李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ອາ​ເມ​ຣິ​ກາ ​ຈະ​ມີ​ຄຸນ​ສົມ​ບັດຈັດ​ກອງ​ປະ​ຊຸມ​ສຸດຍອດ “ປະ​ຊາ​ທິ​ປະ​ໄຕ” ໄດ້​ແນວ​ໃດ?

2021-12-08 15:09:56 cri

ໂດຍ​ແນ​ໃສ່​​ຂໍ້​ອ້າງຂອງ​ອາ​ເມ​ຣິ​ກາ​ທີ່​ວ່າ, ​ການ​ຈັດ “ກອງ​ປະ​ຊຸມ​ສຸດຍອດ​ປະ​ຊາ​ທິ​ປະ​ໄຕ” ແມ່ນ​ເພື່ອ “​ປົກປ້ອງ​” ປະ​ຊາ​ທິ​ປະ​ໄຕ, ວັນ​ທີ 7 ທັນ​ວາ​ນີ້, ໃນ​ກອງ​ປະ​ຊຸມ​ຂ່າວ​ປະຈຳ, ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຊີ້​ອອກວ່າ, ປະ​ເທດ​ທີ່​ເບິ່ງ​ຂ້າມ​ປະ​ຊາ​ທິ​ປະ​ໄຕ ຄືອາ​ເມ​ຣິ​ກາ ​ຈະມີ​ຄຸນ​ສົມ​ບັດຈັດ​ກອງ​ປະ​ຊຸມ​ສຸດຍອດ “ປະ​ຊາ​ທິ​ປະ​ໄຕ” ໄດ້​ແນວ​ໃດ?

ທ່ານ​ຈ້າວ​ລີ້​ຈ່ຽນ​ກ່າວ​ວ່າ: “ອາ​ເມ​ຣິ​ກາ​ກ່າວ​ວ່າ, ​ການ​ຈັດກອງ​ປະ​ຊຸມ​ສຸດຍອດ​ປະ​ຊາ​ທິ​ປະ​ໄຕ ແມ່ນ​ເພື່ອປົກ​ປ້ອງ​​ປະ​ຊາ​ທິ​ປະ​ໄຕ, ຖ້າ​ເປັນ​ແນວ​ນັ້ນ, ຂໍ​ຖາມ​ວ່າ, ອາ​ເມ​ຣິ​ກາ​ມີ​ຊັບ​ພະ​ຍາ​ກອນ​ແລະ​ເຕັກ​ນິກດ້ານ​ການ​ແພດ​ທີ່​ອຸ​ດົມ​ສົມ​ບູນກວ່າ​ໝູ່​ ກ້າວ​ໜ້າກວ່າ​ໝູ່​ໃນ​ໂລກ, ແຕ່​ພາຍ​ໃນ​ປະ​ເທດ​ອາ​ເມ​ຣິ​ກາ ພັດ​ມີຄົນ​ເສຍ​ຊີ​ວິດ​ຍ້ອນ​ພະ​ຍາດ​ໂຄວິດ-19 ​ຫຼາຍກວ່າ 8 ແສນ​ຄົນ ແລະຍັງ​ມີ​ເກືອບ 50 ລ້ານ​ຄົນ​ໄດ້​ຮັບ​ຄວາມ​ທໍ​ລະ​ມານ​ຍ້ອນ​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19, ເຊິ່ງ​ຕົວ​ເລກສອງ​ອັນ​ນີ້​ລ້ວນ​ແຕ່​ເປັນ​ອັນ​ດັບ​ໜຶ່ງ​ຂອງ​ໂລກ. ນີ້​ບໍ ແມ່ນ​ການ​ປົກ​ປ້ອງປະ​ຊາ​ທິ​ປະ​ໄຕ? ລັດ​ທິ​​ຈຳ​ແນກ​ເຊື້ອ​ຊາດ​ຜິວ​ພັນ​ຢູ່ອາ​ເມ​ຣິ​ກາ​ເກີດ​ຂຶ້ນ​ມາ​ແຕ່​ດົນ​ນານ​ແລ້ວ, ລັດ​ທິ​ທີ່​ຖື​ຄົນ​ຜິວ​ຂາວ​ຢູ່​ເໜືອ​ກຸ່ມ​ຄົນ​ຜິວ​ພັນ​ອື່ນ​ກໍ່​ນັບ​ມື້​ນັບ​ຮ້າຍ​ແຮງ​ຂຶ້ນ, ທັງບໍ່​ມີ​ຄວາມ​ສະ​ເໝີ​ພາບ​​ກັນລະ​ຫວ່າງ​ຊົນ​ເຜົ່າ. ນີ້​ບໍ ແມ່ນ​ການ​ປົກ​ປ້ອງປະ​ຊາ​ທິ​ປະ​ໄຕ​ບໍ່?”

ຄຳ​ເຫັນ

0