秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຫ້ອງການຖະແຫຼງຂ່າວຂອງຄະນະລັດຖະບານຈີນເປີດເຜີຍປຶ້ມປົກຂາວວ່າດ້ວຍປະຊາທິປະໄຕຂອງຈີນ

2021-12-04 12:40:39 cri

ວັນ​ທີ 4 ທັນ​ວາ​ນີ້, ຫ້ອງ​ການ​ຖະ​ແຫຼງ​ຂ່າວ​​ຂອງຄະ​ນະ​ລັດ​ຖະ​ບານ​ຈີນ​ໄດ້​ເປີດ​ເຜີຍ​ປຶ້​ມ​ປົກ​ຂາວ​ວ່າ​ດ້ວຍ​ປະ​ຊາ​ທິ​ປະ​ໄຕ​ຂອງ​ຈີນ ພ້ອ​ມ​ທັງ​ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ແລະໃຫ້​ຜູ້​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ​ແນະ​ນຳ​ກ່ຽວ​ກັບ​ປຶ້ມ​ປົກ​ຂາວ​ດັ່ງ​ກ່າວ.

ປຶ້ມ​ປົກ​ຂາວ​ດັ່ງ​ກ່າວ ເປັນ​ເອ​ກະ​ສານ​ທີ່​ສຳ​ຄັນ​ທີ່​ໄດ້​ແນະ​ນຳ​ແນວ​ຄິດ​ຄ່າ​ນິ​ຍົມ, ລະ​ບົບ​ລະ​ບອບ, ພຶ​ດ​ຕິ​ກຳ ແລະ​ຜົນ​ສຳ​ເລັດໃນ​ດ້ານປະ​ຊາ​ທິ​ປະ​ໄຕ​ຂອງ​ຈີນ.

ປຶ້​ມ​ປົກ​ຂາວ​ໄດ້​ລະ​ບຸ​ວ່າ: ປະ​ຊາ​ທິ​ປະ​ໄຕ​ເປັນ​ຄ່າ​ນິ​ຍົມ​ຮ່ວມ​ຂອງມວນ​ມະ​ນຸດ​ທັງ​ໝົດ, ເປັນ​ແນວ​ຄິດ​ສຳ​ຄັນ​ທີ່​ພັກ​ກ​ອມ​ມູ​ນິດ​ຈີນ ແລະ​ປະ​ຊາ​ຊົນ​ຈີນ​ໄດ້​ຍຶດ​ໝັ້ນ​ມາ​ໂດຍ​ຕະຫຼອດ. ປະ​ຊາ​ທິ​ປະ​ໄຕ​ຂອງ​ຈີນ​ເປັນ​ປະ​ຊາ​ທິ​ປະ​ໄຕ​ຂອງ​ປະ​ຊາ​ຊົນ, ປະ​ຊາ​ຊົນ​ເປັນ​ເຈົ້າ​ຂອງ​ປະ​ເທດ ຄື​ທາດ​ແທ້ ແລະ​ແກນ​ກາງ​ຂອງ​ປະ​ຊາ​ທິ​ປະ​ໄຕ​ຂອງ​ຈີນ.

