秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພິທີເປີດການເຄື່ອນໄຫວເດີນຕາມເສັ້ນທາງລົດໄຟລາວ-ຈີນຂອງຊາວໜຸ່ມສອງປະເທດລາວ-ຈີນ ຈັດຂຶ້ນຢູ່ນະຄອນຄຸນໝິງ

2021-12-07 15:34:15 cri

ພິທີເປີດການເຄື່ອນໄຫວເດີນຕາມເສັ້ນທາງລົດໄຟລາວ-ຈີນຂອງຊາວໜຸ່ມສອງປະເທດລາວ-ຈີນ ຈັດຂຶ້ນຢູ່ນະຄອນຄຸນໝິງ_fororder_001

ວັນ​ທີ 6 ທັນ​ວາ​ນີ້, ພິ​ທີ​ເປີດການ​ເຄື່ອນ​ໄຫວ​ເດີນ​ຕາມ​​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​ຂອງ​ຊາວ​ໜຸ່ມ​ສອງ​ປະ​ເທ​ດ​ລາວ-ຈີນ ເພື່ອ​ສະ​ເຫຼີມ​ສະຫຼອງ​ການ​ເປີດ​ນຳ​ໃຊ້​​ເສັ້ນທາງ​ລົດ​ໄຟ​ລາວ-ຈີນ​ຢ່າງ​ເປັນ​ທາງ​ການ ໄດ້​ຈັດ​ຂຶ້ນ​ຢູ່ນ​ະ​ຄອນ​ຄຸນ​ໝິງ​ ພ້ອມ​ທັງ​ໄດ້​ຈັດ​​ພິ​ທີ​ຢູ່​ນະ​ຄອນຫຼວງ​ວຽງ​ຈັນ​ທາງ​ອອນ​ລາຍ. ​ຜູ້​ຕາງ​ໜ້າ​ຂອງສູນ​ກາງຊາວ​ໜຸ່ມ ແລະ​ພາກ​ສ່ວນ​ທາງ​ລົດ​ໄຟ​ສອງ​ປະ​ເທດ​ລາວ ແລະ​ຈີນ, ເຈົ້າ​ໜ້າ​ທີ່​ສະ​ຖານ​ກົງ​ສຸນ ສ​ປ​ປ ລາວ​ປະ​ຈຳ​ນະ​ຄອນ​ຄຸນ​ໝິງ, ຜູ້​ຕາງ​ໜ້າ​ຊາວ​ໜຸ່ມ​ວົງ​ການ​ຕ່າງໆ  300 ກວ່າ​ທ່ານ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ຄັ້ງ​ນີ້.

ພິທີເປີດການເຄື່ອນໄຫວເດີນຕາມເສັ້ນທາງລົດໄຟລາວ-ຈີນຂອງຊາວໜຸ່ມສອງປະເທດລາວ-ຈີນ ຈັດຂຶ້ນຢູ່ນະຄອນຄຸນໝິງ_fororder_002

ມື້​ດຽວ​ກັນ, ຊາວ​ໜຸ່ມ​ສອງ​ປະ​ເທດ​ລາວ ແລະ​ຈີນ​ໄດ້​ຂີ່​ລົດ​ໄຟ​ລາວ-ຈີນ ແລະ​​ໃນ​ອາ​ທິດ​ຕໍ່​ໄປຈະ​​ຢ້ຽມ​ຢາມ​ບາງເຂດ​ທີ່​ຢູ່​ລຽ​ບ​ຕາມ​ເສັ້ນທາງ​ລົດ​ໄຟ​ລາວ-ຈີນ​ຕອນ​ຢູ່​ປະ​ເທດ​ຈີນ​ ເພື່ອ​ດຳ​ເນີນ​ກິດ​ຈ​ະ​ກຳ​ຕ່າງໆ ເຊັ່ນ: ປູກ​ “ຕົ້ນ​ໄມ້​ມິດ​ຕະ​ພາບ​​ຊ​າວ​ໜຸ່ມລາວ-ຈີນ” ຢູ່​ເຂ​ດ​ຊາຍ​ແດນ​ລາວ-ຈີນ, ຢ້ຽມ​ຢາມ​ສູນ​ລ້ຽງ​ຊ້າງ​ອາ​ຊີ, ໃຫ້​​ບໍ​ລິ​ການ​ອາ​ສາ​ສະ​ໝັກ​ຢູ່​ໂຮງ​ຮຽນ​ປະ​ຖົມ ແລະ​ອື່ນໆ.

