李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ໄດ້​ສົ່ງ​ເຄື່ອງຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ​ງວດ​ທຳ​ອິດ​ໄປ​ຮອດ​ອັ​ຟ​ກາ​ນິ​ສະ​ຖານ

2021-12-06 11:02:59 cri

ຫວ່າງ​ມໍ່ໆ​ມານີ້, ​ເຄື່ອງຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ​​ທີ່​ຈີນ​ມອບ​ໃຫ້​ອັ​ຟ​ກາ​ນິ​ສະ​ຖານງວດ​ທຳ​ອິດ ໄດ້​​ສົ່ງ​ໄປ​ຮອດ​ແຂວງ​ບາກຂອງ​ອັ​ຟ​ກາ​ນິ​ສະ​ຖານ​ແລ້ວ.

ວັນ​ທີ 4 ທັນ​ວາ​ນີ້, ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ, ເຈົ້າ​ໜ້າ​ທີ່​ດ່ານ​ພາ​ສີ​ແຂວງບາກ​ຂອງ​ອັ​ຟ​ກາ​ນິ​ສະ​ຖານ​ກ່າວ​ວ່າ, ​ເຄື່ອງ​ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ​ງວດ​ທຳ​ອິດ​ທີ່​​ຈີນມອບ​ໃຫ້​ນັ້ນ ໄດ້​ສົ່ງ​ໄປ​ຮອດ​ດ່ານ​ຊາຍ​ແດນ​ແຂວງ​ບາກ​ແລ້ວ ໃນ​ວັນ​ທີ 2 ແລະ​ວັນ​ທີ 3 ທັນ​ວາ​ນີ້, ແລະ​ຈະ​ແຈກ​ຢາຍ​ໃຫ້​ປະ​ຊາ​ຊົນ​ຢູ່​ຫຼາຍ​ແຂວງ​ຂອງ​ອັ​ຟ​ກາ​ນິ​ສະ​ຖານ. ​ເຈົ້າ​ໜ້າ​ທີ່​ທ່ານ​ນີ້​ໄດ້ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ປະ​ເທດຈີນ​​ທີ່​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ອັ​ຟ​ກາ​ນິ​ສະ​ຖານ.

ຂ່າວ​ແຈ້ງວ່າ, ວັນ​ທີ 20 ພະ​ຈິກ​ຜ່ານ​ມາ​ນີ້, ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​​ຖ້ຽວ​ພິ​ເສດ​ຂອງ​ຈີນ​ທີ່​ໄດ້​ບັນ​ທຸກ​ເຄື່ອງ​ຊ່ວຍ​ເຫຼືອ ​ເພື່ອ​ຮັບ​ໃຊ້​ຊີ​ວິດ​ການ​ເປັນ​ຢູ່​ແລະ​ການ​ຜະ​ລິດ​ຂອງ​ປະ​ຊາ​ຊົນ​ອັ​ຟ​ກາ​ນິ​ສະ​ຖານ ພັນ​ກວ່າ​ໂຕນ ໄດ້​ຂົນ​ສົ່ງຈາກ​ສະ​ຖາ​ນີ​ອູ​ຊີ​ເຂດ​ຊິ່ນ​ຈ່ຽງ​​ປະ​ເທດ​ຈີນ​ໄປ​ເຖິງດ່ານ​ທາງ​ລົດ​ໄຟໂຮ​ກາ​ສແລ້ວ, ​ຫຼັງ​ຈາກ​ນັ້ນ ໄດ້​ສົ່ງ​ຕໍ່​ໄປຮອດ​ອັ​ຟ​ກາ​ນິ​ສະ​ຖານ​ດ້ວຍ​ລົດ​ໄຟ​ແລະ​ລົດ​ບັນ​ທຸກ.

ຄຳ​ເຫັນ

0