秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໂກຣອາຊີກ່າວວ່າ: ເຊື່ອວ່ານັກກິລາພວກເຮົາຈະໄດ້ຮັບເງື່ອນໄຂແຂ່ງຂັນທີ່ດີໃນການແຂ່ງຂັນກິລາຢູ່ປັກກິ່ງ

2021-12-08 16:34:52 cri

ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ທ່ານ​ຣັດ​ໂກ ໂກວາ​ຊິກ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ຄົນ​ພິ​ການ​ໂກ​ຣ​ອາ​ຊີ​ ກ່າວ​ວ່າ: ເຊື່ອ​ວ່າ​ປະ​ເທດ​ຈີນ ໃນ​ຖາ​ນະ​ເປັນ​ປະ​ເທດ​ເຈົ້າ​ພາບ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ 2022 ຈະ​ສາ​ມາດ​ຈັດ​ງານ​ກິ​ລາ​ຄັ້ງ​ນີ້​ໃຫ້​ດີ ​ແລະ​ມີ​ຄຸນ​ນະ​ພາບ​ສູງ.

ທ່ານ​ຣັດ​ໂກ ໂກວາ​ຊິກ​ກ່າວ​ວ່າ, ​ໂກ​ຣ​ອາ​ຊີ​ ແລະ​ຈີນ​ເປັນ​ປະ​ເທດ​ເພື່ອນ​ມິດ ເຊິ່ງ​ບໍ່​ພຽງ​ແຕ່​ມີ​ການແລກ​ປ່ຽນ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ​ການ​ຄ້າ​ເທົ່າ​ນັ້ນ, ຍັງ​ມີ​​ສາຍ​ພົວ​ພັນ​ທີ່​ແໜ້ນ​ແຟ້ນ​ໃນ​ຂົງ​ເຂດ​ກິ​ລາ​ອີກ​ດ້ວຍ. ພວກ​ເຮົາ​ຮູ້​ສຶກ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ ແລະ​ມີ​ຄວາມ​ພາກ​ພູມ​ໃຈ​ທີ່​ຈະ​ເຂົ້າ​ຮ່ວມງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ 2022. ເຖິງ​ວ່າ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃນ​ປັດ​ຈຸ​ບັນ​ມີ​ຄວາມ​ສັບ​ສົນ​ທີ່​ສຸດ, ແຕ່​ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ຈີນ​ຈະ​ສາ​ມາດ​ຈັດ​ງານ​ກິ​ລາ​ຄັ້ງ​ນີ້​ໄດ້​ຢ່າງ​ມີ​ປະ​ສິດ​ທິ​ພາບ​ສູງ ແລະ​ມີ​ຄວາມ​ອົບ​ອຸ່ນ ເພື່ອ​ເຮັດ​ໃຫ້​ນັກ​ກິ​ລາພວກ​ເຮົາ​​ໄດ້​ຮັບ​ເງື່ອນ​ໄຂທີ່​ດີ​ໃນ​ເວ​ລາ​ແຂ່ງ​ຂັນ​ຢູ່​ປັກ​ກິ່ງ.

ຕາມ​ຂ່າວ​ແຈ້ງວ່າ: ​ໂກ​ຣ​ອາ​ຊີຈະ​​ສົ່ງ​ນັກ​ກິ​ລາ​ຄົນ​ພິ​ການ 3 ຄົນ​ເຂົ້າ​ຮ່ວມງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ 2022.

ຄຳ​ເຫັນ

0