李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

WHO:ມີ 57 ປະ​ເທດ​ແລະ​ເຂດ​ແຄວ້ນ​ປາ​ກົດ​ມີ​ເຊື້ອ​ພະ​ຍາດ​ໂຄວິດ-19 ສາຍ​ພັນ​ໂອ​ມິ​ຄ​ຣອນ​ແລ້ວ

2021-12-08 15:11:15 cri

WHO:ມີ 57 ປະ​ເທດ​ແລະ​ເຂດ​ແຄວ້ນ​ປາ​ກົດ​ມີ​ເຊື້ອ​ພະ​ຍາດ​ໂຄວິດ-19 ສາຍ​ພັນ​ໂອ​ມິ​ຄ​ຣອນ​ແລ້ວ_fororder_1318720992

ວັນ​ທີ 7 ທັນ​ວາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ອົງ​ການ​ອະ​ນາ​ໄມ​ໂລກ ຫຼື WHO ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​​ການແຜ່​ລະ​ບາດ​​ຂອງ​ພະ​ຍາດ​ໂຄວິດ-19 ປະ​ຈຳ​ອາ​ທິດ ເຊິ່ງ​ໄດ້​ລະ​ບຸ​ວ່າ: ໃນ​ອາ​ທິດ​ທີ່​ຜ່ານ​ມາ, ຈຳ​ນວນ​ຜູ້​ຕິດເຊື້ອ​ພະ​ຍາດໂຄວິດ-19 ໃນ​ທົ່ວ​ໂລກ​ໄດ້​ລື່ນ​ກາຍ 4.100.000 ກໍ​ລະ​ນີ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ພະ​ຍາດ​ໂຄວິດ-19 ​ມີຫຼາຍກວ່າ 52.000 ຄົນ, ເຊິ່ງ​ໄດ້​ເພີ່ມ​ຂຶ້ນ 10%. ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ຢູ່​​ອາ​ຟ​ຣິ​ກາ​ໄດ້​ເພີ່ມ​ຂຶ້ນ 79%, ຈຳ​ນວນ​ຜູ້​ເສ​ຍ​ຊີ​ວິດ​ຍ້ອນ​ພະ​ຍາດ​ໂຄວິດ-19 ຢູ່ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ໄດ້​ເ​ພີ່ມ​ຂຶ້ນ 49%.

ບົດ​ລາຍ​ງານ​​ຍັງ​ໄດ້​ລະ​ບຸວ່າ, ນັບ​ມາ​ຮອດ​ປັດ​ຈຸ​ບັນ​ນີ້, ໄດ້​ມີ 57 ປະ​ເທດ​ແລະ​ເຂດ​ແຄວ້ນ​ປາ​ກົດ​ມີ​ເຊື້ອ​ພະ​ຍາດ​ໂຄວິດ-19 ສາຍ​ພັນ​ໂອ​ມິ​ຄ​ຣອນ​ແລ້ວ, ຜູ້​ຕິດ​ເຊື້ອ​ໂອ​ມິ​ຄ​ຣອນ​ສ່​ວນ​ຫຼາຍ​ແມ່ນ​ຕິດ​​ແປດ​ຈາກ​ການ​ໄປທ່ອງ​ທ່ຽວ. WHO ກ່າວ​ວ່າ, ປັດ​ຈຸ​ບັນ, ເຊື້ອ​ພະ​ຍາດ​ໂຄວິດ-19 ທີ່​ແຜ່​ລະ​ບາດ​ຢູ່​ຫຼາຍປະ​ເທດ​ຍັງ​ແມ່ນ​ສາຍ​ພັນ​ເດວ​ຕາ, ໂດຍ​ສະ​ເພາະ​ຢູ່​ເອີ​ຣົບ​ແລະ​ອາ​ເມ​ຣິ​ກາ, ປັດ​ຈຸ​ບັນ, ຍັງ​ບໍ່​ສາ​ມາດ​ຮູ້​ແຈ້ງ​​ໄດ້ເຖິງ​ຜົນ​ສະ​ທ້ອນ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ສາຍ​ພັນ​ໂອ​ມິ​ຄ​ຣອນ​ ທີ່​ມີ​ຕໍ່​ການ​ແຜ່​ລະ​ບາດ​ຂອງ​ທົ່ວ​ໂລກ​ເທື່ອ.

ຄຳ​ເຫັນ

0