秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຂະບວນລົດໄຟຂົນສົ່ງສິນຄ້າຈີນ-ລາວໄດ້ອອກເດີນທາງຈາກເຂດສາມຫຼ່ຽມປາກແມ່ນ້ຳຢາງຊີກຽງປະເທດຈີນແລ້ວ

2021-12-08 16:27:41 cri

ຂະບວນລົດໄຟຂົນສົ່ງສິນຄ້າຈີນ-ລາວໄດ້ອອກເດີນທາງຈາກເຂດສາມຫຼ່ຽມປາກແມ່ນ້ຳຢາງຊີກຽງປະເທດຈີນແລ້ວ_fororder_微信图片_20211208162547

ເວ​ລາ 11 ໂມງ 6 ນາ​ທີ​ຂອງວັນ​ທີ 8 ທັນ​ວາ​ນີ້, ຂະ​ບ​ວນ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ຈີນ-ລາວຖ້ຽວ 79561 ທີ່​ບັນ​ທຸກ​ສິນ​ຄ້າ​ສົ່ງ​ອອກ​​ໃນ​ຕູ້​ຄອ​ນ​ເທນ​ເນີຈຳ​ນວນ 76 ຕູ້​​ນັ້ນ ໄດ້​​ແລ່ນອອກ​ຈາກ​ສະ​ຖາ​ນີ​ລົດ​ໄຟ​ຢາວ​ຮ​ວ້າ​ເມີນ ນະ​ຄອນ​ນານ​ກິ່ງ​ ແຂວງ​ຈ່ຽງ​ຊູ່​​ປະ​ເທດ​ຈີນ ແລະຈະ​ເດີນ​ຕາມ​ເສັ້ນ​ທາງ​ລົດ​ໄຟ​ລາວ​ຈີນ ແລະ​ມຸ່ງ​ໜ້​າ​ໄປ​ສູ່ນະ​ຄ​ອນຫຼວງວຽງ​ຈັນ​ຂອງ​​ປະ​ເທດລາວ. ນີ້ເປັນ​ຂະ​ບວນ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້​າ​ຈີນ-ລາວ(ນະ​ຄອນ​ນານ​ກິ່ງ-ນະ​ຄອນຫຼວງວຽງ​ຈັນ)​ຖ້ຽວ​ທໍ​າ​ອິດ ແລະ​ກໍ​ເປັນຂະ​ບ​ວນ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ຈີນ-ລາວ​ຖ້ຽວ​ທຳ​ອິດ​ທີ່​ແລ່ນ​ອອກ​ຈາກເຂດ​ສາມຫຼ່ຽມ​​ປາກແມ່​ນ້ຳ​ຢາງ​ຊີ​ກຽງ​​ປະ​ເທດ​ຈີນ​ເຊັ່ນ​ກັນ.

ຂະບວນລົດໄຟຂົນສົ່ງສິນຄ້າຈີນ-ລາວໄດ້ອອກເດີນທາງຈາກເຂດສາມຫຼ່ຽມປາກແມ່ນ້ຳຢາງຊີກຽງປະເທດຈີນແລ້ວ_fororder_微信图片_20211208162603

ຕາມ​ຂ່າວ​ແຈ້ງວ່າ: ຂະ​ບ​ວນ​ລົດ​ໄຟ​ດັ່ງ​ກ່າວ ໄດ້​ບັນ​ທຸກ​​ສິນ​ຄ້າ​ຕ່າງໆ​ທີ່​ຜະ​ລິດ​ໂດຍ​ແຂວງ​ຈ່ຽງ​ຊູ່ປະ​ເທດຈີນ ເຊັ່ນ: ອຸ​ປະ​ກອ​ນ​ການ​ສຶກ​ສາ​ທາງ​ໄກ, ວັດ​ສະ​ດຸ​ກໍ່​ສ້າງ, ສາຍ​​ກາບໄຟ​ຟ້າ, ເຄື່ອງ​ໃຊ້ໄຟ​ຟ້າ, ​ອາ​ໄລ່​ລົດ ແລະ​ອື່ນໆ ເຊິ່ງ​ມີ​ມູນ​ຄ່າ​ເກືອບ 3.000.000 ໂດ​ລາ​ສະ​ຫະ​ລັດ. ຂະ​ບ​ວນ​ລົດ​ໄຟ​ດັ່ງ​ກ່າວຈະແລ່ນ​ອອກ​ຈາກ​ປະ​ເທດ​ຈີນ​ຜ່ານ​ດ່ານ​ບໍ​ຫານ​ທີ່​ແຂ​ວງ​ຢຸນ​ນານ​ຂອງ​ຈີນ ແລະ​ມຸ່ງ​ໜ້າ​ໄປ​ສູ່​ນະ​ຄອນຫຼວງວຽງ​ຈັນປະ​ເທດ​ລາວ ເຊິ່ງ​​ມີໄລ​ຍະ​ທາງ​ທັງ​ໝົດ 3.500 ກວ່າ​ກິ​ໂລ​ແມັດ.

ຄຳ​ເຫັນ

0