吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ທ່ານ​ວາງ​ຢີ້ພົບ​ປະ​​ກັບລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ

2021-12-03 12:05:38 cri

图片默认标题_fororder_微信图片_20211203120456

    ວັນ​ທີ 2 ທັນ​ວາ​ນີ້, ທ່ານ​ວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ  ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທ​ດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ ບຸຍ​ແທັງ​ເຊີນ​ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມຢູ່​ເມືອ​ງ​ຈີ​ອ່ານ​ແຂວງ​ເຈີ້​ຈ່ຽງ. ທ່ານ​ວາງ​ຢີ້​ກ່າວ​ວ່າ: ຈີນ  ແລະ​ຫວຽດ​ນາມ​ລ້ວນ​ແຕ່​ເປັນ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທີ່​ນຳ​ພາ​ໂດຍ​ພັກ​ກອມ​ມູ​ນິດ, ຕ່າງກໍ​ໄດ້​ເດີນ​ຕາມ​ເສັ້ນ​ທາງ​ການ​ພັດ​ທະ​ນາ​ທີ່​ສອດ​ຄ່ອງ​ກັບ​ສະ​ພາບ​​ແຫ່ງ​ຊາດ​​ຂອງ​ຕົນ,  ພວກ​ເຮົາ​ຕ້ອງ​ບໍ່​ລືມ​ອຸ​ດົມ​ການ​​ແຕ່​ຫົວ​ທີ, ​ມີຄວາມ​ໝັ້ນ​ໃຈ​ຢ່າງ​ເດັດ​ດ່ຽວ, ສາມັກ​ຄີ​ຮ່ວມ​ໃຈ​ກັນ, ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກ​ສາ​ພາ​ລະ​ກິດ​ສັງ​ຄົມ​ນິ​ຍົມ​ຂອງ​ສອງ​ປະ​ເທດ​ ແລະ​ພາ​ລະ​ກິດ​ຄວາມ​ກ້າວ​ໜ້າ ແລະ​ການ​ພັດ​ທະ​ນາ​ຂອງມວນ​ມະ​ນຸດ.

    ສອງ​ຝ່າຍ​ໄດ້​ບັນ​ລຸ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ກ່ຽວ​ກັບ​ການ​ວາງ​ແຜນ​ການ​ຮ່ວມ​ມື​ໃນ​ໄລ​ຍະ​ຕໍ່​​ໜ້າ​ໃຫ້​ດີ,   ເພີ່ມ​ເນື້ອ​ໃນ​ໃຫ້​ກັບ​​ສາຍ​ພົວ​ພັນ​ສອງ​ຝ່າຍ​ຢ່າ​ງ​ບໍ່​ຢຸດ​ຢັ້ງ,​ ສອງ​ຝ່າຍ​ໄດ້​ເນັ້ນ​ໜັກ​ວ່າ: ​ຕ້ອງ​ເພີ່ມ​ທະ​ວີ​ການ​ນຳ​ພາ​ດ້ານ​ການ​ເມືອງ,ລົງ​ເລິກ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ເພີ່ມ​ທະ​ວີ​ກາ​ນ​ຮ່ວມ​ມື​ໃນ​ການ​ຕ້ານ​ພະ​ຍາດ​ໂຄວິດ-19, ເຊື່ອມ​ສານ​ຄວາມ​ເຂົ້າ​ໃຈ​ກັນ​ລະ​ຫວ່າງຂອງ​ປະ​ຊາ​ຊົນ.

    ສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ການ​ຮ່ວມ​ມື​ຈີນ-ອາ​ຊຽນ. ທ່ານ​ວາງ​ຢີ້​ກ່າວ​​ວ່າ: ປີ 2022   ເປັນ​ປີ​ເລີ່ມ​ຕົ້ນ​​ຈັດ​ຕັ້ງ​ປະ​ຕິ​ບັດ​​ສາຍ​ພົວ​ພັນ​ຄູ່​ຮ່ວມ​​ຍຸດ​ທະ​ສາດ​ຮອບ​ດ້ານ​ຈີນ-ອາ​ຊ​ຽນ, ຈີນ​ຍິນ​ດີ​ຮ່ວມ​ມື​ກັບ​ຫວຽດ​ນາມ ແລະ​ບັນ​ດາ​ປະ​ເທດ​ອາ​ຊຽນ,  ຍົກ​ລະ​ດັບ​ແຜນ​ປະ​ຕິ​ບັດ​ງານກ່ຽວ​ກັບສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ຈີນ-ອາ​ຊ​ຽນ​ໃຫ້​ທັນ​ເວ​ລາ, ເຮັດ​ໃຫ້​ສາຍ​ພົວ​ພັນ​ສອງ​ຝ່າຍ​ພັດ​ທະ​ນາ​ຢ່າງ​ມີ​ຄຸນ​ນະ​ພາບ ແລະ​ລະ​ດັບ​ທີ່​ສູງກວ່າ​ເກົ່າ.

    ສອງ​ຝ່າຍ​ຍັງ​ໄດ້​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ກ່ຽວ​ກັບ​ບັນ​ຫາ​ທະ​ເລ   ແລະເຫັນ​ເປັນ​ເອ​ກະ​ພາບ​ກັນ​ວ່າ: ຕ້ອງ​ສຸມ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ, ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ທະ​ເລ,   ເພີ່ມ​ກຳ​ລັງ​ແຮງ​ສ້າງ​ສັນຫລາຍກວ່າ​ເກົ່າ​ໃຫ້​ກັບ​​ສາຍ​ພົວ​ພັນ​ສອງປະ​ເທດ.

ຄຳ​ເຫັນ

0