吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ເຜີຍ​ແຜ່​ບົດ​ລາຍ​ງານ​ກ່ຽວ​ກັບ​ສະ​ພາບ​ປະ​ຊາ​ທິ​ປະ​ໄຕ​ໃນ​ອາ​ເມ​ຣິ​ກາ

2021-12-05 14:31:04 cri

图片默认标题_fororder_微信图片_20211205143032

    ວັນ​ທີ 5 ທັນ​ວາ​ນີ້, ​ເວັບ​ໄຊກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ກ່ຽວ​ກັບ​ສະ​ພາບ​ປະ​ຊາ​ທິ​ປະ​ໄຕ​ໃນ​ອາ​ເມ​ຣິ​ກາ, ໂດຍ​ໄດ້​ຍົກ​ຕົວ​ຢ່າງ​ເລື່ອງ​ຈິງ, ຕົວ​ເລກ ແລະ​ຄວາມ​ເຫັນ​ຂອງ​ອົງ​ການ​ທີ່​ກ່ຽ​ວ​ຂ້ອງ, ບຸກ​ຄົນ ແລະ​ຜູ້​ຊ່ຽວ​ຊານ​ຈາກ​ບັນ​ດາ​ປະ​ເທດ, ສະ​ຫລຸບ​ຂໍ້​ບົກ​ຜ່ອງ​ຂອງ​ລະ​ບອບ​ປະ​ຊາ​ທິ​ປະ​ໄຕ​ຂອງ​ອາ​ເມ​ຣິ​ກາ, ​ສະ​ທ້ອນ​ໃຫ້​ເຫັນ​ເຖິງສະ​ພາບ​ວຸ້ນ​ວາຍ​ດ້ານ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ປະ​ຊາ​ທິ​ປະ​ໄຕ​ພາຍ​ໃນ​ອາ​ເມ​ຣິ​ກາ ​ທັງ​ໄດ້​ວິ​ໄຈ​ຜົນ​ຮ້າຍ​ຈາກ​ການເຜີຍ​ແຜ່​ແນວ​ຄິດ​ປະ​ຊາ​ທິ​ປະ​ໄຕຕໍ່​ຕ່າງ​ປະ​ເທດ​ຂອງ​ອາ​ເມ​ຣິ​ກາ.

    ບົດ​ລາຍ​ງານ​ລະ​ບຸ​ວ່າ: ອາ​ເມ​ຣິ​ກາ​ໃນ​ປັດ​ຈຸ​ບັນ​ນີ້, ສຳ​ລັບ​ພາຍ​ໃນ​ປະ​ເທດ​ຂອງ​ຕົນ​ແລ້ວ,ຄວນຮັບ​ປະ​ກັນ​ສິດ ແລະ​ຜົນ​ປະ​ໂຫຍດ​ດ້ານ​ປະ​ຊາ​ທິ​ປະ​ໄຕ​ຂອງ​ປະ​ຊາ​ຊົນ​ຢ່າງແທ້​ຈິງ ແລະ​ປັບ​ປຸງ​ລະ​ບອບ​ປະ​ຊາ​ທິ​ປະ​ໄຕ​ຂອງ​ຕົນ​ໃຫ້​ສົມ​ບູນກວ່າ​ເກົ່າ. ສຳ​ລັບ​ຕໍ່​ຕ່າງ​ປະ​ເທດ​ແລ້ວ, ຄວນ​ແບກ​ຫາບ​ໜ້າ​ທີ່​ຄວາມ​ຮັບ​ຜິດ​ຊອບ​ສາ​ກົນ​ຫລາຍ​ກວ່າ​ເກົ່າ, ສະ​ໜອງ​ຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະ​ຫລາຍ​ກວ່າ​ເກົ່າ, ຫາກ​ບໍ່​ແມ່ນ​ບັງ​ຄັບ​ໃຫ້​ປະ​ເທດ​ອື່ນຮັບ​ເອົາ​ແນວ​​ຄິດ​ປະ​ຊາ​ທິ​ປະ​ໄຕ​ຂອງ​ຕົນ ແລະ​ຖື​ເອົາ​ປະ​ຊາ​ທິ​ປະ​ໄຕ​ເປັນ​ຂໍ້​ອ້າງ​ເພື່​ອ​​ດຳ​ເນີນ​ການ​ເຄື່ອນ​ໄຫວ​ທີ່ແຊກ​ແຊງ, ​ໂຄ່ນ​ລົ້ມແລະ​ຮຸກ​ຮານ.

    ບົດ​ລາຍ​ງານ​ລະ​ບຸ​ຕື່ມ​ວ່າ: ປັດ​ຈຸ​ບັນ, ປະ​ຊາ​ຄົມ​ໂລກ​ພວມຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ລັກ​ສະ​ນະ​ທົ່ວ​ໂລກອັນ​ຂ້ຽວ​ຂາດ, ເຊັ່ນ: ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ຈັງ​ຫວະ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິ​ດ​ຊັກ​ຊ້າ​ລົງ, ວິ​ກິດ​ການ​ດ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ​ອື່ນໆ. ບັນ​ດາ​ປະ​ເທດ​ຄວນປະ​ຖິ້ມ​ຄວາມ​ຂັດ​ແຍ່ງ​ກັນ​ດ້ານ​ລະ​ບອບທີ່​ຕ່າງ​ກັນ, ເພື່ອ​ປະ​ຕິ​ບັດ​ລັດ​ທິ​ຫລາຍ​ຝ່າຍ​ອັນ​ແທ້​ຈິງ, ເຄົາ​ລົບ​ນັບ​ຖື​ເຊິ່ງ​ກັນ ແລະ​ກັນ, ສະ​ແຫວງ​ຫາ​​ສິ່ງ​ທີ່​ຄື​ກັນ ແລະ​​ສະ​ຫງວນ​ສິ່ງ​ທີ່ຕ່າງ​ກັນ, ຮ່ວມ​ມື​ກັນ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ຮ່ວມ​ກັນ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ.

ຄຳ​ເຫັນ

0