蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະ​ຊວງ​ການ​ຕ່າງ​ປະ​ເທດແຫ່ງ ສ​ປ​ປ ລາວ​ໄດ້​ອອກ​ຖະ​ແຫຼງ​ການ​ວ່າ: ບໍ່​ຄວນ​ຫັນ​ກິ​ລາ​ເປັນ​ບັນ​ຫາ​ການ​ເມືອງ

2021-12-08 15:15:08 CRI

ວັນ​ທີ 7 ທັນ​ວາ​ນີ້, ໂດຍ​ແນ່​ໃສ່​ກໍ​ລະ​ນີ​ທີ່ວ່າ: ອາ​ເມ​ຣິ​ກາ “​ຂວ້ຳ​ບາດທາງ​ການ​ທູດ” ​ສຳ​ລັບ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ແຫ່ງ ສ​ປ​ປ ລາວ​ໄດ້​ອອກ​ຖະ​ແຫຼງ​ການ​ສະ​ໜັບ​ສະ​ໜູນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ.

ຖະ​ແຫຼງ​ການ​ລະ​ບຸ​ວ່າ: ລັດ​ຖະ​ບານ​ລາວ​ທະ​ນຸ​ຖະ​ໜອມ​ການ​ປະ​ກອບ​ສ່ວນ​ອັນ​ສຳ​ຄັນ​​ດ້ານ​ກິ​ລາ​ທີ່​ມີ​ຕໍ່​ສັນ​ຕິ​ພາບ​ແລະ​ພາ​ລະ​ກິດ​ການ​ພັດ​ທະ​ນາ, ຍຶດ​ໝັ້ນ​​ການສະ​ໜັບ​ສະ​ໜູນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ ແລະ ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ ພ້ອມ​ທັງ​ເຊື່ອ​ໝັ້ນ​ວ່າ: ​ມະ​ຫາ​ກຳກິ​ລາ​ດັ່ງ​ກ່າວ​ຈະ​ເປັນ​ການ​ຊຸກ​ຍູ້​ສັນ​ຕິ​ພາບ​, ການ​ພັດ​ທະ​ນາ, ມິດ​ຕະ​ພາບ, ຄວາມ​ເຂົ້າ​ໃຈ​ກັນ ແລະ ຄວາມ​ໂອບ​ເອື້ອ​ອາ​ລີ​ຂອງ​ສາ​ກົນ.

ຖະ​ແຫຼງ​ການ​​ຍັງລະ​ບຸ​ຕື່ມ​ວ່າ: ປະ​ເທດ​ລາວ ແລະ 172 ປະ​ເທດ​ສະ​ມາ​ຊິກ​ໄດ້ຮ່ວມ​ກັນ​ສະ​ເໜີ​ຍັດ​ຕິ​ວ່າ​ດ້ວຍ “​ກິ​ລາເພື່ອ​ຊຸກ​ຍູ້​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ: ໂດຍ​ຜ່ານ​ຈາກ​ກິ​ລາ​ແລະ​ອຸ​ດົມ​ການ​ໂອ​ລິມ​ປິກ​​ເພື່ອ​ສ້າງ​ໂລກ​ທີ່​ມີ​ສັນ​ຕິ​ພາບ​ແລະ​ສວຍ​ງາມກວ່າ​ເກົ່າ” ​ຢູ່ໃນ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ສະ​ໄໝ​ທີ 73 ​ເຊິ່ງກອງ​ປະ​ຊຸມ​ໄດ້​ປຶກ​ສາ​ຫາ​ລື​ແລະ​ຜ່ານ​ການ​ຮັບ​ຮອງ​ຢ່າງ​ເປັນ​ເອ​ກະ​ພາບ​ກັນ. ມະ​ຕິ​ດັ່ງ​ກ່າວ​ໄດ້​ກ່າວ​ເນັ້ນ​ເຖິງ​ການ​ປະ​ກອບ​ສ່ວນ​ອັນ​ລ້ຳ​ຄ່າ​​ໃນ​ດ້ານ​ກິ​ລາ​ທີ່​ມີ​ຕໍ່​ການ​ສຶກ​ສາ, ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ສັນ​ຕິ​ພາບ ແລະ ການ​ຮ່ວມ​ມື​ກັນ; ​ໂດຍໄດ້​ຢືນ​ຢັນ​ວ່າ: ​ໂດຍ​ຜ່ານ​ຈາກ​ກິ​ລາ​ກໍ​ຄືງານ​ກິ​ລາ​ໂອ​ລິມ​ປິກ ແລະ ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​​ເພື່ອ​ຊຸກ​ຍູ້​ສິດ​ທິ​ມະ​ນຸດ, ເພີ່ມ​ທະ​ວີ​ການ​ເຄົາ​ລົບ​ສິດ​ທິ​ມະ​ນຸດ​ໂດຍ​ທົ່ວ​ໄປ, ແລ້ວ​ເຮັດ​ໃຫ້ສິດ​ທິ​ມະ​ນຸດ​​ບັນ​ລຸ​ຜົນຢ່າງ​ເຕັມ​ສ່ວນ.

ຖະ​ແຫຼງ​ການ​ກ່າວ​ເນັ້ນ​ວ່າ: ບົດ​ບາດ​ຂອງກິ​ລາ​ທີ່​ມີ​ຕໍ່​ການ​ຊຸກ​ຍູ້​ສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ຄວນ​ໄດ້​ຮັບ​ຄວາມເອົາ​ໃຈ​ໃສ່​ຢ່າງ​ສູງ, ຫາກ​ບໍ່​ຄວນ​​ຫັນ​​ເອົາ​ກິ​ລາເປັນ​ບັນ​ຫາ​ການ​ເມືອງ.

ຄຳ​ເຫັນ

0