秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພິມຈຳໜ່າຍ “ປຶ້ມຄັດຈ້ອນຄຳເວົ້າຂອງທ່ານສີຈິ້ນຜິງກ່ຽວກັບການເຄົາລົບແລະປົກປ້ອງສິດທິມະນຸດ”

2021-12-08 16:50:50 cri

ຫວ່າງ​ມໍ່ໆ​ມາ​ນີ້, “ປຶ້ມ​ຄັດ​ຈ້ອນ​ຄຳ​ເວົ້າ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ກ່ຽວ​ກັບ​ການ​ເຄົາ​ລົບ​ແລະ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ” ທີ່​ຮຽບ​ຮຽງ​ໂດຍ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ປະ​ຫວັດ​ສາດ​ ແລະ​ເອ​ກະ​ສານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ໄດ້​ພິ​ມ​ຈຳ​ໜ່າຍ​ຢູ່​ທົ່ວ​ປະ​ເທດ​ຈີນ​ຢ່າງ​ເປັນ​ທາງ​ການ​ແລ້ວ.

ນັບ​ແຕ່​ມື້​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຈີນເປັນ​ຕົ້ນ​ມາ, ​ພັກ​ໄດ້​ຖື​ເອົາ​ກ​ານ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ກັບ​ປະ​ຊາ​ຊົນ ແລະ​​ສະ​ແຫວງ​ຫາ​​ການ​ພັດ​ທະ​ນາ​ໃຫ້​ກັບມວນ​ມະ​ນຸດ ເປັນ​ເປົ້າ​ໝາຍ​ສູ້​ຊົນ​ຂອງ​ຕົນ. ພາຍຫຼັງ ສ​ປ ຈີນ​ ໄດ້​ຮັບ​ການ​ສະ​ຖາ​ປະ​ນາ​ຂຶ້ນ​ເປັນ​ເວ​ລາ 70 ກວ່າ​ປີ​ມາ​ນີ້, ຈີນ​ໄດ້​ນຳ​ເອົາຫຼັກ​ການ​ທົ່ວ​ໄປ​​ດ້ານ​ສິດ​ທິ​ມະ​ນຸດ​​ ປະ​ສານ​ສົມ​ທົບ​ກັບ​ສະ​ພາບ​ຄວາມ​ເປັນຈິງ​ຂອງ​ຈີນ ແລະ​ໄດ້​ບຸກ​ເບີກ​ເສັ້ນ​ທາງ​​ການພັດ​ທະ​ນາ​ສິດ​ທິ​ມະ​ນຸດ​​ທີ່​ເໝາະ​​ສົມກັບ​ສະ​ພາບ​ຄວາມ​ເປັນ​ຈິງ​ຂອງ​ຈີນ. ໂດຍ​ສ​ະ​ເພາະ​ແມ່ນ​ນັບ​ແຕ່​ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ກອມ​ມູ​ນິດ​ຈີນຄັ້ງ​ທີ 18 ​ເປັນ​ຕົ້ນ​ມາ, ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ທີ່​ຖື​​ສະ​ຫາຍ​ສີ​ຈິ້ນ​ຜິງ​ເປັນ​ແກນ​ນຳ ໄດ້​ຍຶດ​ໝັ້ນ​ໃນ​ກາ​ນ​ຖື​ເອົາ​ຜົນ​ປ​ະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ຢູ່​ເໜືອ​ທຸກ​ສິ່ງ​ທຸກ​ຢ່າງ, ປະ​ຕິ​ບັດ​ຕາມ​ແນວ​ຄິດ​ດ້ານ​ສິດ​ທິ​ມະ​ນຸດ​ທີ່​ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ, ​ເພີ່ມ​ທະ​ວີ​ການ​ເຄົາ​ລົບ ແລະ​ປົກ​ປ້ອງ​ສິດ​ທິ​ຂັ້ນ​ພື້ນ​ຖານ​ຕ່າງໆ​ຂອງ​ປະ​ຊາ​ຊົນ​ຈີນຢ່າງ​ບໍ່​ຢຸດ​ຢັ້ງ, ຊຸກ​ຍູ້​ວຽກ​ງານ​ສິດ​ທິ​ມະ​ນຸດ​ຂອງ​ຈີນ​ໃຫ້​ໄດ້​ຮັບ​ຜົນ​ສຳ​ເລັດ​ອັນ​ຍິ່ງ​ໃຫຍ່, ປະ​ກອບ​ສ່ວນ​ອັນ​ສຳ​ຄັນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ພາ​ລະ​ກິດ​ສິດ​ທິ​ມະ​ນຸດ​ຂອງ​ໂລກ. ຄຳ​ເວົ້າ​ຕ່າງໆທີ່​ສຳ​ຄັນ​ຂອງທ່ານ​​ເລ​ຂາ​ທິ​ການ​ໃຫຍ່ສີ​ຈິ້ນ​ຜິງ ​ກ່ຽວ​ກັບການ​ເຄົາ​ລົບ​ແລະ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ ​ມີ​ວິ​ໄສ​ທັດ​ທີ່ເບິ່ງກວ້າງມອງ​ໄກ​, ມີ​ເນື້ອ​ໃນ​​ອຸ​ດົມ​ສົມ​ບູນ ແລະ​ມີ​ແນວ​ຄິດ​​ອັນເລິກ​ເຊິ່ງ ເຊິ່ງ​ມີ​ຄວາມ​ໝ​າຍ​ສຳ​ຄັນ​ທີ່​ສຸດ​ຕໍ່​ພວກ​ເຮົາ​ໃນ​ການ​ປົກ​ປ້ອງ​ສິດ​ທິ​​ມະ​ນຸດ​ຂອງ​ປະ​ຊາ​ຊົນ​ຈີນ​ໃນ​ລະ​ດັບ​ສູງກວ່າ​ເກົ່າ, ການ​ສ້າງ​ປະ​ເທດ​ສັງ​ຄົມ​ນິ​ຍົມ​​ທີ່ທັນສະ​ໄໝ​ຢ່າງຮອບ​ດ້ານ, ການ​ບັນ​ລຸຄວາມ​ໃຝ່​ຝັນ​ຈີນ​ໃນ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​​ອັນ​ຍິ່ງ​ໃຫຍ່ຂອງ​ຊົນ​ຊາດ​ຈີນ ແລະ​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ​.

