຄົນ​​ໃຊ້​ລົດ​ໄຟ​​ຈີນ-ລາວ​ໃນ​ແຕ່​ລະ​ປີ. ພ້ອມ​ກັນ​ນັ້ນ, ທາງ​ລົດ​ໄຟ​ຈີນ-ລາວ​ຍັງ​ຈະ​ຊ່ວຍ​ປັບ​ປຸງ​ເຄືອ​ຂ່າຍ​ຄົມ​ມະ​ນາ​ຄົມ​ຂອງ​ລາວ​ທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ​ໃຫ້​ມີ​ປະ​ສິດ​ທິ​ພາບ​ສູງ​ຂຶ້ນ, ​ປະ​ຊາ​ຊົນ​ລາວ​ຫຼາຍກວ່າ​ເກົ່າ​ກໍ່​ຈະ​ພາ​ກັນ​ກ້າວ​ອອກ​ບ້ານ​ເກີດ​ຕົນ​ຂີ່​ລົດ​ໄຟ​ທີ່​ສະ​ອາດ​ແລະ​​ສະ​ດວກສະ​ບາຍໄປ​ທ່ຽວ​ຊົມ​ນະ​ຄອນ​ຫຼວງວຽງ​ຈັນ, ໄປໄຫວ້​​ພະທາດ​ຫຼວງ​ແລະ​ວັດ​ພະ​ແກ້ວ​​ຢູ່​ກັບ​ບ່ອນ, ນອກ​ນັ້ນ​ຍັງ​ຈະຈະ​ກ້າວ​ອອກ​ໄປ​ຕ່າງ​ປະ​ເທດ​​ເພື່ອ​ທ່ຽວ​ຊົມ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ​ຂອງ​ປະ​ເທດ​ອື່ນ.

ທາງ​ລົດ​ໄຟ​ຈີນ-ລາວ​ແມ່ນ​ເສັ້ນ​ທາງ​ທີ່​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ. ການ​​ສ້າງ​ທາງ​ລົດ​ໄຟ​ຈີນ-ລາວ​ແມ່ນນອນ​ຢູ່​ໃນ​ເຂດ​ລ້ອງ​ແມ່​ນ້ຳ​ລ້າງ​ຊ້າງ-ແມ່​ນ້ຳ​ຂອງ, ໃນ​ເວ​ລາ​ການ​ກໍ່​ສ້າງ, ຝ່າຍ​ຕ່າງໆ​ໄດ້​ປະ​ຕິ​ບັດ​ມາດ​ຕະ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ຢ່າງ​ເຂັ້ມ​ງວດ, ນ້ຳ​ທີ່​ໃຊ້​ໃນ​ການ​ກໍ່​ສ້າງ​ຕ້ອງ​ຜ່ານ​ກາ​ນ​ບຳ​ບັດ​ລະ​ດັບ 3 ເອ, ພາຍ​ຫຼັງ​ກວດ​ກາ​ຖືກກັບ​ມາດ​ຕະ​ຖານ​ແລ້ວ​ຈຶ່ງ​ລະ​ບາຍ​ໄດ້. ຢູ່​ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ​​ປະ​ເທດຈີນ, ເພື່ອ​ອະ​ນຸ​ລັກຊ້າງ​ປ່າ, ໜ່ວຍ​ງານ​ເຂົ້າ​ຮ່ວມ​ການ​ສ້າງ​ທາງ​ລົດ​ໄຟ​ຈີນ-ລາວ​​ໄດ້ເລືອກສ້າງ​ອຸ​​ມົງ​ຜ່ານ​ເຂດ​ສະ​ຫງວນ​ທຳ​ມະ​ຊາດ​ຊ້າງ​ປ່າ, ເພື່ອ​ຫຼຸດ​ຜົນ​​ກະ​ທົບ​ທີ່​ມີ​ຕໍ່​ສິ່ງ​ແວດ​ລ້ອມ​​ທຳ​ມະ​ຊາດຂອງ​ທ້ອງ​ຖິ່ນ. ຢູ່​ເມືອງວັງວຽງ​ເຊິ່ງ​ເປັນ​ຕົວ​ເມືອງ​ທ່ອງ​ທ່ຽວ​​ທີ່ສຳ​ຄັນ​ຂອງ​ປະ​ເທດ​ລາວ, ຜູ້​ອອກ​ແບບ​ການ​ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ​ໄດ້​ຍຶດ​ໝັ້ນ​​ໃນ​ແນວ​ຄວາມ​ຄິດ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ, ສ້າງ​ອຸ​ມົງ​ຢູ່ເມືອງ​ຕາ​ເວັນ​ອອກ​ຂອງເຂດ​ພູ​ດອຍ. ໃນ​ຂະ​ບວນ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ຈີນ-ລາວ​ທັງ​ໝົດ​​ໄດ້​ພິ​ຈາ​ລະ​ນາ​ເຖິງ​ປະ​ສິດ​ທິ​ຜົນ​ທາງ​ເສດ​ຖະ​ກິດ​ແລະ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ, ໄດ້​ເພີ່ມ​ພະ​ລັງ​ແຮງ​ໃຫ້​ກັບການ​ພັດ​ທະ​ນາ​​ຕາມ​ທິດສີ​ຂຽວ​ໃຫ້​ແກ່​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ລາວ.

