秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການແຜ່ລະບາດຂອງພະຍາດໂຄວິດ-19 ພາໃຫ້ເກີດມີກໍລະນີເປັນໄຂ້ມາເລເຣຍຫຼາຍຂຶ້ນກວ່າເກົ່າໃນປີ 2020

2021-12-07 15:16:50 cri

ວັນ​ທີ 6 ທັນ​ວາ​ນີ້, ອົງ​ການ​ອະ​ນາ​ໄມ​ໂລກ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ກ່ຽວ​ກັ​ບໄຂ້​ມາ​ເລ​ເຣຍ​ຂອງ​ໂລກ​ສະ​ບັບຫຼ້າ​ສຸດ.

ບົດ​ລາຍ​ງານ​ໄດ້​ລະ​ບຸ​ວ່າ: ໃນ​ປີ 2020 ໄດ້​ເກີດ​ມີ​ສະ​ພາບເປັນ​ໄຂ້​ມາ​​ເລ​ເຣຍ​ປະ​ມານ 241.000.000 ກໍ​ລະ​ນີ ແລະ​ມີຜູ້​ເສຍ​ຊີ​ວິດ​ຍ້ອນ​​ເປັນໄຂ້​ມາ​​ເລ​ເຣຍ  627.000 ຄົນ. ເມື່ອ​ທ​ຽບ​ໃສ່​ປີ 2019, ຜູ້​ເປັນ​ໄຂ້​ມາ​​ເລເຣຍ​ໄດ້​ເພີ່ມ​ຂຶ້ນ​ປະ​ມານ 14.000.000 ກໍ​ລະ​ນີ, ຜູ້​ເສຍ​ຊີ​ວິດ​ໄດ້​ເພີ່ມ​ຂຶ້ນ 69.000 ຄົນ. ໃນ​ນັ້ນ, ປະ​ມານ 2/3 ຂອງ​ຜູ້​ເສຍ​ຊີ​ວິດ​ທີ່​ເພີ່ມ​ຂຶ້ນ​ໃໝ່​​ດັ່ງ​ກ່າວ ແມ່ນ​ຍ້ອນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍ​າດໂຄວິດ-19 ທີ່​ເຮັດ​ໃຫ້​ການ​ບໍ​ລິ​ການ​ດ້ານ​ການ​ແພດ​ສຳ​ລັບ​ຜູ້​ເປັນ​ໄຂ້​ມາ​​ເລເຣຍ​ຢຸດສະ​ງັກ.

ອົງ​ການອ​ະ​ນາ​ໄມ​ໂລ​ກ​ຊີ້​ອອກວ່າ: ເຖິງ​ວ່າ​ການ​ຕ້ານ​ກັບ​ໄຂ້​ມາ​ເລ​ເຣຍ​ຢູ່​ທົ່ວ​ໂລກ​ມີ​ຄວາມ​ຄືບ​ໜ້າ​ຊັກ​ຊ້າ​ກໍ​ຕາມ, ແຕ່​ບາງ​ປະ​ເທດ​ທີ່​ໄດ້​ຮັບ​ຄວາມ​ກົດ​ດັນ​ຈາກໄຂ້​ມາ​​ເລ​ເຣຍ​ບໍ່​ຄ່ອຍຫຼາຍ ແລະ​ມີ​ລະ​ບົບ​ສາ​ທາ​ລະ​ນະ​ສຸກ​ເຂັ້ມ​ແຂງ​ນັ້ນ ໄດ້​ຮັບ​ຜົນ​ສຳ​ເລັດໃນ​ການ​ຕ້ານ​ກັບ​ໄຂ້​ມາ​ເລ​ເຣຍ​ໃນ​ໄລ​ຍະ​ແຜ່​ລ​ະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເຊັ່ນ: ຈີນ ແລະ​ແອນຊັນ​ວາ​ດໍ ​ເຊິ່ງໄດ້​ຖືກ​ອົງ​ການ​ອະ​ນາ​ໄມ​ໂລກ​ຢືນ​ຢັນ​ວ່າ: ​ເປັນ​ປະ​ເທດ​ປອດຈາກ​ໄຂ້​ມາ​​ເລເຣຍ​ໃນ​ປີ 2021.

ຄຳ​ເຫັນ

0