陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາເມຣິກາແລະສະຫະພາບເອີຣົບຈະອອກຖະແຫຼງການເພື່ອຮັບມືກັບຈີນ

2021-12-03 12:36:34 cri

ມີລາຍງານຂ່າວວ່າ,ເຈົ້າໜ້າທີ່ລະດັບສູງຜູ້ໜຶ່ງຂອງກະຊວງການຕ່າງປະ ເທດອາເມຣິກາໄດ້ກ່າວວ່າ,ອາເມຣິກາແລະສະຫະພາບເອີຣົບໄດ້ໄຂກອງປະຊຸມ ໃນວັນທີ 2 ທັນວານີ້,ສອງຝ່າຍໄດ້ອອກຖະແຫຼງການຮ່ວມທີ່"ເຂັ້ມແຂງ"ສະບັບໜຶ່ງກ່ຽວກັບນະໂຍບາຍທີ່ມີຕໍ່ປະເທດຈີນ.ໃນກອງປະຊຸມຖະແຫຼງຂ່າວປະຈຳໃນວັນທີ 2 ທັນວານີ້,ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດ ຈີນໄດ້ກ່າວວ່າ,ການກະທຳທີ່ສ້າງກຸ່ມກ້ອນຄັບແຄບດ້ວຍຮູບຖານຈິດສຳນຶກແບບນີ້,ມີແຕ່ຈະທຳລາຍຜົນປະໂຫຍດຂອງຜູຸ້ອື່ນແລະຂອງຕົນເອງເທົ່ານັ້ນ,ເປັນການ ກະທຳໄດ້ບໍ່ກຸ່ມເສຍ.

 

ທ່ານວ່າງເວີນປິ່ນໄດ້ຊີ້ອອກວ່າ:ຈີນ ອາເມຣິກາແລະສະຫະພາບເອີຣົບລ້ວນ ແຕ່ແມ່ນກຳລັງສຳຄັນຂອງປະຊາຄົມໂລກ,ລະຫວ່າງ 3 ຝ່າຍບໍ່ແມ່ນສາຍ ພົວພັນບໍ່ຢ່າງໃດກໍ່ຢ່າງໜຶ່ງ,ຍິ່ງບໍ່ຄວນດຳເນີນການຫຼິ້ນເກມຜົນລວມເປັນ ສູນ.ຝ່າຍຈີນທວງໃຫ້ຝ່າຍທີ່ກ່ຽວຂ້ອງຈົ່ງປະຖິ້ມແນວຄິດສົງຄາມເຢັນ,ຍຶດໝັ້ນການເປີດປະຕູສູ່ພາຍນອກແລະການຮ່ວມມືກັນ,ສົນທະນາແລະປຶກສາ ຫາລືກັນ,ປະຕິບັດຕາມລັດທິຫຼາຍຝ່າຍທີ່ແທ້ຈິງ,ເພື່ອສ້າງຄວາມໝັ້ນຄົງແລະ ພະລັງທາງບວກໃຫ້ຫຼາຍກວ່າເກົ່າໃຫ້ກັບໂລກ.ການກະທຳທີ່ສ້າງກຸ່ມກ້ອນຄັບ ແຄບດ້ວຍຮູບຖານຈິດສຳນຶກ,ມັນບໍ່ມີຜົນດີຕໍ່ສັນຕິພາບແລະສະຖຽນລະພາບຂອງ ໂລກເຊິ່ງຈະທຳລາຍຜົນປະໂຫຍດຂອງຜູ້ອື່ນແລະຂອງຕົນເອງ,ສິ່ງທີ່ໄດ້ຮັບຈາກ ການກະທຳແບບນັ້ນແມ່ນໄດ້ບໍ່ກຸ້ມເສຍ.

ຄຳ​ເຫັນ

0