ປຶ້ມ​ຄັດ​ຈ້ອນດັ່ງ​ກ່າວ​ແບ່​ງ​ອອກ​ເປັນ 9 ຫົວ​ຂໍ້ ລວມ​​ມີ​ຄຳ​ເວົ້າ​ທັງ​ໝົດ 335 ຕອນ ເຊິ່ງ​​ໄດ້ຄັດ​ຈ້ອນ​ຈາກ​ເອ​ກະ​ສານ​ຕ່າງໆ​ທີ່​ສຳ​ຄັນຂອງ​ທ່ານ​ສີ​ຈິ້ນ​ຜິງ ເຊັ່ນ ​ບົດ​ລາຍ​ງານ, ​ການ​ປາ​ຖະ​ກະ​ຖາ, ຄຳ​ໂອ້​ລົມ, ຄຳ​ປາ​ໄສ, ​ສານອວຍ​ພອນ​, ​ທິດ​ຊີ້​ນຳແລະ​ອື່ນໆ ຈຳ​ນວນ 160 ກວ່າ​ບົດ ​ເຊິ່ງ​ເລີ່ມ​ຈາກວັນ​ທີ 15 ພະ​ຈິກ ປີ 2012 ຫາ​ວັນທີ 30 ຕຸ​ລາ ປີ 2021. ໃນ​ນັ້ນ, ມີ​ເນື້ອ​ໃນ​ຈຳ​ນວນ​ໜຶ່ງ​ໄດ້​ຖືກ​ເຜີຍ​ແຜ່​ເປັນ​ຄັ້ງ​ທຳ​ອິດ.

ຄຳ​ເຫັນ

0