李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ທີ່​ເຂົ້າ​ຮ່ວມ​ເວ​ທີ​ປຶກ​ສາ​ຫາ​ລື​ສາ​ກົນພາຍ​ໃຕ້​ຫົວ​ຂໍ້ “ປະ​ຊາ​ທິ​ປະ​ໄຕ​ແມ່ນ​ຄ່າ​ນິ​ຍົມຮ່ວມ​ຂອງ​ມວນ​ມະ​ນຸດ” ຮຽກ​ຮ້ອງ​ໃຫ້​ປະ​ເທດ​ຕ່າງໆ ຊຸກ​ຍູ້​ຄວາມ​ສາ​ມັກ​ຄີ​ແລະ​ການ​ຮ່ວມ​ມື

2021-12-06 11:04:54 cri

ວັນ​ທີ 4 ທັນ​ວາ​ນີ້, ​ເວ​ທີ​ປຶກ​ສາ​ຫາ​ລື​ສາ​ກົນພາຍ​ໃຕ້​ຫົວ​ຂໍ້ “ປະ​ຊາ​ທິ​ປະ​ໄຕ​ແມ່ນ​ຄ່າ​ນິ​ຍົມ​ຮ່ວມ​ຂອງ​ມວນ​ມະ​ນຸດ” ​ໄດ້ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ. ຜູ້​ທີ່​ເຂົ້າ​ຮ່ວມ​ເວ​ທີ​ປຶກ​ສາ​ຫາ​ລື​ດັ່ງ​ກ່າວ​ເຫັນ​ວ່າ, ປະ​ຊາ​ທິ​ປະ​ໄຕ​ບໍ່​ມີ​ຮູບ​ແບບ​ທີ່​​ສາ​ມາດໃຊ້​ໄດ້​ຢູ່​ທົ່ວ​ທຸກ​ບ່ອນ, ປະ​ເທດ​ຕ່າງໆ​ຄວນ​ເຄົາ​ລົບ​ນັບ​ຖື​ເຊິ່ງ​ກັນ​ແລະ​ກັນ, ສະ​ແຫວງ​ຫາ​ສິ່ງ​ທີ່​ຄື​ກັນ, ສະ​ຫງວນ​ສິ່ງ​ທີ່​ຕ່າ​ງ​ກັນ, ແລກ​ປ່ຽນ​ແລະ​ຖອດ​ຖອນ​ບົດ​ຮຽນ​ນຳ​ກັນ, ຊຸກ​ຍູ້​ຄວາມ​ສາ​ມັກ​ຄີ ຫາກ​ບໍ່​ແມ່ນ​ສ້າງ​ຄວາມ​ແບ່ງ​ແຍກ​ກັນ, ຊຸກ​ຍູ້​ການ​ຮ່ວມ​ມື ຫາກ​ບໍ່​ແມ່ນສ້າງ​ຄວາມເປັນ​ປໍລະ​ປັກ​ກັນ.

ໃນ​ເວ​ລາ​ກ່າວ​ຄຳ​ປາ​ໄສ, ທ່ານ​ເອ​ດູ​ອາ​ໂດ ​ໄຟ​ຣ ​ຣ​ອີ​ສ ທາ​ໂກ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ຈີ​ເລ​ຊີ້​ໃຫ້​ເຫັນວ່າ, ໃນ​ຄວາມ​ໝາຍ​ຂອງ​ຄຳ​ວ່າ​ປະ​ຊາ​ທິ​ປະ​ໄຕ, ຄວນ​ເນັ້ນ​ໃສ່ “ຄວາມ​ໃຈ​ກວ້າງ” ເປັນ​ພິ​ເສດ, ເພາະ​ວ່າ, ທຸກ​ຄົນ​ມີ​ຄວາມ​ເຫັນ​ທີ່​ຕ່າງ​ກັນ, ມີ​ທັດ​ສະ​ນະ​ຂອງ​ໃຜ​ຂອງ​ລາວ, ຄົນ​ທັງ​ຫຼາຍ​ຄວນ​ເຂົ້າ​ໃຈ​ກັນ, ຈຶ່ງ​​ຈະສາ​ມາດ​ບັນ​ລຸ​ການ​ພັດ​ທະ​ນາ​ແລະ​ການ​ສ້າງ​ຄວາມ​ສຸກ​​ຮ່ວມ​ກັນ ໃນ​ສະ​ພາບ​ແວດ​ລ້ອມ​ທີ່​ມີ​ຄວາມ​ຫຼາກ​ຫຼາຍ.

ທ່ານ​ຢູ​ຄີ​ໂອ ຮາ​ໂ​ຕ​ຢາ​ມະ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ​​ໄດ້​ຊີ້​ໃຫ້​ເຫັນ​ວ່າ, ປະ​ເທດ​ຕ່າງໆ​ບໍ່​ຄວນ​ຫັນ​ເຫ​ຄວາມ​ວຸ້ນ​ວາຍ​ທີ່​ເກີດ​ຂຶ້ນ​ໃນ​ປະ​ເທດ​ຕົນ​ໂດຍ​ໂຈມ​ຕີ​ຄ່າ​ນິ​ຍົມ​ຂອງ​ປະ​ເທດ​ອື່ນ. ຖ້າ​ວ່າ, ພວກ​ເຮົາຢາກ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຂອງມວນ​ມະ​ນຸດ, ກໍ່​ຕ້ອງ​ເອົາ​ໃຈ​ໃສ່​ນຳ​ຄ່າ​ນິ​ຍົມ​ແລະ​ນະ​ໂຍ​ບາຍ​ຈ​າກ​ສະ​ພາບ​ການ​ລວມ, ທັງຈ້ອງເບິ່ງສິ່ງ​ທີ່​ຄື​ກັນ.

ຄຳ​ເຫັນ

0