蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​​ແບ່ງ​ເຂດ​ເລືອກ​ຕັ້ງ​ແບບ​ບໍ່​ຍຸດ​ຕິ​ທຳ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ທາດ​ແທ້​ “ປະ​ຊາ​ທິ​ປະ​ໄຕ” ຂອງ​ອາ​ເມ​ຣິ​ກາ​

2021-12-07 15:58:17 CRI

ຫວ່າງມໍ່ໆ​ມາ​ນີ້, ພາຍຫຼັງ​ທ່ານ​ເຟີ​ນານ ເດີ ວາ​ເຣນ​ເນ​ສ ຜູ້​ລາຍ​ງານ​ພິ​ເສດຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ບັນ​ຫາ​ກຸ່ມ​ຄົນ​ສ່ວນ​ໜ້ອຍ​ ​ໄດ້​ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ອາ​ເມ​ຣິ​ກາ​ເປັນ​ເວ​ລາ 2 ອາ​ທິດ​ແລ້ວ, ທ່ານ​ໄດ້​​ມີ​ຄຳ​ເຫັນ ໂດຍ​​ໄດ້ກ່າວ​ປະ​ນາມ​ກົດ​ໝາຍ​ຂອງ​ບາ​ງ​ລັດ​​ຢູ່​ອາ​ເມ​ຣິ​ກາ​ທີ່​ບັ່ນ​ທອນ​ສິດ​ປ່ອນ​ບັດ​ຂອງ​ກຸ່ມ​ຄົນ​ສ່ວນ​ໜ້ອຍ​​ຢູ່​ອາ​ເມ​ຣິ​ກາ, “ທີ່​ຈິງ​ແລ້ວ, ອາດ​ຈະ​ມີ​ປາ​ກົດ​ການ​ທີ່​ຖືກ​ເອີ້ນ​ວ່າ​ເປັນ​ການ​ກະ​ທຳ​ທີ່​ທຳ​ລາຍ​ປະ​ຊາ​ທິ​ປະ​ໄຕ”, “ສິ່ງ​ທີ່​ໜ້າ​ເສຍ​ດາຍ ແລະ ນັບ​ມື້​ນັບ​ຈະ​ແຈ້ງ​ນັ້ນ​ກໍ​ແມ່ນ: ສິດ​ປ່ອນ​ບັດ​ຂອງ​ກຸ່ມ​ຄົນ​ສ່ວນ​ໜ້ອຍ​​ຢູ່ຫຼາຍ​ເຂດ​ເລືອກ​ຕັ້ງ​ໄດ້​ຖືກ​ຍົກ​ເລີກ​ໄປ​ໝົດ​ແລ້ວ.”

​ເປັນ​ເວ​ລາດົນ​ນານ​ມາແລ້ວ, ອາ​ເມ​ຣິ​ກາໄດ້​ປ່າວ​ປະ​ກາດ​ວ່າ: ຕົນ​ເປັນ “​ທວນໄຟ​ເຍືອງ​ທາງ​ປະ​ຊາ​ທິ​ປະ​ໄຕ” ໃນ​ເວ​ທີ​ສາ​ກົນ, ແຕ່​ວ່າ: ເມື່ອ​ປະ​ຊາ​ທິ​ປະ​ໄຕ​ໄດ້​ແຕະ​ຕ້ອງ​ເຖິງ​ຜົນ​ປະ​ໂຫຍດ​ຂອງ​​ກຸ່ມນາຍ​ທຶນ​ແລ້ວ, ອາ​ເມ​ຣິ​ກາ​ກໍ​ຈະ​ຈີກ “​ຄຳ​ຂວັນປະ​ຊາ​ທິ​ປະ​ໄຕ” ທີ່​ຈອມ​ປອມ​ຂອງ​ຕົນ​ອອກ​ໄປ​​ຈົນໝົດ​.

