蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຂະ​ບວນ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ສາ​ກົນ​ຈີນ-ລາວ​ໄດ້​ອອກ​ເດີນ​ທາງ​ຈາກ​ເມືອງ​ຊວງ​ລິວ​ນະ​ຄອນ​ເສິງ​ຕູ​ຢ່າງ​ເປັນ​ທາງ​ການ

2021-12-07 16:01:38 CRI

ຂະ​ບວນ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ສາ​ກົນ​ຈີນ-ລາວ​ໄດ້​ອອກ​ເດີນ​ທາງ​ຈາກ​ເມືອງ​ຊວງ​ລິວ​ນະ​ຄອນ​ເສິງ​ຕູ​ຢ່າງ​ເປັນ​ທາງ​ການ_fororder_微信图片_20211207160442

ວັນ​ທີ 4 ທັນ​ວາ​ນີ້, ຂະ​ບວນ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ສາ​ກົນ​ຈີນ-ລາວ ທີ່​ໄດ້​ບັນ​ທຸກ​ເຄື່ອງ​ອາ​ໄລ່, ກະ​ດານ​ຄວບ​ຄຸມ​ໄຟ​ຟ້າ, ​ແຜ່ນ​ແພ, ຊີກ​ສ່ວນ​ເຄື່ອງ​ເອ​ເລັກ​ໂຕ​ນິກ​ເປັນ​ຕົ້ນ ໄດ້​ອອກ​ເດີນ​ທາງ​ຈາກ​ເມືອງ​ຊວງ​ລິວ​ນະ​ຄອນ​ເສິງ​ຕູ​ຢ່າງ​ເປັນ​ທາງ​ການແລ້ວ ແລະ ມຸ່ງ​ໜ້າ​ໄປ​ສູ່​ນະ​ຄອນຫຼວງວຽງ​ຈັນ​ຂອງ​ປະ​ເທດ​ລາວ. ຂະ​ບວນ​ລົດ​ໄຟ​ດັ່ງ​ກ່າວ​ມີ 35 ຕູ້​ ແລະ ໄດ້​ບັນ​ທຸກ​ສິນ​ຄ້າ​ເກືອບ 350 ໂຕນ, ລ້ວນ​ແຕ່​ເປັນ​ຜະ​ລິດ​ຕະ​ພັນ​ທີ່​ຜະ​ລິດ​ຢູ່​ໃນ​ເຂດ​ເສດ​ຖະ​ກິດ​ພິ​ເສດ​​ຊວງ​ລິວ, ຂະ​ບວນ​ລົດ​ໄຟ​ດັ່ງ​ກ່າວ​ໄວ​ສຸດ​ຈະ​ເດີນ​ທາງ​ໄປ​ເຖິງ​ນະ​ຄອນຫຼວງວຽງ​ຈັນ​ພາຍ​ໃນ 72 ຊົ່ວ​ໂມງ ແລະ ສາ​ມາດ​ປະ​ຢັດ​ຕົ້ນ​ທຶນ​ໃຫ້​ແຫ່​ວິ​ສາ​ຫະ​ກິດ​ໄດ້​ເຖິງ 20% ຫາ 30%.

ການ​ເປີດ​ນຳ​ໃຊ້​ຂະ​ບວນ​ລົດ​ໄຟ​ສາ​ກົນ​ຈີນ-ລາວ​ບໍ່​ພຽງ​ແຕ່​ໄດ້​ເປີດ​ຊ່ອງ​ທາງ​ໃໝ່​ທີ່​ສະ​ດວກ​​ໃຫ້​ແກ່​ວິ​ສາ​ຫະ​ກິດ​ການ​ຄ້າ​ ແລະ ​ຜູ້​ຜະ​ລິດ​ເຄື່ອງ​ເອກ​ເລັກ​ໂຕ​ນິກ​ຂອງ​ແຂວງ​ເສ​ສວນ​ທີ່​ຈະ​ຂົນ​ສົ່ງ​ເຄື່ອງ​ໄປ​ສູ່​ປະ​ເທດ​ອາ​ຊຽນເທົ່າ​ນັ້ນ, ຫາກ​ຍັງ​ໄດ້ຫຼຸດ​ເວ​ລາ ແລະ ຕົ້ນ​ທືນ​ໃນ​ການ​ຂົນ​ສົ່ງ​ສິນ​ຄ້າ​​ຈາກແຂວງ​ເສ​ສວນ​ໄປ​ສູ່​ພາກ​ພື້ນ​ອາ​ຊຽນ​ອີ​ກ​ດ້ວຍ ເຊິ່ງ​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ​ທີ່​ສຳ​ຄັນ​ສຳ​ລັບ​ແຂວງ​ເສ​ສວນ ໃນ​ການ​ເລັ່ງ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຂະ​ແໜງ​ການ​ຈໍ​ລະ​ຈອນ​ສິນ​​ຄ້າ​ທີ່ທັນ​ສະ​ໄໝ​​ດ້ວຍຄຸນ​ນະ​ພາບ​ສູງ ແລະ ລົງ​ເລິກ​ການ​​ແລກ​ປ່ຽນດ້ານ​ເສດ​ຖະ​ກິດ​ການ​ຄ້າ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນນຳ​ອີກ.

 

ຄຳ​ເຫັນ

0