徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຜີຍແຜ່ “ແຜນພັດທະນາອຸດສາຫະກຳຕາມທິດສີຂຽວໃນໄລຍະປະຕິບັດແຜນພັດທະນາເສດຖະກິດສັງຄົມ 5 ປີຄັ້ງທີ 14”

2021-12-06 16:52:57 cri

ຫວ່າງກ່ອນນີ້ບໍ່ດົນ,​ກະຊວງອຸດສາຫະກຳແລະການຫັນເປັນຂໍ້ມູນຂ່າວສານຈີນໄດ້ເຜີຍແຜ່ “ແຜນພັດທະນາອຸດສາຫະກຳຕາມທິດສີຂຽວໃນໄລຍະຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີຄັ້ງທີ 14” ເຊິ່ງໄດ້ສະເໜີວ່າ, ເມື່ອຮອດປີ 2025, ປະລິມານການລະບາຍກາກບອນດີອົກຊິດດີອົກຊິດຂອງອຸດສາຫະກຳຈີນຈະຫຼຸດລົງ 18%, ຍອດປະລິມານການລະບາຍກາກບອນດີອົກຊິດໃນຂະແໜງການອຸດສາຫະກຳເຫຼັກກ້າ, ໂລຫະມີສີ,​ ວັດສະດຸກໍ່ສ້າງແລະຂະແໜງການສຳຄັນອື່ນໆຈະໄດ້ຮັບການຄວບຄຸມເປັນກ້າວໆ.

 

ຕາມການວາງແຜນສຳລັບ “ແຜນການ” ດັ່ງກ່າວ, ໃນໄລຍະຈັດຕັ້ງປະຕິບັດ “ແຜນການພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີຄັ້ງທີ 14”,​ ກະຊວງອຸດສາຫະກຳແລະຂໍ້ມູນຂ່າວສານຈີນຈະຖືເອົາການຍົກລະດັບປະສິດທິພາບຂອງການປະຢັດພະລັງງານເປັນເສົາຄ້ຳທີ່ສຳຄັນຂອງຄວາມພະຍາຍາມຂອງຈີນໃນການບັນລຸເປົ້າໝາຍການປ່ອຍກາກບອນ​ດິ​ອົກ​ຊິດໃຫ້​​ເຖິງ​ລະ​ດັບ​ສູງ​ສຸດ​ກ່ອນ​​ປີ 2030 ແລະ ​ຈະພະ​ຍາ​ຍາມ​ໃຫ້​ບັນ​ລຸ​ເປົ້າ​ໝາຍການປອດການປ່ອຍກາກບອນດິອົກຊິດດ້ວຍ​ການ​ປູກ​ຕົ້ນ​ໄມ້ ແລະ ວິ​ທີ​ອື່ນໆ ກ່ອນ​ປີ 2060,​ເຊິ່ງເປັນຊ່ອງທາງທີ່ສຳຄັນໃນການຊຸກຍູ້ຂົງເຂດອຸດສາຫະກຳທີ່ນຳໃຊ້ພະລັງງານຢ່າງ

ເໝາະສົມ, ມີປະສິດທິພາບສູງແລະຕາມທິດສີຂຽວ.

 

ໃນໄລະຍະຈັດຕັ້ງປະຕິບັດ “ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີຄັ້ງທີ 14”,​ ຈີນຍັງຈະເອົາໃຈໃສ່ບົດບາດນຳໜ້າຂອງເຕັກໂນໂລຊີດີຈີຕອນເຂົ້າໃນການພັດທະນາ ອຸດສາຫະກຳຕາມທິດສີຂຽວໃຫ້ຫຼາຍກວ່າເກົ່າ, ຈາກການສ້າງພື້ນຖານຕົວເລກທີ່ໜັກແໜ້ນ,​ ການເລ່ັງປັບປຸງການຫັນເປັນດີຈີຕອນແລະການສ້າງສະຖານທີ່ໃຫ້ບໍລິການໃຫ້ໄວຂຶ້ນກວ່າເກົ່າ, ເພື່ອຊຸກຍູ້ທ່າແຮງເສດຖະກິດດີຕີຕອນໃຫ້ກາຍເປັນກຳລັງແຮງໃໝ່ໃນການປ່ຽນຮູບແບບອຸດສາຫະກຳທີ່ມີການປ່ອຍກາກບອນດີອົກຊິດຕ່ຳແລະຕາມທິດສີຂຽວ.

 

ຄຳ​ເຫັນ

0