ເພື່ອ​​ໃຫ້​ໄດ້​ຮັບ​ບັດ​ເລືອ​ກ​ຕັ້ງຫຼາຍກວ່າ​ເກົ່າ​ໃນ​ການ​ລົງ​ສະ​ໝັກ​ຮັບ​ເລືອກ​ຕັ້ງ, ​ໃນ​ປະ​ເທດອາ​ເມ​ຣິ​ກາ​ໄດ້​​ເກີດ​ມີ​​ປາ​ກົດ​ການ​ພິ​ເສດ​​ຄື​ແບ່ງ​ເຂດ​ເລືອກ​ຕັ້ງ​ແບບ​ບໍ່​ຍຸດ​ຕິ​ທຳ​ໃນ​ຂະ​ບວນ​ການ​ເລືອກ​ຕັ້ງ, ໝາຍ​ຄວາມ​ວ່າ: ໄດ້​​ແບ່ງ​ກຸ່ມ​ຄົນ​ທີ່​ສະ​ໜັບ​ສະ​ໜູນ​ພັກ​ການ​ເມືອງ​ຝ່າຍ​ກົງ​ກັນ​ຂ້າມ​ໄປ​​ຢູ່ເຂດ​ເລືອກ​ຕັ້ງຂອງ​ກຸ່ມ​ຄົນ​ສ່ວນ​ໜ້ອຍ, ​ສະ​ນັ້ນ, ໃນ​ເຂດ​ເລືອກ​ຕັ້ງ​ດັ່ງ​ກ່າວ, ຈິ່ງ​ເຮັດ​ໃຫ້ຝ່າຍ​ກົງ​ກັນ​ຂ້າມ​​ໄດ້​ຮັບ​ໄຊ​ຊະ​ນະ​ແບບ​ລົ້ນຫຼາມ, ແຕ່​ໃນ​ເຂດ​ເລືອກ​ຕັ້ງ​ຂອງ​ກຸ່ມ​ຄົນ​ສ່ວນຫຼາຍ​ທີ່​ເຫຼືອ​ນັ້ນ, ຝ່າຍ​ຕົນ​ລ້ວນ​ແຕ່​ຈະ​ໄດ້​ຮັບ​ໄຊ​ຊະ​ນະ​ດ້ວຍ​ສຽງ​ສະ​ໜັບ​ສະ​ໜູນ​ອ່າວຫຼາຍກວ່າໜ້ອຍ​ໜຶ່ງ ເຊິ່ງ​ເຮັດ​ໃຫ້​ຝ່າຍ​ຕົນ​ໄດ້​ຮັບ​ທີ່​ນັ່ງ​ໃນ​ລັດ​ຖະ​ສະ​ພາ ຫຼາຍກວ່າ​ສຽງ​ສະ​ໜັບ​ສະ​ໜູນ​ຕົວ​ຈິງ. ໃນ​ຂະ​ນະ​ດຽວ​ກັນ, ເພື່ອ​ບັ່ນ​ທອນ​ອິດ​ທິ​ພົນ​ທາງ​ການ​ເມືອງ​ຂອງ​ກຸ່ມ​ຄົນຫຼື​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ໃນ​ຂະ​ບວນ​ການ​ເລືອກ​ຕັ້ງ​ຂອງ​ອາ​ເມ​ຣິ​ກາ​ຍັງ​ປາ​ກົດ​ມີ​ການ​ຂີດ​ແບ່ງ​ເຂດ​ເລືອກ​ຕັ້ງ​ຂອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ທີ່​ບໍ່​ຍຸດ​ຕິ​ທຳ, ​ທີ່​ຈິງ​ແລ້ວ, ການ​ກະ​ທຳ​ແບບ​ນີ້ໄດ້​​ທຳ​ລາຍ​ສິດ​ເລືອກ​ຕັ້ງ​ຂອງ​ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ສ່​ວນ​ໜຶ່ງ, ປະ​ຊາ​ຊົນ​ເຫຼົ່າ​ນີ້​ຈະ​ບໍ່​ສາ​ມາດ​ໃຊ້​ສິດ​ປະ​ຊາ​ທິ​ປະ​ໄຕ​ຂອງ​ຕົນ​ໃນ​ການ​ເລືອກ​ຕັ້ງ​ໄດ້.

