李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສື່ມວນ​ຊົນ​ຕ່າງ​ປະ​ເທດກ່າວ​ວ່າ: ອັນ​ທີ່​ເອີ້ນ​ວ່າ “ກອງ​ປະ​ຊຸມ​ສຸດຍອດ​ປະ​ຊາ​ທິ​ປະ​ໄຕ” ແມ່ນ​ເລ່​ຫຼ່ຽມ​ຂອງ​ອາ​ເມ​ຣິ​ກາ​ທີ່​ພາ​ໃຫ້​ໂລກ​ເກີດ​ມີ​ຄວາມ​ປັ່ນ​ປ່ວນ​ວຸ້ນ​ວາຍ​

2021-12-07 17:10:55 cri

ກ່ຽວ​ກັບ​ອາ​ເມ​ຣິ​ກາ​ຈະ​ຈັດ​ອັນ​ທີ່​ເອີ້ນ​ວ່າ “ກອງ​ປະ​ຊຸມ​ສຸດຍອດ​ປະ​ຊາ​ທິ​ປະ​ໄຕ”, ອາ​ເມ​ຣິ​ກາ​ກ່າວ​ວ່າ, ຈະ “ຊຸກ​ຍູ້​ການເຄົາ​ລົບ​ສິດ​ທິ​ມະ​ນຸດ”, ແຕ່​ຄວາມ​ເປັນ​ຈິງ​ຫາກ​ບໍ່​ແມ່ນ​ແນວ​ນັ້ນ. ໜັງ​ສື​ພິມ ເດີອາ​ຊຽນໂພ​ສ໌ ສື່ມວນ​ຊົນ​ອາ​ຊີ​ອາ​ຄະ​ເນ​ໄດ້ພິມ​ບົດ​ຄວາມ​ລົງ​ໃນ​ສະ​ບັບ​ວັນ​ທີ 5 ທັນ​ວາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ໂດຍ​ລະ​ບຸວ່າ, ອັນ​ທີ່​ເອີ້ນ​ວ່າ “ກອງ​ປະ​ຊຸມ​ສຸດຍອດ​ປະ​ຊາ​ທິ​ປະ​ໄຕ” ແມ່ນ​ເລ່​ຫຼ່ຽມ​ຂອງ​ອາ​ເມ​ຣິ​ກາ​ທີ່​ຢາກ​ສ້າງ​ຄວາມ​ປັ່ນ​ປ່ວນ​ວຸ້ນ​ວາຍຫຼັງ​ສົງ​ຄາມ​ເຢັນ.

ບົດ​ຄວາມ​ຊີ້​ອອກວ່າ, ອີງ​ຕາມ​ບົດ​ລາຍ​ງານ​ສະ​ບັບ​ໜຶ່ງ​ຂອງ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ “ສະ​ມາ​ຄົມໃຫ້​ການ​ຊ່ວຍ​ເຫຼືອ​​ດ້ານປະ​ຊາ​ທິ​ປະ​ໄຕ​ແລະ​ການ​ເລືອກ​ຕັ້ງ​ສາ​ກົນ”, ​ໄດ້​ຈັດ​ເອົາອາ​ເມ​ຣິ​ກາ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່ “ປະ​ເທດ​ຖອຍ​ຫຼັງ​ດ້ານ​ປະ​ຊາ​ທິ​ປະ​ໄຕ”. ເຊັ່ນ​ດຽວ​ກັນ, ບົດ​ລາຍ​ງານ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ​​ຂອງອາ​ເມ​ຣິ​ກາ​ສະ​ບັບ​ຫຼ້າ​ສຸດ​​ກໍ່​ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ, ປະ​ຊາ​ຄົມ​ໂລກ​ມີ​ຄວາມ​ເປັນ​ຫ່ວງ​ໂດຍ​ທົ່ວ​ໄປ ​ຕໍ່​ສະ​ພາບ​ການ​​ທີ່ກຸ່ມ​ຄົນ​ຊົນ​ເຜົ່າ​ສ່​ວນ​ໜ້ອຍແລະ​ຊາວ​ອາ​ເມ​ຣິ​ກາ​ເຊື້ອ​ສາຍ​ອື່ນ​ ມີ​ສິດ​ທິ​ມະ​ນຸດ​ຫຼຸດ​ລົງ​ຢ່າງ​ຕໍ່​ເນື່ອງ.

ບົດ​ຄວາມ​ຊີ້​ໃຫ້​ເຫັນ​ວ່າ, ອັນ​ທີ່​ເອີ້ນ​ວ່າ “ກອງ​ປະ​ຊຸມ​ສຸດຍອດ​ປະ​ຊາ​ທິ​ປະ​ໄຕ”ຄັ້ງ​ນີ້ ແມ່ນ​ເລ່​ຫຼ່ຽມ​ຂອງ​ອາ​ເມ​ຣິ​ກາ​ທີ່​ພາ​ໃຫ້​ໂລກ​ເກີດ​ມີ​ຄວາມ​ປັ່ນ​ປ່ວນ​ວຸ້ນ​ວາຍ​ຫຼັງ​ສົງ​ຄາມ​ເຢັນ, ​ການ​ກະ​ທຳ​ນີ້​ອາ​ດ​ຈະ​ພາ​ໃຫ້​ເກີດ​ມີ​ຄວາມ​ຂັດ​ແຍ່ງ​ກັນ​ດ້ານຮູບ​ແບບ​ຈິດ​ສຳ​ນຶກ​ຫຼາຍກວ່າ​ເກົ່າ, ພາ​ໃຫ້ເກີດ​ມີ​ຄວາມ​ເປັນ​ປໍ​ລະ​ປັກ​ກັນ​ຫຼາຍກວ່າ​ເກົ່າ, ແລະ​ພາ​ໃຫ້​ໂລກ​ເກີດ​ມີ​ຄວາມ​ປັ່ນ​ປ່ວນ​ວຸ້ນ​ວາຍ.​

ຄຳ​ເຫັນ

0