ປຶ້​ມ​ປົກ​ຂາວ​ໄດ້​ລະ​ບຸຕື່ມ​ວ່າ: ການ​ທີ່​ຕີ​ລາ​ຄາ​ວ່າ ລະ​ບອບ​ການ​ເມືອງ​ຂອງ​ປະ​ເທດ​ໃດ​ໜຶ່ງ​ແມ່ນ​ມີ​ປະ​ຊາ​ທິ​ປະ​ໄຕ ແລະ​ມີ​ປະ​ສິດ​ທິ​ຜົນຫຼື​ບໍ, ຕົ້ນ​ຕໍ​ຕ້ອງ​ສັງ​ເກດເບິ່ງ​ວ່າ​ການ​ນຳ​ຂອງ​ປະ​ເທດ​ນັ້ນ​ສາ​ມາດ​ຜັນ​ປ່ຽນກັນ​ຕາມ​ກົດ​ໝາຍ​ຢ່າງ​ເປັນ​ລະ​ບຽບໄດ້ຫຼື​ບໍ, ​ປະ​ຊາ​ຊົນ​ທຸກ​ຖ້ວນ​ໜ້າ​ສາ​ມາດ​ເຂົ້າ​ຮ່ວມ​ການ​ບໍ​ລິ​ຫານວຽກ​ງານ​​ທາງລັດ, ​ທາງ​ສັງ​ຄົມ ແລະ​ທາງ​ດ້ານວັດ​ທະ​ນະ​ທຳ​ໄດ້ຫຼື​ບໍ, ປະ​ຊາ​ຊົນ​ສາ​ມາດ​ສະ​ແດງ​ການ​ຮ້ອງ​ຂໍ​ດ້ານ​ຜົນ​ປະ​ໂຫຍດຂອງ​ຕົນ​ຢ່າງ​​ສະ​ດວກ​ໄດ້ຫຼື​ບໍ, ຝ່າຍ​ຕ່າງໆ​ຂອງ​ສັງ​ຄົມ​ສາ​ມາດ​ເຂົ້າ​ຮ່ວມ​ຊີ​ວິດ​ການ​ເມືອງ​ຂອງ​ປະ​ເທດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໄດ້ຫຼື​ບໍ, ການ​ວາງ​ນະ​ໂຍ​ບາຍ​ຕ່າງໆ​ຂອງ​ປະ​ເທດ​ແມ່ນ​ອີງ​ຕາມຫຼັກ​ວິ​ທະ​ຍາ​ສາດ ແລະ​ມີປະ​ຊາ​ທິ​ປະ​ໄຕ​ຫຼື​ບໍ, ບຸກ​ຄະ​ລາ​ກອນ​ຂອງວົງ​ການ​ຕ່າງໆ​ສາ​ມາດ​ເຂົ້າ​ໃນ​ລະ​ບົບ​ການ​ນຳ ແລະການ​ບໍ​ລິ​ຫານ​ຂອງ​ປະ​ເທດ ​ໂດຍ​ຜ່ານ​ການແຂ່ງ​ຂັນ​ຢ່າງ​ຍຸ​ຕິ​ທຳ​ໄດ້ຫຼື​ບໍ, ພັກ​ກຳ​ອຳ​ນາດ​ຈະ​ນຳ​ພາ​ວຽກ​ງານ​ລັດ​ໂດຍ​ອີງ​ຕາມ​ຂໍ້​ກຳ​ນົດ​ຂອງ​ລັດ​ຖະ​ທຳ​ມະ​ນູນ ແລະ​ກົດ​ໝາຍ​​ກົດ​ລະ​ບຽບ​ຕ່າງໆໄດ້ຫຼື​ບໍ, ການ​ໃຊ້​ສິດ​​ຈະຮັບ​ການ​ຄວບ​ຄຸມ ແລະ​ການ​ຕິດ​ຕາມກວດ​ກາໄດ້ຫຼື​ບໍ.

ປຶ້​ມ​ປົກ​ຂາວ​ຍັງ​ຊີ້​ອອກວ່າ: ປ​ະ​ຊາ​ທິ​ປະ​ໄຕ​ເປັນ​ສິດ​ທິ​ຂອງ​ປະ​ຊາ​ຊົນ​ປະ​ເທດ​ຕ່່າງໆ, ຫາກ​ບໍ່​ແມ່ນ​ສິດ​ທິ​​ສະ​ເພາະ​ແຕ່​ປະ​ຊາ​ຊົນ​ປະ​ເທດ​ສ່ວນ​ໃດ​ໜຶ່ງເທົ່າ​ນັ້ນ. ປະ​ເທດ​ໃດ​ໜຶ່ງ​ແມ່ນ​ປະ​ເທດ​ປະ​ຊາ​ທິ​ປະ​ໄຕຫຼື​ບໍ, ​ຄວນ​​ຕັດ​ສິນໂດຍ​ປະ​ຊາ​ຊົນ​ຂອງ​ປະ​ເທດ​ນັ້ນ, ຫາກ​ບໍ່​ແມ່ນ​ຕັດ​ສິນ​ໂດຍ​ກຸ່ມ​ຄົນ​ໃດ​ໜຶ່ງ​ຂອງ​ພາຍນອກ​ດ້ວຍ​ການ​ຊີ້​ໄມ້​ຊີ້​ມື.

ຄຳ​ເຫັນ

0