ຢູ່​ລັດ​ຄາ​ໂຣ​ໄລ​ນາ​ເໜືອຂອງ​ອາ​ເມ​ຣິ​ກາ, ໃນ​ປີ 2016, ພັກ​ຣີ​ພັບ​​ປ​ຣີ​ກັນ​ຂອງ​ອາ​ເມ​ຣິ​ກາ​ຊີງ​ໄດ້ 10 ທີ່​ນັ່ງ​ໃນ​ຈຳ​ນວນ 13 ທີ່​ນັ່ງ​ຂອງ​ລັດ​ດັ່ງ​ກ່າວ, ແຕ່​​ສຽງ​ສະ​ໜັບ​ສະ​ໜູນ​​ໄດ້ພຽງ 53%. ໃນ​ການ​ເລືອກ​ຕັ້ງ​ໃນ​ປີ 2018, ຍ້ອນ​ວ່າ​ພັກ​ການ​ເມືອງ​ໄດ້​ ແບ່ງ​ເຂດ​ເລືອກ​ຕັ້ງ​ແບບ​ບໍ່​ຍຸດ​ຕິ​ທຳ, ພັກ​ເດ​ໂມ​ແຄ​ຣ​ດໄດ້​ຮັບ​ສຽງ​ສະ​ໜັບ​ສະ​ໜູນຫຼາຍກວ່າ​ພັກ​ຣີ​ພັບ​​ປ​ຣີ​ກັນ​ 11%.

ນັບ​ແຕ່​ປີ 2010 ເປັນ​ຕົ້ນ​ມາ, ສະ​ມາ​ຊິກ​ສະ​ພາ​ທີ່​ສັງ​ກັດ​ພັກ​ຣີ​ພັບ​​ປ​ຣີ​ກັນ​ໄດ້​ຕັ້ງ​ໃຈ​​ແບ່ງ​ເຂດ​ເລືອກ​ຕັ້ງ​ຢູ່​ລັດ​ວິ​ສ​ຄອນ​ຊິນ, ລັດ​​ຄາ​ໂຣ​ໄລ​ນາ​ເໜືອ, ລັດ​ໂອ​ໄຮ​ໂອ, ລັດ​ເພນ​​ຊີວາ​ເນຍ, ລັດ​ມີ​ຊີ​ກັນ ແລະ ລັດ​ຟ​ລໍ​ຣີ​ດາ​ຢ່າງ​​ລະ​ອຽດ ເຊິ່ງ​ເຮັດ​ໃຫ້​ພັກ​ດັ່ງ​ກ່າວ​ຄອງ​ຖາ​ນະ​ໄດ້​ປຽບ​ໃນ​ການ​ເລືອກ​ຕັ້ງ​ຢູ່​ລັດ​ດັ່ງ​ກ່າວ​ມາ​ໂດຍ​ຕະ​ຫຼອດ​​ເປັນ​ເວ​ລາ 10 ປີ​ຜ່ານ​ມາ.

ຄື​ດັ່ງ​ຄຳ​ເວົ້າ​ຂອງ​ທ່ານ​ເຟີ​ນານ ເດີ ວາ​ເຣນ​ເນ​ສ ທີ່​ວ່າ: “ສິ່ງ​ທີ່​ນັບ​ມື້​ນັບ​ຈະ​ແຈ້ງ​ນັ້ນ​ກໍ​ຄື: ສິດ​ປ່ອນ​ບັດ​ຂອງ​ກຸ່ມ​ຄົນ​ສ່ວນ​ໜ້ອຍ​​ຢູ່ຫຼາຍ​ເຂດເລືອກ​ຕັ້ງ​ຖືກ​ຍົກ​ເລີກໄປ​ໝົດ​ແລ້ວ. ສ່ວນການ​ຂີດ​ແບ່ງ​ເຂດ​ເລືອກ​ຕັ້ງ​ແບບ​ບໍ່​ຍຸດ​ຕິ​ທຳ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ທາດ​ແທ້​ “ປະ​ຊາ​ທິ​ປະ​ໄຕ” ຂອງ​ອາ​ເມ​ຣິ​ກາ​.

 

 

ຄຳ​ເຫັນ

0