秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາຟຣິກາວາງແຜນຍົກສູງຄວາມສາມາດດ້ານການຜະລິດວັກຊີນໂຄວິດ-19

2021-12-07 16:11:40 cri

ວັນ​ທີ 6 ທັນ​ວາ​ນີ້, ສູນ​ຄວບ​ຄຸມ​ ແລະ​ປ້ອງ​ກັນພະ​ຍາດ​ອາ​ຟ​ຣິ​ກາ​ໄດ້​ຈັດ​ກອງ​ປະ​ຊຸມ​ຂັ້ນ​ສູງກ່ຽວ​ກັບ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຜະ​ລິດ​ວັກ​ຊີນ​ອາ​ຟ​ຣິກາ ຢູ່​ທີ່​ນະ​ຄອນຫຼວງຄີ​ກາ​ລີ ປະ​ເທດ​​ຣູ​ວັນ​ດາ. ຝ່າຍ​ຕ່າງໆ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ດັ່ງ​ກ່າວ​ ​ເຫັນ​ວ່າ: ຍ້ອ​ນ​ມີ​ຄວາມ​ບໍ່​ຍຸດ​ຕິ​ທຳໃນ​ການ​ແບ່ງ​ປັນ​ວັກ​ຊີນໂຄວິດ-19 ແລະ​ສາ​ເຫດ​ອື່ນໆ ຈຶ່ງ​​ເຮັດ​ໃຫ້​ການເພີ່ມ​ຄວາມ​ສາ​ມາດ​ດ້ານ​ການ​ຜະ​ລິດ​ວັກ​ຊີນໂຄວິດ-19​ ຢູ່ອາ​ຟ​ຣິ​ກາ​ມີຄ​ວາມຈຳ​ເປັນຮີບ​ດ່ວນ​ທີ່​ສຸດ.

ທ່ານ​ເຕ​ໂດ​ຣ​ສ ອັດ​ຮາ​ນົມ ເກ​ເບ​ຣ​ເຢ​ຊຸ​ສ, ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ອະ​ນາ​ໄມ​ໂລກ​ກ່າວ​ວ່າ: ກຸ່ມ G20 ໄດ້​ມີ​ວັກ​ຊີນ​ໂຄວິດ-19 ກວມຫຼາຍກວ່າ 18% ຂອງ​ໂລກ, ສ່​ວນ​ປະ​ເທດ​ທີ່​ມີ​ລາຍ​ໄດ້​ຕ່ຳ ໄດ້​ຮັບ​ພຽງ​ແຕ່ 0,6% ເທົ່າ​ນັ້ນ. ຄວາມ​ບໍ່​ຍຸດ​ຕິ​ທຳ​ໃນ​ການ​ແບ່ງ​ປັນ​ວັກ​ຊີນ ໂດຍ​ສະ​ເພາະ​ໃນ​ເວ​ລາ​ທີ່​ເຊື້ອ​ໂອ​ມິ​ຄ​ຣ​ອນ​ປາ​ກົດ​ຂຶ້ນ ໄດ້​ເຮັດ​ໃຫ້​ການ​ຍົກ​ສູງ​ຄວາມ​ສາ​ມາດ​ດ້ານ​ການ​ຜະ​ລິດ​ວັກ​ຊີນ​ມີ​ຄວາມ​ສຳ​ຄັນຫຼາຍກວ່າ​ເກົ່າ.

ທ່ານ​ນາງ​ໂມ​ນິ​ກ ​ແອນ​ຊານ​ຊາ​ບາ​ການ​ວາ  ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສະ​ຫະ​ພາບ​ອາຟ​ຣິ​ກາ​ກ່າວ​ວ່າ: ຕາມ​ແຜນ​ການ​ຂອງ​​ສະ​ຫະ​ພາບ​ອາຟ​ຣິ​ກາ​, ເມື່ອ​ຮອດ​ປີ 2040, ອາ​ຟ​ຣິ​ກາ​ຈະ​ສາ​ມາດ​​ຄົ້ນ​ຄວ້າພັດ​ທະ​ນາ, ຜະ​ລິດ ແລະ​ສະ​ໜອງວັກ​ຊີນ ​ຕາມ​ທີ່ແຜ່​ນດິນ​ໃຫຍ່​ອາ​ຟ​ຣິ​ກາ​ຕ້ອງ​ການໄດ້ 60% ຂຶ້ນ​ໄປ.

ຄຳ​ເຫັນ

0