秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຂະບວນລົດໄຟລາວ-ຈີນຂົນສົ່ງສິນຄ້າ 2 ຖ້ຽວທຳອິດອອກເດີນທາງຈາກເຂດອ່າວໃຫຍ່ຂອງຈີນ

2021-12-04 14:38:55 cri

ຕອນ​ບ່າຍ​ວັນ​ທີ 3 ທັນ​ວາ​ນີ້, ຂະ​ບວນ​ລົດ​ໄຟ​​ສາ​ກົນລາວ-ຈີນ 2 ຖ້ຽວ​ທີ່​ບັນ​ຈຸ​ສິນ​ຄ້າ​ ໄດ້​ອອກ​ເດີນ​ທາງ​ຈາກ​ນະ​ຄອນ​ເຊີນ​ເຈີ້ນ ແລະ​ນະ​ຄອນກວາງ​ໂຈ່​ຂອງ​ຈີນ. ຫຼັງ​ຈາກ​ໄປ​ຮອດ​ນະ​ຄອນ​ຄຸນ​ໝິງ​ແລ້ວ, ຈະ​ເດີນ​ຕາມ​ທາງ​ລົດ​ໄຟ​ລາວ​ຈີນ​ທີ່​ເປີດນຳ​ໃຊ້​ໃໝ່ ແລະ​ມຸ້ງ​ໜ້າ​ໄປ​ສູ່​ນະ​ຄອນຫຼວງວຽງ​ຈັນ​ຂອງ​ລາວ. ລົດ​ໄຟ 2 ຖ້ຽວ​ດັ່ງ​ກ່າວ ໄດ້​ບັນ​ຈຸ​ຕູ້​ຄອນ​ເທນ​ເນີ 107 ຕູ້. ນີ້​ເປັນຂະ​ບວນ​ລົດ​ໄຟ​ສາ​ກົນ 2 ຖ້ຽວທຳ​ອິດ​ຂອງເຂດ​ອ່າວ​ໃຫຍ່​ຂອງ​ຈີນ​ທີ່​ເດີນ​ທາງ​ໄປປະ​ເທດ​ລາວ.

ຜູ້​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ​ຂອງ​ບໍ​ລິ​ສັດ SINOTRANS ​ຫຸ້ນສ່ວນ​ຈຳ​ກັດ​ຈີນ​ກ່າວ​ວ່າ: ພາຍຫຼັງສັນ​ຍາ​ວ່າ​ດ້ວຍ​ການ​ພົວ​ພັນ​ຄູ່​ຮ່ວມ​ເສດ​ຖະ​ກິດ​ຮອບ​ດ້ານ​ຂອງ​ພາກ​ພື້ນ ຫຼື RCEP ​ຈະມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ວັນ​ທີ 1 ມັງ​ກອນ 2022, ການ​ໄປ​ມາ​ຫາ​ສູ່​ກັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ອາຊຽນ​ຈະ​ແໜ້ນ​ແຟ້ນກວ່າ​ເກົ່າ, ການ​ສັນ​ຈອນ​ດ້ານ​ວັດ​ຖຸ​ສິນ​ຄ້າ​ກໍ​ຈະຫຼາຍ​ຂຶ້ນກວ່າ​ເກົ່າ. ການ​ເປີດ​ການ​ນຳ​ໃຊ້ຂະ​ບວນ​ລົດ​ໄຟ​ສາ​ກົນ​ລາວ-ຈີນ​ດັ່ງ​ກ່າວ, ຈະ​ສາ​ມາດ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ນະ​ຄອນ​ເຊີ່ນ​ເຈີ້ນ​ຂອງ​ຈີນ​ທີ່​ເປັນ​ຈຸດ​ໃຈ​ກາງ​ຄົມ​ມະ​ນາ​ຄົມ​ທີ່​ເຊື່ອມ​ຕໍ່​ລະ​ຫວ່າງ​ເອີ​ຣົບ​ກັບ​ອາ​ຊຽນ.

ຄຳ​ເຫັນ

0