ພິທີເປີດການເຄື່ອນໄຫວເດີນຕາມເສັ້ນທາງລົດໄຟລາວ-ຈີນຂອງຊາວໜຸ່ມສອງປະເທດລາວ-ຈີນ ຈັດຂຶ້ນຢູ່ນະຄອນຄຸນໝິງ_fororder_003

ໃນ​ເວ​ລາ​ກ່າວ​ຄຳ​ປາ​ໄສ​ໃນ​ພິ​ທີ​ດັ່ງ​ກ່າວ, ທ່ານ​ບຸນ​ຕາ ເທບ​ພະ​ວົງ​ ຮອງເລ​ຂາ​​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ຊາວ​ໜຸ່ມ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ກ່າວ​ວ່າ: ເມື່ອ​ຫວນ​ຄືນ​ປະ​ຫວັດ​ສາດ​ທີ່​ຜ່ານ​ມາ​ເຫັນ​​ໄດ້ວ່າ: ປະ​ຊາ​ຊົນ​ສອງ​ຊາດ​ລາວ-ຈີນ ໂດຍ​ສະ​ເພາະ​ຊາວ​ໜຸ່ມສອງ​ປະ​ເທດ​ລາວ-ຈີນ ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ ແລະ​ກັນ ໃນ​ພາ​ລະ​ກິດ​ຕໍ່​ສູ້​ປົດ​ປ່ອຍ​​ຊາດໃນເມື່ອ​ກ່ອນ ກໍ​ຄື​ໃນ​ພາ​ລະ​ກິດ​ປົກ​ປັກ​ຮັກ​ສາ ແລະ​ສ້າງ​ສາ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃນ​ໄລ​ຍະ​ໃໝ່ ຕາມ​ທິດ​ສັງ​ຄົມ​ນິ​ຍົມ ເຊິ່ງ​ໄດ້​ກາຍ​ເປັນ​ຂີດ​ໝາຍ​ປະ​ຫວັດ​ສາດສຳ​ລັບ​ສາຍ​ພົວ​ພັນ​ສາ​ກົນ​ທີ່​​ພົບ​ເຫັນໄດ້​ຍາກ, ເປັນ​ກົດ​ເກນ​ແຫ່ງ​ການ​ຄົງ​ຕົວ ແລະ​ຂະ​ຫຍາຍ​ຕົ​ວ​ຂອງ ​ສ​ອງຊາດ​​ຈົນມາ​ຮອດ​ປັດ​ຈຸ​ບັນ. ພວກ​ເຮົາ​ຕ້ອງ​ພ້ອມ​ກັນ​ຖື​ເອົາ​ກາ​ລະ​ໂອກ​າດ​ທີ່​ມີ​ຄ່າ​ນີ້ ​ສ້​າງ​ປະ​ໂຫຍດ​ອັນ​ສູງ​ສຸດ​ໃຫ້​ກັບ​ປະ​ເທດ​ຊາດ​ອັນ​ແສນ​ຮັກ, ​ໃຫ້​ກັບ​ອົງການ​ຈັດ​ຕັ້ງ​ຊາວ​ໜຸ່ມ ແລະ​​ໃຫ້​ກັບ​ຕົນ​ເອງ.

ຄຳ​ເຫັນ

0