徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

11 ເດືອນຂອງປີ 2021 ການສົ່ງອອກດ້ານການຄ້າຕໍ່ຕ່າງປະເທດຂອງຈີນບັນລຸຫຼາຍກວ່າໝົດປີ 2020

2021-12-08 14:55:46 cri

11 ເດືອນຂອງປີ 2021 ການສົ່ງອອກດ້ານການຄ້າຕໍ່ຕ່າງປະເທດຂອງຈີນບັນລຸຫຼາຍກວ່າໝົດປີ 2020_fororder_WechatIMG80

 

ຕາມຂ່າວCRI: ວັນທີ 7 ທັນວານີ້, ອົງການດ່ານພາສີຈີນໄດ້ປະກາດວ່າ, ໃນ  11 ເດືອນຂອງປີ 2021 ນີ້ຍອດມູນຄ່າການສົ່ງອອກດ້ານການຄ້າຕໍ່ຕ່າງປະເທດຂອງຈີນໄດ້ບັນລຸຫຼາຍກວ່າ 35.000 ຕື້ຢວນ, ເພີ່ມຂຶ້ນ 22% ເມື່ອທຽບກັບໄລຍະດຽວກັນຂອງປີກາຍນີ້, ເຊິ່ງຫຼາຍກວ່າຕົວເລກໃນໝົດປີ 2020.

 

ໃນດ້ານການສົ່ງອອກ, ການສົ່ງອອກຂອງຜະລິດຕະພັນເຄື່ອງຈັກເອເລັກໂຕຼນິກ, ຜະລິດຕະພັນເຕັກໂນໂລຂັ້ນສູງຂອງຈີນໄດ້ຮັບຜົນສຳເລັດຢ່າງເດັ່ນຊັດ, ໃນ 11 ເດືອນຂອງປີນີ້ການສົ່ງອອກຜະລິດຕະພັນເຄື່ອງຈັກເອເລັກໂຕຼນິກຂອງຈີນໄດ້ບັນລຸ 11,550 ຕື້ຢວນ, ເພີ່ມຂຶ້ນ 21,2% ເມື່ອທຽບກັບໄລຍະດຽວກັນຂອງປີກາຍນີ້. ໃນດ້ານການນຳເຂົ້າ, ປະລິມານການນຳເຂົ້າສະບຽງອາຫານໄດ້ເພີ່ມຂຶ້ນ 19,7% , ປະລິມານການນຳເຂົ້າອາຍແກັສທຳມະຊາດໄດ້ເພີ່ມຂຶ້ນ21,8%,  ປະລິມານການນຳເຂົ້າວົງຈອນລວມໄຟຟ້າເພີ່ມຂຶ້ນ 19,3% ແລະປະລິມານການນຳເຂົ້າລົດໄດ້ເພີ່ມຂຶ້ນ 7,1%.

ຕາມສະຖິຕິຂອງດ່ານພາສີ, ໃນ 11 ເດືອນຂອງປີນີ້, ຍອດມູນຄ່າການນຳເຂົ້າແລະສົ່ງອອກຂອງຈີນກັບບັນດາປະເທດລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ” ລວມມີມູນຄ່າທັງໝົດ 10.430 ຕື້ຢວນ, ເພີ່ມຂຶ້ນ 23,5% ເມື່ອທຽບກັບໄລຍະດຽວກັນຂອງປີ 2020.

ຄຳ​ເຫັນ

0