郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເວ​ທີ​​ປຶກສາ​ຫາ​ລື​ສາ​ກົນວ່າ​ດ້ວຍ“ປະ​ຊາ​ທິ​ປະ​ໄຕ:ຄຸນ​ຄ່າ​ຮ່ວມ​ຂອງມວນ​ມະ​ນຸດ”​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ

2021-12-05 14:50:18 cri

图片默认标题_fororder_1021303063

ວັນ​ທີ4ທັນ​ວານີ້ ເວ​ທີ​​​ປຶກສາ​ຫາ​ລືສາ​ກົນວ່າ​ດ້ວຍ“ປະ​ຊາ​ທິ​ປະ​ໄຕ:ຄຸນ​ຄ່າ​ຮ່ວມ​ຂອງມວນ​ມະ​ນຸດ”​ໄດ້ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ ໂດຍ​ມີທ່ານຮ​ວງ​ຄຸ່ນ​ມິງ ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົ​ມ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ເຂົ້າ​ຮ່ວມ​ແລະ​ກ່າວ​ປາ​ຖະ​ກະ​ຖ​າ.

ທ່ານ​ຮວງ​ຄຸ່ນ​ມິງ​ກ່າວວ່າ: ປະ​ຊາ​ທິ​ປະ​ໄຕ​ແມ່ນຄຸນ​ຄ່າ​ຮ່ວມ​ຂອງມວນ​ມະ​ນຸດ,ແມ່ນ​ສັນ​ຍ​ະ​ລັກ​ສຳ​ຄັນຂອງ​ການ​ພັດ​ທະ​ນາ​ແລະ​ຄວາມ​ກ້າວ​ໜ້າດ້ານ​ຄວາມສີ​ວິ​ໄລ​ຂອງມວນ​​ມະ​ນຸດ.​ໃນ​ຮອບ100ປີ​ຜ່ານ​ມາ,ພັກ​ກອມ​ມູ​ນິດ​ຈີນໄດ້​ນຳ​ພາ​ປະ​ຊາ​ຊົນ​ສະ​ແຫວງ​ຫາ​ປະ​ຊາ​ທິ​ປະ​ໄຕ,ພັດ​ທະ​ນາປະ​ຊາ​ທິ​ປະ​ໄຕ ​ແລະ​ບັນ​ລຸປະ​ຊາ​ທິ​ປະ​ໄຕ​ໂດຍ​ບໍ່​ປ່ຽນ​ແປງ​ອຸ​ດົມ​ການ​ຈັກ​ເທື່ອ,ເສັ້ນ​ທາງ​ປະ​ຊາ​ທິ​ປະ​ໄຕຂອງ​ຈີນ​ນັບ​ມື້​ນັບ​ກວ້າງ​ຂວາງ,ປະ​ຊາ​ຊົນ​ເປັນ​ເຈົ້າ​ຂອງ​ປະ​ເທດ​ຊາດ ແມ່ນ​ທາດ​ແທ້​ແລະ​ເນື້ອ​ໃນ​ໃຈ​ກາງ​ຂອງປະ​ຊາ​ທິ​ປະ​ໄຕ​ຂອງ​ຈີນ.

ທ່ານ​ຮວ​​ງຄຸ່ນ​ມິງກ່າວ​ເນັ້ນ​ໜັກ​ວ່າ: ປະ​ຊາ​ທິ​ປະ​ໄຕບໍ່​ມີ​ຮູບ​ແບບ​ໃດ​ໜຶ່ງທີ່​ໃຊ້​ໄດ້​ທົ່ວ​​ໄປ, ບັນ​ດາ​ປະ​ເທດ​ຄວນເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ, ສະ​ແຫວງ​ຫາ​ສິ່ງ​ທີ່​ຄື​ກັນ​ແຕ່​ສະ​ຫງວນ​ສິ່ງ​ທີ່​ຕ່າງ​ກັນ, ແລກ​ປ່ຽນ​ແລະ​ຖອດ​ຖອນ​ບົດ​ຮຽນ​ເຊິ່ງ​ກັນ​ແລະ​ກັນ, ຊຸກ​ຍູ້​ຄວາມ​ສາ​ມັກ​ຄີ​ກັນ​ຫາກ​ບໍ່​ແມ່ນ​​ສ້າງການ​ແບ່ງແຍ​ກ​ກັນ,ຊຸກ​ຍູ້​ການ​ຮ່ວມ​ມື​ກັນ​ຫາກ​ບໍ່​ແມ່ນ​ກໍ່​ການ​ເປັນ​ປໍ​ລະ​ປັກ​ກັນ,ເພີ່ມ​ຄວາມ​ສຸກ​ໃຫ້​ປະ​ຊາ​ຊົນຫາກ​ບໍ່​ແມ່ນ​ສ້າງ​ຄວາມ​ປັ່ນ​ປ່ວນວຸ້ນ​ວາຍ​ໃຫ້​ສັງ​ຄົມ. ພັກ​ກອມ​ມູ​ນິດ​ຈີນ​ແລະ​ປະ​ຊາ​ຊົນ​ຈີນ​ຍິນ​ດີ​ຮ່ວມ​ກັບ​ປະ​ຊາ​ຊົນ​ທົ່ວ​ໂລກ,ສົ່ງ​ເສີມ​ຄຸນ​ຄ່າ​ຮ່ວມ​ຂອງມວນ​ມະ​ນຸດ,ຊຸກ​ຍູ້​ກໍ່​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ,ປະ​ກອບ​ສ່ວນ​ຍິ່ງ​ໃຫຍ່ກວ່າ​ເກົ່າ​ໃຫ້​ແກ່​ການ​ພັດ​ທະ​ນາແລະ​ຄວາມ​ກ້າວ​ໜ້າດ້ານ​ຄວາມສີ​ວິ​ໄລຂອງມວນ​ມະ​ນຸດ.

​ແຂກ500ກວ່າ​ທ່ານ​ທີ່​ມາ​ຈາກ120ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ ແລະ20ກວ່າ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ໄດ້​ເຂົ້າ​ຮ່ວມ​ເວ​ທີ​​ປຶກສາ​ຫາ​ລື​ຄັ້ງ​ນີ້​ຜ່ານ​ທາງ​ອອນ​ລາຍ​ແລະ​ອອ​ຟ​ລາຍ.

ຄຳ​ເຫັນ

0