李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຢູ່​ອາ​ເມ​ຣິ​ກາ ຢ່າງ​ໜ້ອຍ​ມີ 15 ລັດ​ໄດ້​ພົບ​ເຫັນ​ຜູ້ຕິດ​ເຊື້ອ​ພະ​ຍາດໂຄວິດ-19 ສາຍ​ພັນ​ໂອ​ມິ​ຄ​ຣອນ

2021-12-06 11:05:47 cri

ວັນ​ທີ 5 ທັນ​ວາ​ນີ້ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ​ນາງ ໂຣ​ເຊວ ວາ​ເລັນ​​ສະ​ກີ, ຫົວ​ໜ້າ​ສູນ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ຂອງ​ອາ​ເມ​ຣິ​ກາ ​ໄດ້​ໃຫ້​ສຳ​ພາດ​ຕໍ່ ABC ຫຼື ວິ​ທະ​ຍຸ​ກະ​ຈາຍ​ສຽງ​ອາ​ເມ​ຣິ​ກາວ່າ, ​ມາ​ຮອດ​ປັດ​ຈຸ​ບັນ​ນີ້, ຢູ່​ອາ​ເມ​ຣິ​ກາ ຢ່າງ​ໜ້ອຍ​ມີ 15 ລັດ​ໄດ້​ພົບ​ເຫັນ​ຜູ້ຕິດ​ເຊື້ອໂຄວິດ-19 ກາຍ​ພັນ​ໂອ​ມິຄ​ຣອນ​ແລ້ວ, ຄາດ​ວ່າ, ຕົວ​ເລກ​ນີ້​ຍັງ​ຈະ​ເພີ່ມ​ຂຶ້ນ​ອີກ.

ທ່ານ​ນາງ ໂຣ​ເຊວ ວາ​ເລັນ​ສະ​ກີ​ກ່າວ​ວ່າ, ປັດ​ຈຸ​ບັນ, ອາ​ເມ​ຣິ​ກາ​ໄດ້​ພົບ​ຜູ້​ຕິດ​ເຊື້ອ​ພະ​ຍາດໂຄວິດ-19 ກາຍ​ພັນ​ໂອ​​ມິຄ​ຣອນ​ ຫຼາຍ​ສິບ​ກໍ​ລະ​ນີ​ແລ້ວ. ນອກ​ນີ້, ຜູ້​ຕິດ​ເຊື້ອ​​ໂຄວິດ-19 ຢູ່ອາ​ເມ​ຣິ​ກາ​ມີ 99,9% ແມ່ນ​ຕິດ​ເຊື້ອ​ໂຄວິດ-19 ​ສາຍ​ພັນ​ເດວ​ຕາ.

ຄຳ​ເຫັນ

0