徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການເຕີບໂຕດ້ານເສດຖະກິດຂອງຈີນບໍ່ພຽງແຕ່ມີຜົນດີຕໍ່ຈີນຍັງມີຜົນດີຕໍ່ທົ່ວໂລກ

2021-12-07 16:47:37 cri

ການເຕີບໂຕດ້ານເສດຖະກິດຂອງຈີນບໍ່ພຽງແຕ່ມີຜົນດີຕໍ່ຈີນຍັງມີຜົນດີຕໍ່ທົ່ວໂລກ_fororder_WechatIMG139

 

ຕາມຂ່າວCRI: ວັນທີ 6 ທັນວານີ້ຕາມເວລາທ້ອງຖິ່ນ, ທ່ານນາງ ຄຣິສຕາລີນາ ຈອດເຈຍວາ, ຜູ້ອຳນວຍການໃຫຍ່ອົງການກອງທຶນເງິນຕາສາກົນຫຼື IMF ໄດ້ເຂົ້າຮ່ວມກອງປະຊຸມໂຕະມົນ “1+6” ຄັ້ງທີ 6 ຜ່ານທາງອ໋ອນລາຍ, ແລະໄດ້ກ່າວຄຳປາໄສ.

 

ທ່ານນາງ ຄຣິສຕາລີນາ ຈອດເຈຍວາ ກ່າວວ່າ: ເຖິງວ່າໃນປັດຈຸບັນນີ້ການຟື້ນຟູເສດຖະກິດຂອງທົ່ວໂລກຊ້າລົງກໍຕາມ ,​ແຕ່ວ່າຈີນສາມາດຟື້ນຟູເສດຖະກິດໄດ້ຢ່າງແທ້ຈິງ. ນາງໄດ້ປຽບປະເທດຈີນເປັນຫົວຈັກທີ່ສຳຄັນຂອງການເຕີບໂຕດ້ານເສດຖະກິດໂລກ, ແລະກ່າວວ່າການນຳໃຊ້ມາດຕະການທີ່ແຂງແຮງເພື່ອສະໜັບສະໜູນການເຕີບໂຕດ້ານເສດຖະກິດຂອງຈີນ, ບໍ່ພຽງແຕ່ມີຜົນດີຕໍ່ຈີນເທົ່ານັ້ນ, ຍັງຈະມີຜົນດີຕໍ່ໂລກນຳອີກ.

 

ທ່ານນາງ ຄຣິສຕາລີນາ ຈອດເຈຍວາ ຍັງກ່າວວ່າ:​ ຍຸດທະສາດຮັບມືກັບການປ່ຽນແປງຂອງດິນຟ້າອາກາດຂອງຈີນກຳລັງໄດ້ຮັບການປະຕິບັດໃຫ້ເປັນຮູບເປັນຮ່າງແລ້ວ,​ເຊິ່ງຈະເສີມຂະຫຍາຍບົດບາດສຳຄັນໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃນທົ່ວໂລກ.​ນອກນີ້, ຈີນຍັງໄດ້ສະໜອງສິດທິພິເສດໃນການຖອນເງິນຈຳນວນ 10 ຕື້ໂດລາໃຫ້ແກ່ທະວີບອາຟຣິກາ,​ ເຊິ່ງຈະມີຜົນດີຫຼາຍສຳລັບທະວີບອາຟຣິກາ.

ຄຳ​ເຫັນ

0