蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ໄດ້​ກ່າວ​ຄຳ​ປາ​ໄສ​ຕໍ່​ພິ​ທີ​ໄຂ “ເວ​ທີ​ປຶ​ກ​ສາ​ຫາ​ລື​ສາ​ກົນ​ສົງ​ຕູ 2021” ໂດຍ​ຜ່ານ​ຮູບ​ແບບ​ວິ​ດີ​ໂອ

2021-12-06 15:23:25 CRI

ວັນ​ທີ 5 ທັນ​ວາ​ນີ້, ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້ກ່າວ​ຄຳ​ປາ​ໄສ​ຕໍ່​ພິ​ທີ​ໄຂ “ເວ​ທີ​ປຶ​ກ​ສາ​ຫາ​ລື​ສາ​ກົນ​ສົງ​ຕູ 2021” ໂດຍ​ຜ່ານ​ຮູບ​ແບບ​ວິ​ດີ​ໂອ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ພວກ​ເຮົາ​ຄວນ​ຍຶດ​ໝັ້ນ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ ແລະ ມີ​ຄວາມ​ໂອບ​ເອື້ອ​ອາ​ລີ, ປຶກ​ສາ​ຫາ​ລື​ແລະ​ຮ່ວມ​ມື​ກັນ, ຍຶດ​ໝັ້ນ ແລະ ປົກ​ປັກ​ຮັກ​ສາ​ລັດ​ທິຫຼາຍ​ຝ່າຍ, ຕັ້ງ​ໜ້າ​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ.

ທ່ານ​ສີ​ຈິ້ງ​ຜິງ​ກ່າ​ວ​ຕື່ມ​ວ່າ: ພວກ​ເຮົາ​ຄວນ​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ, ຈັດ​ຕັ້ງ​ປະ​ຕິ​ບັດ​ຕາມ​ລັດ​ທິຫຼາຍ​ຝ່າຍ​ຢ່າງ​ແທ້​ຈິງ. ​ທາດ​ແທ້ຂອງ​ລັດ​ທິຫຼາຍ​ຝ່າຍ​ກໍ​ແມ່ນ​ວຽກ​ງານ​ສາ​ກົນ​​ທີ່​ໃຫ້​ປະ​ເທດ​ຕ່າງ​ປຶກ​ສາ​ຫາ​ລື​ຮ່ວມ​ກັນ​ເພື່ອ​ຊອກ​ຫາ​ວິ​ທີ​ແກ້​ໄຂ, ອະ​ນາ​ຄົດ​ແລະ​ຊາ​ຕາ​ກຳ​ຂອງ​ໂລກ​ຄວນ​ໃຫ້​ປະ​ເທດ​ຕ່າງໆ​ຕົກ​ລົງ​ຮ່ວມ​ກັນ.

ທ່ານ​ສີ​ຈິ້ນ​ຜິງ​ຊີ້​ໃຫ້​ເຫັນ​ວ່າ: ພວກ​ເຮົາ​ຄວນ​ກ້າວ​ໄປ​ທັນ​ກັບ​ຍຸກ​ສະ​ໄໝ, ປັບ​ປຸງ​ລະ​ບົບ​​ການບໍ​ລິ​ຫານ​ທົ່ວ​ໂລກ​ໃຫ້​ສົມ​ບູນ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ຍຶດ​ໝັ້ນ​ທິດ​ທາງ​​ລວມ​ໃນກາ​ນ​ພົວ​ພັນ​ສາ​ກົນ​ທີ່​ຫັນ​ເປັນ​ແບບ​ປະ​ຊາ​ທິ​ປະ​ໄຕ, ​ເພີ່ມ​ທະ​ວີ​ການ​ເປັນ​ຕົວ​ແທນ ແລະ ​ການ​ມີສິດ​ປະ​ກອບ​ຄວາມ​ເຫັນ​ຂອງ​ປະ​ເທດ​ພວມ​ພັດ​ທະ​ນາ​ໃນ​ວຽກ​ງານ​ສາ​ກົນ, ພະ​ຍາ​ຍາມ​ຊຸກ​ຍູ້​ລະ​ບົບ​ບໍ​ລິ​ຫານ​ທົ່ວ​ໂລກ​​ໃຫ້ກ້າວ​ໄປ​ສູ່​ທິດ​ທາງ​ທີ່​ຍຸດ​ຕິ​ທຳ​ແລະ​ສົມ​ເຫດ​ສົມ​ຜົນ​ກວ່າ​ເກົ່າ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ: ພວກ​ເຮົາ​ຄວນ​ສຸມ​ໃສ່​ການ​ເຄື່ອນ​ໄຫວ, ຈັດ​ຕັ້ງ​ປະ​ຕິ​ບັດ​ວາ​ລະ​ການ​ຮ່ວມ​ມື​ທົ່ວ​ໂລກ. ຄວນ​ຍຶດ​ໝັ້ນ​​ການ​ຖື​ເອົາ​ວຽກ​ງານດ້ານ​ການ​ພັດ​ທະ​ນາ​ເປັນ​ວຽກ​ງານ​ບູ​ລິ​ມະ​ສິດ, ຊຸກ​ຍູ້ກາ​ນ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ ເຊັ່ນ: ຂົງ​ເຂດ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ການ​​ຮັບ​ມືກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລະ ​ການ​ສະ​ໜອງວັກ​ຊິນ, ການ​ລະ​ດົມ​ທຶນ​​ເພື່ອການ​ພັດ​ທະ​ນາ, ການ​ຫັນ​ປ່ຽນ​ຮູບ​ແບບການ​ພັດ​ທະ​ນາ​​ຕາມ​ທິດ​ສີ​ຂຽວ ແລະ ກາ​ນ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ກັນ ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ທົ່ວ​ໂລກ​​ໃຫ້ກ້າວ​​ໄປສູ່​ໄລ​ຍະ​ໃໝ່​ທີ່​ມີ​ຄວາມ​ດຸນ​ດ່ຽງ​ກັນ, ປະ​ສານ​ສົມ​ທົບ​ກັນ ແລະ ເຕີບ​ໂຕ​ແບບກວມ​ລວມ.

ຄຳ​ເຫັນ

0