秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຂະບວນລົດໄຟຂົນສົ່ງສິນຄ້າລາວ-ຈີນເດີນທາງໄປຮອດດ່ານບໍ່ຫານ

2021-12-04 14:25:05 cri

ວັນ​ທີ 3 ທັນ​ວາ​ນີ້, ທາງ​ລົດ​ໄຟ​ລາ​ວ-ຈີນ​ໄດ້​ເປີດ​ການ​ນຳ​ໃຊ້​ຢ່າ​ງ​ເປັນ​ທາງ​ການ​ແລ້ວ, ລົດ​ໄຟ​ຂະ​ບວນ​ຟູ້​ຊີ່ງ​ຢູ່ນະ​ຄອນ​ຄຸນ​ໝິງ​ຂອງ​ຈີນ ແລະ​ຂະ​ບວນ​ລ້ານ​ຊ້າງ​ຢູ່​ນະ​ຄອນຫຼວງວຽງ​ຈັນ​ຂອງ​ລ​າວ ໄດ້​ອອກ​ເດີນ​ທາງ​ພ້ອມ​ກັນ. ຍ້ອນ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ລົດ​ໄຟ​ຜູ້​ໂດຍ​ສານ​​ສອງ​ຂະ​ບວນ​ດັ່ງ​ກ່າວ ສາ​ມາດ​ໄປ​ຮ​ອດ​ແຕ່​ດ່ານ​ຂອງ​ປະ​ເທດຕົນ​ເທົ່າ​ນັ້ນ. ສ່ວນຂະ​ບວນ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ສາ​ມາດ​ໄປ​ມາ​ລະ​ຫວ່າງ​ນະ​ຄອນ​ຄຸນ​ໝິງ ແລະ​ນະ​ຄອນຫຼວງວຽງ​ຈັນໄດ້.

ຕອນ​ບ່າຍ​ວັນ​ທີ 3 ທັນ​ວາ​ນີ້, ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າຂະ​ບວນ​ທຳ​ອິດ​ຂອງ​ທາງ​ລົດ​ໄຟ​ລາວ-ຈີນ ໄດ້​ອອກ​ເດີນ​ທາງ​ຈາກ​ສະ​ຖາ​ນີ​ຄຸນ​ໝິງ ແລະ​ໃນ​ເວ​ລາ​ 6 ໂມງ​ປາຍ​ຂອງວັນ​ທີ 4 ທັນ​ວາ​ນີ້ ໄດ້​ເດີນ​ທາງ​ໄປ​ຮອດ​ດ່ານ​​ສາ​ກົນ​ບໍ່​ຫານ ,ກຳ​ລັງ​ກະ​ກຽມ​ຈະ​ອອກ​ຈາກ​ດ່ານ ແລະ​ມຸ່ງ​ໜ້າ​ໄປ​ສູ່​ປະ​ເທດ​ລາວ.

ຄຳ​ເຫັນ

0