徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນັກວິຊາການປາກີສະຖານເຫັນວ່າ ຈີນໄດ້ເສີມຂະຫຍາຍບົດບາດທີ່ສຳຄັນໃນດ້ານການປົກປ້ອງລັດທິຫຼາຍຝ່າຍແລະຄວາມດຸນດ່ຽງດ້ານການຄ້າ

2021-12-08 14:56:36 cri

ນັກວິຊາການປາກີສະຖານເຫັນວ່າ ຈີນໄດ້ເສີມຂະຫຍາຍບົດບາດທີ່ສຳຄັນໃນດ້ານການປົກປ້ອງລັດທິຫຼາຍຝ່າຍແລະຄວາມດຸນດ່ຽງດ້ານການຄ້າ_fororder_WechatIMG83

 

ຕາມຂ່າວCRI: ເນື່ອໃນໂອກາດອັນຄົບຮອບ 20 ປີທີ່ຈີນເຂົ້າຮ່ວມອົງການການຄ້າໂລກຫຼື WTO ໃກ້ຈະໝູນວຽນມາເຖິງ, ນັກຂ່າວ CMG ໄດ້ສຳພາດຕໍ່ທ່ານ ຊາເມຍ ອາວານ,​ອະດີດທີ່ປຶກສາທູດປາກີສະຖານປະຈຳສປຈີນ, ຮອງຫົວໜ້າສູນຄົ້ນຄວ້າກ່ຽວກັບຈີນຂອງມະຫາວິທະຍາໄລວິທະຍາສາດເຕັກໂນໂລຊີແຫ່ງຊາດປາກີສະຖານ.

 

ທ່ານຊາເມຍ ອາວານກ່າວວ່າ, ນັບແຕ່ຈີນໄດ້ເຂົ້າຮ່ວມ WTO ເປັນຕົ້ນມາ, ບໍ່ພຽງແຕ່ໄດ້ປົກປັກຮັກສາຈຸດປະສົງຄວາມເປັນເສລີ, ຄວາມສະເໝີພາບແລະລັດທິຫຼາຍຝ່າຍຂອງ, WTO ເທົ່ານັ້ນ, ຍັງໄດ້ເສີມຂະຫຍາຍບົດບາດທີ່ສຳຄັນໃນດ້ານການປົກປັກຮັກສາຄວາມດຸນດ່ຽງກັນໃນດ້ານການຄ້າກັບປະເທດສະມາຊິກອື່ນໆ. ໃນການຄ້າກັບປາກີສະຖານ,​ຈີນໄດ້ຕັ້ງໜ້າຊຸກຍູ້ການລົງນາມໃນສັນຍາໄລຍະທີ 2 ຂອງສົນທິສັນຍາວ່າດ້ວຍການຄ້າເສລີລະຫວ່າງຈີນກັບປາກີສະຖານ, ໂດຍຜ່ານການອອກນະໂຍບາຍທີ່ອຳນວຍຄວາມສະດວກໃຫ້ປາກີສະຖານໃນການສົ່ງອອກສູ່ປະເທດຈີນ.

ທ່ານຊາເມຍ ອາວານໄດ້ກ່າວເນັ້ນວ່າ: ປັດຈຸບັນນີ້, ອາເມຣິກາແລະປະເທດຕາເວັນຕົກຈຳນວນໜຶ່ງໄດ້ຮັບການຄ້າເປັນບັນຫາການເມືອງ, ເຊິ່ງໄດ້ທຳລາຍຜົນປະໂຫຍດຂອງປາກີສະຖານແລະປະເທດທີ່ກຳລັງພັດທະນາອື່ນໆ. ປາກີສະຖານຍິນດີຮ່ວມມືກັບຈີນ, ຊຸກຍູ້ການປະຕິຮູບ WTO, ເພື່ອປົກປັກຮັກສາຄວາມເປັນເສລີແລະຄວາມສະເໝີພາບຂອງ WTO.

ຄຳ​ເຫັນ

0