ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ຕາມຂ່າວCRI: ຕາມຕົວເລກຫຼຸ້າສຸດຂອງກົມຮັບມືກັບໄພພິບັດແຫ່ງຊາດອິນໂດເນເຊຍໄດ້ແຈ້ງໃຫ້ຮູ້ໃນຕອນແລງຂອງວັນທີ 5 ທັນວາຕາມເວລາທ້ອງຖິ່ນວ່: ມາຮອດປັດຈຸບັນນີ້, ການລະເບີດຂອງພູໄຟເຊເມຣູໄດ້ເຮັດໃຫ້ມີຜູ້ເສຍຊີວິດເພີ່ມຂຶ້ນຮອດ 14 ຄົນ, ມີ 56 ຄົນໄດ້ຮັບບາດເຈັບ, ໃນນັ້ນມີ 35 ຄົນໄດ້ຮັບບາດເຈັບສາຫັດ. ຢ່າງໜ້ອຍມີຜູ້ປະສົບໄພ 1,300 ຄົນໄດ້ຖືກຍົກຍ້າຍໄປສະຖານທີ່ປອດໄພ. ມີເຮືອນຮ້ອຍກວ່າຫຼັງປະສົບຄວາມເສຍຫາຍ, ເສັ້ນທາງບາງສາຍເປ່ເພ.
ຕອນບ່າຍຂອງວັນທີ 4 ທັນວານີ້ຕາມເວລາທ້ອງຖິ່ນ, ພູໄຟທາງພາກຕາເວັນອອກຂອງເກາະຊາວາຂອງອິນໂດເນເຊຍໄດ້ລະເບີດຂຶ້ນ, ໃນເວລາພູໄຟລະເບີດຍັງມີຝົນຕົກແລະຟ້າຜ່າ,ເຊິ່ງເຮັດໃຫ້ຂີ້ຟຸ່ນຈາກພູໄຟກາຍເປັນດິນໜຽວໜາໆ,ເຊິ່ງໄດ້ປົກຫຸ້ມບ້ານຫຼາຍແຫ່ງ.
ຄຳເຫັນ
0