秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄັງປັນຍາຂອງຈີນເຜີຍແຜ່ບົດລາຍງານກ່ຽວກັບ “10 ຄຳຖາມສຳລັບປະຊາທິປະໄຕຂອງອາເມຣິກາ”

2021-12-06 14:53:42 cri

ວັນ​ທີ 6 ທັນ​ວາ​ນີ້, ກອງ​ປະ​ຊຸມສຳ​ມະ​ນາ​ ແລະ​ເຜີຍ​ແຜ່ບົດ​ລາຍ​ງານຜົນ​ການຄົ້ນ​ຄວ້າ “10 ຄຳ​ຖາມ​ສຳ​ລັບ​ປະ​ຊາ​ທິ​ປະ​ໄຕ​ຂອງ​ອາ​ເມ​ຣິ​ກາ” ທີ່​ຈັດ​ໂດຍ​ສະ​ຖາ​ບັນ​ການ​ທະ​ນາ​ຄານ​ຊົງ​ຢາງມະ​ຫາ​ວິ​ທະ​ຍາ​ໄລ​​ປະ​ຊາ​ຊົນຂອງ​ຈີນ ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ ໂດຍ​ມີຜູ້​ຕາງ​ໜ້າ​​ຈາກສະ​ຖາ​ນທູດ 30 ກວ່າ​ປະ​ເທດ​ປະ​ຈຳ​ຈີນ ເຊິ່ງ​ລວມ​ທັງ​ອາ​ເມ​ຣິ​ກາ, ສື່ມວ​ນ​ຊົນ​ຕ່າງ​ປະ​ເທດ​ປະ​ຈຳ​ຈີນ​ເກືອບ 20 ແຫ່ງ ແລະ​ນັກ​ຂ່າວ​​ຈາກ​ສຳ​ນັກ​ຂ່າວ​ຕ່າງໆ​ຂອງ​ຈີນ 40 ກວ່າ​ແຫ່ງ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄັ້ງ​ນີ້.

​ບົດ​ລາຍ​ງານ​ຜົນ​ການ​ຄົ້ນ​ຄວ້າ “10 ຄຳ​ຖາມ​ສຳ​ລັບ​ປະ​ຊາ​ທິ​ປະ​ໄຕ​ຂອງ​ອາ​ເມ​ຣິ​ກາ” ​ມີ​ໂຕ​ໜັງ​ສື​ທັງ​ໝົດ 23.000 ໂຕ ເຊິ່ງ​ໄດ້​ຕັ້​ງ​ຄຳ​ຖາມ 10 ຂໍ້ກ່ຽວ​ກັບ​ປະ​ຊາ​ທິ​ປະ​ໄຕ​ຂອງ​ອາ​ເມ​ຣິ​ກາ ໃນ​ດ້ານ​ພຶດ​ຕິ​ກຳ​ຂອງ​ລະ​ບອບ​, ການ​ບໍ​ລິ​ຫານ​ວຽກ​ງານ​ຂອງ​ລັດ, ສະ​ພາບ​ຄວາມ​ເປັນຈິງ​ຂອງ​ສັງ​ຄົມ, ເສ​ລີ​ພາບ​ດ້ານ​ສິດ​ທິ​ມະ​ນຸດ, ຜົນ​ສະ​ທ້ອນ​ຂອງ​ອາ​ເມ​ຣິ​ກາທີ່​ມີ​ຕໍ່​ສາ​ກົນ ໂດຍ​ຜ່ານ​ການ​ຄົ້ນ​ຄວ້າ ແລະ​ວິ​ເຄາະ​ຂໍ້​ມູນ​ຕ່າງໆ​ຂອງ​ອາ​ເມ​ຣິ​ກາ. 10 ຄຳ​ຖາມ​ເຫຼົ່າ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເປັນ​ຫ່ວງ ແລະ​​ຄຳ​ວິ​ຈານ​ຕໍ່​ປະ​ຊາ​ທິ​ປະ​ໄຕ​ຂອງ​ອາ​ເມ​ຣິ​ກາ​ທີ່ພ​າ​ໃຫ້​ເກີດ​ມີ​ຄວາມ​ບໍ່​ເປັນ​ລະ​ບຽບຮຽບ​ຮ້ອຍ​ໃນ​ສັງ​ຄົມ ແລະ​ເພີ່ມ​ຄວາມ​ທຸກ​​ຍາກໃຫ້​ແກ່​ປະ​ຊາ​ຊົນພາຍ​ໃນ​ປະ​ເທດ ພ້ອມ​ທັງ​ໄດ້​ສ້າງ​ໄພ​ພິ​ບັດ ແລະ​ຄວາມ​ປັ່ນ​ປ່ວນ​ວຸ້ນ​ວາຍ​ໃຫ້​ກັບ​ທົ່ວ​ໂລກ ແລະ​ໄດ້ທຳ​ລາຍ​ລະ​ບຽບ​​ກ​ານສາ​ກົນ.

ຄຳ​ເຫັນ

0