李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຢູ່ອາ​ເມ​ຣິ​ກາ​ມີ​ເດັກ​ນ້ອຍຢ່າງ​ໜ້ອຍ 133.000 ຄົນ​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ​ໃນ​ອາ​ທິດ​ຜ່ານ​ມາ

2021-12-07 17:08:31 cri

 

ວັນ​ທີ 6 ທັນ​ວາ​ນີ້ ຕາມ​ເວ​ລາ​ທ້ອງ​ຖິ່ນ, ສະ​ມາຄົມ​ແພດ​ເດັກ​ນ້ອຍ​ອາ​ເມ​ຣິ​ກາ​​ເປີດ​ເຜີຍ​ວ່າ, ມາ​ຮອດອາ​ທິດ​ທີ່​ຜ່ານ​ມາ, ຢູ່​ອາ​ເມ​ຣິ​ກາ, ຢ່າງ​ໜ້ອຍ​ມີ​ເດັກ​ນ້ອຍ 133.000 ຄົນ​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19.

ສະ​ມາ​ຄົມ​ແພດ​ເດັກ​ນ້ອຍ​ອາ​ເມ​ຣິ​ກາ​ໄດ້​ເປີດ​ເຜີຍວ່າ, ໃນ​ອາ​ທິ​ດ​ທີ່​ຜ່ານ​ມາ, ຈຳ​ນວນ​ເດັກ​ນ້ອຍ​ທີ່​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ໄດ້​ກວມ​ເອົາ​ຫຼາຍກວ່າ 22% ຂອງ​ຍອດ​ຈຳ​ນວນ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ​ຢູ່​ທົ່ວປະ​ເທດອາ​ເມ​ຣິ​ກາ.

​ຕົວ​ເລກ​ສະ​ຖິ​ຕິ​ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ, ນັບ​ແຕ່​ເກີດ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເປັ​ນ​ຕົ້ນ​ມາ, ຢູ່​ອາ​ເມ​ຣິ​ກາ, ໄດ້​ມີ​ເດັກ​ນ້ອຍ​ເກືອບ​ 1.000 ຄົນ ເສຍ​ຊີ​ວິດ​ຍ້ອນ​ພະ​ຍາດ​ໂຄວິດ-19.

ຄຳ​ເຫັນ

0