ທາງ​ລົດ​ໄຟ​ຈີນ-ລາວແມ່ນ​ເສັ້ນ​ທາງ​ທີ່​ເຊື່ອມ​ຈອດ​ກັນ. ​ນຳໃຊ້​ທາງ​ລົດ​ໄຟ​ຈີນ-ລາວ​ເຊື່ອມ​ຕໍ່​ຊ່ອງ​ທາງ​ໃໝ່​ອອກ​ສູ່​ທະ​ເລ, ປະ​ເທດ​ລາວ​ຈະ​ເຊື່ອມ​ຕໍ່​ກັບ​ເຂດ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ, ແລ້ວ​ເຊື່ອມ​ຕໍ່​ຂະ​ບວນ​ລົດ​ໄຟ​ຈີນ-ເອີ​ລົບ​​ໄດ້​ອີກ​ດ້ວຍ. ພ້ອມ​ກັນ​ນັ້ນ, ນະ​ຄອນ​ຫຼວງວຽງ​ຈັນ​ບໍ່​ແມ່ນ​ຈຸດ​​ສຸດ​ທ້າຍ​ຂອງ​ທາງ​ລົດ​ໄຟ​ຈີນ-ລາວ. ວັນ​ທີ 28 ຕຸ​ລາ​ປີ 2020, ໂຄງ​ການ​ຮ່ວມ​ມື​ທາງ​ລົດ​ໄຟ​ຈີນ-ໄທ​ໄດ້ວາງ​ແຜນ​ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​​ເນັ່ງໄປ​ຮອດ​ຈັງ​ຫວັດ​ໜອງ​ຄາຍ​ທີ່​ຕິດ​ກັບ​ຊາຍ​ແດນ​​ໄທ​ກັບ​ລາວ, ແລະເຊື່ອມ​ຕໍ່​ກັບ​ທາງ​ລົດ​ໄຟ​ຈີນ-ລາວ, ເຮັດ​ໃຫ້​ທາງ​ລົດ​ໄຟ​ສາຍ​ນີ້​ກາຍ​ເປັນ​ທາງ​ລົດ​ໄຟ​ຫຼັກ​ທີ່​ເຊື່ອມ​ຈອດ​ແລວ​ທາງ​ເສດ​ຖະ​ກິດ​ຈີນ-ແຫຼມ​ອິນ​ດູ​ຈີນ. ນອກ​ນັ້ນ, ​ໂດຍ​ຖື​ເອົາ​ທາງ​ລົດ​ໄຟ​ຈີນ-ລາວ​ເປັນ​ຈຸດ​ເສົາ​ຄ້ຳ, ການ​ເຊື່ອມ​ຈອດ​ກັນ​ຂອງ​ທາງ​ລົດ​ໄຟ​ຈີນ-ມຽນ​ມາ​ແລະ​ທາງ​​ລົດ​ໄຟອື່ນໆ​ຈະ​​ປະ​ກອບ​ເປັນ​ເຄືອ​ຂ່າຍ​ທາງ​ລົດ​ໄຟ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້. ​ເມື່ອຮອດ​ເວ​ລາ​ນັ້ນ, ຈະ​ມີ​ປະ​ເທດ​ອາ​ຊຽນ​ຫຼາຍກວ່າ​ເກົ່າ​​ໄດ້​ຄິດ​ການ​ເດີນ​ທາງ​ໄປ​ປະ​ເທດ​ຈີນ​ໂດຍ​ຜ່ານ​ປະ​ເທດ​ລາວ, ​ເຊິ່ງ​ຈະ​ເປັນ​ການ​ຊຸກ​ຍູ້​ການ​ບັນ​ລຸ​ຄວາມ​ໃຝ່​ຝັນ​ຂອງ​ປະ​ເທດ​ລາວ​ທີ່​ທັນ “ປະເທດທີ່​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ​ເປັນ​ປະ​ເທດ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ກັບ​ພາກ​ພື້ນ”.

ມື້​ນີ້, ທາ​ງ​ລົດ​ໄຟ​ຈີນ-ລາວ​ໄດ້ສ້າງ​ສຳ​ເລັດ​ແລະເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ​ແລ້ວ, ​ແຜນ​ການ​ອອກເດີນ​ທາງ​ຈາກ​ນະ​ຄອນ​ຄຸນ​ມິງ​​ປະ​ເທດ​ຈີນ​ໃນ​ຕອນ​ເຊົ້າ​ໄປ​ຮອດ​ນະ​ຄອນ​ຫຼວງວຽງ​ຈັນ​​ປະ​ເທດ​ລາວ​ໃນ​ຕອນ​ບ່າຍ​​ກໍ​ຈະ​ບັນ​ລຸ​ຜົນ​ເປັນ​ຈິງ, ທາງ​ລົດ​ໄຟ​ສາຍ​ນີ້​ບໍ່​ພຽງ​ແຕ່​ເຊື່ອມ​ຈອດ​ສອງ​ປະ​ເທດ​​ຈີນ-ລາວເທົ່​າ​ນັ້ນ, ຍັງ​ຈະ​ເຊື່ອມ​ຕໍ່​ກັບໂລກ​ອີກ​ດ້ວຍ. ທາງ​ລົດ​ໄຟ​ສາຍ​ນີ້ບໍ່​ພຽງ​ແຕ່​ໄດ້​ມຸ່ງ​ໜ້າ​ສູ່​ອະ​ນາ​ຄົດ​ເທົ່າ​ນັ້ນ, ຍັງ​ໄດ້​ມຸ່ງ​ໜ້າ​ສູ່​ຄວາມ​ຈະ​ເລີນ​ຮຸ່ນ​ເຮືອງ​ອີກ​ດ້ວຍ. ແລະ​ຈະ​ສະ​ໜອງ​ແນວ​ຄິດ​ໃໝ່​ແລະ​ໂອ​ກາດ​ໃໝ່​ໃຫ້​ແກ່​ການ​ຮ່ວມ​ມື​ແລະ​ການ​ພັດ​ທະ​ນາ​ຂອງ​ເຂດ​ອາ​ຊີ​ຕື່ມ​ອີກ.

ຄຳ​ເຫັນ

0