覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະມັດຊາໃຫຍ່ສປຊຄັ້ງທີ 76 ຮັບຮອງຍັດຕິວ່າດ້ວຍການຢຸດຍິງໃນ ໄລຍະຈັດງານກິລາໂອລິມປິກ ທີ່ຈີນແລະຄະນະກຳມະການໂອລິມປິກສາກົນຮ່ວມກັນສະເໜີ

2021-12-03 14:40:43 cri

ສະມັດຊາໃຫຍ່ສປຊຄັ້ງທີ 76 ຮັບຮອງຍັດຕິວ່າດ້ວຍການຢຸດຍິງໃນ ໄລຍະຈັດງານກິລາໂອລິມປິກ ທີ່ຈີນແລະຄະນະກຳມະການໂອລິມປິກສາກົນຮ່ວມກັນສະເໜີ_fororder_奥林匹克休战
 

ວັນທີ 2 ທັນວານີ້, ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ຄັ້ງທີ 76 ໄດເປັນເອກະພາບກັນຮັບຮອງເອົາຍັດຕິວ່າດ້ວຍການ ຢຸດຍິງໃນໄລຍະຈັດງານກິລາໂອລິມປິກທີ່ຈີນແລະຄະນະກຳມະການໂອລິມປິກສາກົນຮ່າງຂຶ້ນ, ແລະປະເທດສະມາຊິກ 173 ປະເທດໄດ້ຮ່ວມກັນສະເໜຍັດຕິດັ່ງກ່າວ.
 

ມະຕິສະບັບນີ້ໄດ້ຮຽກຮ້ອງໃຫ້ຝ່າຍຕ່າງໆຈົ່ງແກ້ໄຂການປະທະກັນໃນໂລກໂດຍສັນຕິວິທີແລະວິທີທາງການທູດ, ເລັ່ງທວງໃຫ້ບັນດາປະເທດເຄົາລົບ ແລະ ປະຕິບັດການຢຸດຍິງໂດຍເລີ່ມແຕ່ໄລຍະກ່ອນພິທີເປີດງານກິລາໂອລິມປິກລະດູ ໜາວປັກກິ່ງ2022 7 ມື້ຈົນຮອດ ຫລັງປິດງານກິລາໂອລິມປິກຄົນພິການລະດູ ໜາວປັກກິ່ງ7 ມື້, ມະຕິໄດ້ເນັ້ນໜັກເຖິງ ວິໄສທັດຂອງງານກິລາໂອລິມປິກລະດູ ໜາວ ແລະງານກິລາໂອລິມປິກຄົນພິການລະດູໜາວປັກກິ່ງຄື “ຫິມະນ້ຳກ້ອນ ທີ່ບໍລິສຸດ, ການນັດພົບກັນຢ່າງຟົດຟື້ນ”,  ຈຸດປະສົງ ກໍເພື່ອເຮັດໃຫ້ໂອລິມປິກຊ່ວຍ ຊຸກຍູ້ຊາວໜຸ່ມໃຫ້ບັນລຸຄວາມໃຝ່ຝັນຂອງຕົນ, ເຮັດໃຫ້ກິລາລະດູໜາວເຊື່ອມໂຍງ ເຂົ້າກັບຊີວິດການເປັນຢູ່ຂອງປະຊາຊົນທັງຫລາຍ, ຊຸກຍູ້ການພັດທະນາສັງຄົມ, ສ້າງໂລກທີ່ກົມກຽວ, ມີສັນຕິພາບແລະດີງາມກວ່າເກົ່າ. ໃນທຸກມື້ນີ້, ພະຍາດ ໂຄວິດ-19 ສືບຕໍ່ແຜ່ລະບາດຢ່າງຮ້າຍແຮງ,  ການພັດທະນາເສດຖະກິດສັງຄົມ ຂອງບັນດາປະເທດພວມຜະເຊີນກັບສິ່ງທົດສອບຕ່າງໆ, ແລະສິ່ງທ້າທາຍແບບເກົ່າແລະແບບໃໝ່ທີ່ມີຕໍ່ຄວາມໝັ້ນຄົງໄດ້ປາກົດຂຶ້ນຢ່າງບໍ່ຢຸດຢັ້ງ, ມະຕິໄດ້ສະເໜີເປັນພິເສດວ່າ ຕ້ອງຮັບ ຮູ້ບົດບາດຂອງກິລາໃນການກໍ່ສ້າງຄວາມສາມາດເພື່ອຮັບມືກັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ, ທັງໄດ້ເນັ້ນໜັກວ່າ ງານກິລາໂອລິມປິກ ລະດູໜາວປັກກິ່ງຈະເປັນໂອກາດທີ່ດີໃນການສະແດງໃຫ້ເຫັນເຖິງຄຸນຄ່າອັນດີເລີດຂອງຄວາມສາມັກຄີ, ຄວາມເຂັ້ມແຂງຂອງມະນຸດ ແລະການຮ່ວມມືສາກົນ.
 

 ຍັດຕິໄດ້ຜ່ານການຮັບຮອງຢ່າງເປັນເອກະພາບກັນ ທັງໄດ້ຮັບການຮ່ວມກັນ ສະເໜີຈາກປະເທດສະມາຊິກສ່ວນຫລາຍທີ່ສຸດຂອງອົງການສະຫະປະຊາຊາດ ເຊິ່ງໄດ້ສະແດງໃຫ້ເຫັນເຖິງການສະໜັບສະໜູນຂອງປະເທດສະມາຊິກອົງການສະຫະປະຊາຊາດທີ່ມີຕໍ່ງານກິລາໂອລິມປິກປັກກິ່ງແລະຂະບວນການກິລາໂອລິມປິກສາກົນ, ທັງໄດ້ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈອັນເດັດດ່ຽວຂອງປະຊາຄົມໂລກໃນການຮ່ວມກັນຜ່ານຜ່າຄວາມຫຍຸ້ງຍາກ ເອົາຊະນະພະຍາດ,ສ້າງສັນຕິພາບ ແລະພ້ອມກັນມຸ້ງໜ້າສູ່ອະນາຄົດ.

ຄຳ​ເຫັນ

0