覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຮ່ວມກັນເຜີຍແຜ່ຂໍ້ລິເລີ່ມ “ການດຳເນີນງານສື່ມວນຊົນຈີນ-ອາເມຣິກາລາຕິນ”

2021-12-03 11:52:05 cri

ຮ່ວມກັນເຜີຍແຜ່ຂໍ້ລິເລີ່ມ “ການດຳເນີນງານສື່ມວນຊົນຈີນ-ອາເມຣິກາ ລາຕິນ”_fororder_中拉媒体1
 

    ເນື່ອງໃນໂອກາດທີ່ກອງປະຊຸມລັດຖະມົນຕີຂອງເວທີປຶກສາຫາລືຈີນ-ປະຊາຄົມປະເທດອາເມຣິກາລາຕິນແລະກາຣິເບຄັ້ງທີ 3 ຈະໄຂຂຶ້ນໃນໄວໆນີ້, ວັນທີ 2 ທັນວານີ້,  ໂທລະພາບສາກົນຈີນຫລື  CGTN ຂອງສະຖານີວິທະຍຸໂທລະພາບສູນ ກາງຈີນໄດ້ເປັນຜູ້ລິເລີ່ມ,ແລະຮ່ວມສຳພັນກັບສື່ມວນຊົນສຳຄັນຂອງ30ກວ່າແຫ່ງ ໃນພາກພື້ນອາເມຣິກາລາຕິນເຜີຍແຜ່ຂໍ້ລິເລີ່ມ "ການດຳເນີນງານສື່ມວນ ຊົນຈີນ-ອາເມຣິກາລາຕິນ". ສື່ມວນຊົນຈີນແລະອາເມຣິກາລາຕິນ ຈະນຳໃຊ້ຮູບການຕ່າງໆເປັນຕົ້ນແມ່ນ ເວທີປຶກສາຫາລືທາງອ໋ອນລາຍ, ຮ່ວມກັນຖ່າຍທຳຟີມສາລະຄະດີຕ່າງໆ, ວາງສະແດງຜົນງານລະຄອນໂທລະພາບແລະ ຮູບເງົາ ແບບສັນຈອນ, ຜະລິດລາຍການສຳພາດຊາວໜຸ່ມ, ສືບຕໍ່ຈັດກິດຈະກຳດ້ານວິດີໂອ ສັ້ນເພື່ອສາທາລະນະປະໂຫຍດແລະອື່ນໆ ເພື່ອຊຸກຍູ້້ສື່ມວນຊົນຕ່າງໆ ລົງເລິກການຮ່ວມມືກັນຢ່າງຮອບດ້ານ, ເຕົ້າໂຮມກຳລັງແຮງສັງລວມ ເພີ່ມຄວາມ ຮັບຮູ້ທີ່ເປັນເອກະພາບກັນ. 
 

ຮ່ວມກັນເຜີຍແຜ່ຂໍ້ລິເລີ່ມ “ການດຳເນີນງານສື່ມວນຊົນຈີນ-ອາເມຣິກາ ລາຕິນ”_fororder_中拉媒体2
 

     ທ່ານເຊີນໄຫສົງ ຜູ້ອຳນວຍການໃຫຍ່ສະຖານີວິທະຍຸໂທລະພາບສູນ ກາງຈີນໄດ້ກ່າວຄຳປາໄສຜ່ານຮູບແບບວິດີໂອວ່າ: ໃນເວລາທີ່ທ່ານປະທານສີຈິ້ນຜິງໄດ້ຊີ້ໃຫ້ເຫັນໃນເວລາກ່າວຄຳປາໄສໃນພິທີເປີດກອງປະຊຸມສຸດຍອດຜູ້ນຳສື່ມວນຊົນຈີນ-ອາເມຣິກາລາຕິນປີ2016ນັ້ນທ່ານໄດ້ຊີ້ໃຫ້ເຫັນວ່າ: ການແລກປ່ຽນດ້ານສື່ມວນຊົນເປັນພາກສ່ວນສຳຄັນຂອງສາຍພົວພັນຈີນ-ອາເມຣິກາລາຕິນ, ສື່ມວນຊົນຈີນ-ອາເມຣິກາ ລາຕິນໄດ້ມີຜົນງານຢ່າງຫລວງຫລາຍໃນການສືບທອດແລະເສີມຂະຫຍາຍມິດຕະພາບລະຫວ່າງປະຊາຊົນຈີນ-ອາເມຣິກາລາຕິນ. ໃນຫລາຍປີຜ່ານມານີ້, ສະຖານີວິທະຍຸໂທລະພາບສູນກາງຈີນກໍໄດ້ປະຕິບັດຕາມເນື້ອໃນຈິດໃຈນີ້ ແລະໄດ້ຕັ້ງໜ້າຊຸກຍູ້ການແລກປ່ຽນການໄປມາຫາສູ່ກັນລະຫວ່າງສື່ມວນຊົນຈີນ-ອາເມຣິກາລາຕິນ, ຊຸກຍູ້ແລະຮັດແໜ້ນຄວາມເຂົ້າໃຈກັນແລະຖອດຖອນບົດຮຽນເຊິ່ງກັນແລະກັນລະຫວ່າງປະຊາຊົນສອງຝ່າຍ. ສະຖານີວິທະຍຸໂທລະພາບສູນກາງຈີນຈະເດັດດ່ຽວ ຮ່ວມກັບສື່ມວນຊົນອາເມຣິກາລາຕິນພັດທະນາຮ່ວມກັນແລະເປີດກວ້າງການໄປມາຫາສູ່ກັນ, ຍຶດໝັ້ນໃນຄ່ານິຍົມຂອງສື່ມວນຊົນທີ່ຍຸດຕິທຳ ແລະພາວະວິໄສ, ເປີດກວ້າງຊ່ອງທາງການແລກປ່ຽນແລະຮ່ວມມືກັນ, ປະກອບ ສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນຈີນ-ອາເມຣິກາລາຕິນຕື່ມອີກ.

ຄຳ​ເຫັນ

0