李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອົ​ສ​ຕຼາ​ລີ​ກ່າວ​ວ່າ, ຈະ​ບໍ່​ສົ່ງ​ເຈົ້າ​ໜ້າທີ່​ລັດ​ຖະ​ບານ​ໄປ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ. ​ຈີນ​ກ່າວ​ວ່າ, ພວກ​ເຮົາ​ບໍ່​ໄດ້​ເຊື້ອ​ເຊີນ​ພວກ​ເພິ່ນ, ມາ​ຫຼື​ບໍ່​ມາ​ກໍ່​ບໍ່​ມີ​ໃຜ​​ສົນ​ໃຈ

2021-12-09 11:13:12 cri

ສະມັດຊາໃຫຍ່ອົງການສະຫະປະຊາຊາດໄດ້ນຳເອົາແນວຄວາມຄິດ “ປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ” ບັນທຶກໄວ້ໃນມະຕິຂອງຕົນ 5 ປີລຽນຕິດແລ້ວ

ໂ​ດຍ​ແນ​ໃສ່​ກໍ​ລະ​ນີ​ທີ່ນາ​ຍົກ​ລັດ​ຖະ​ມົນ​ຕີ​ອົ​ສ​ຕຼາ​ລີ​ກ່າ​ວ​ວ່າ, ອົ​ສ​ຕຼາ​ລີ​ຈະ​ບໍ່​ສົ່ງ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ໄປ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ, ວັນ​ທີ 8 ທັນ​ວາ​ນີ້, ທ່ານ​ວ່າງ​ເວີນ​ປິ່ນ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຂ່າວ​ປະ​ຈຳ​ວ່າ, ຝ່າຍ​ຈີນ​ໄດ້​ກ່າວເນັ້ນ​ມາຫຼາຍ​ເທື່ອ​ແລ້ວ​ວ່າ, ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ບໍ່​ແມ່ນ​ເວ​ທີ​​ສະ​ແດງ​ທ່າ​ທີ​ທາງ​ການ​ເມືອງ​ແລະ​ເວ​ທີ​ທີ່​ຖືກ​ການ​ເມືອງ​ຄອບ​ງຳ. ຈີນ​ບໍ່​ໄດ້​ເຊື້ອ​ເຊີນ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ອົ​ສ​ຕຼາ​ລີ​ໃດໆ​ມາ​ເຂົ້າ​ຮ່ວມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ, ​ບໍ່​ມີ​ໃຜ​ສົນ​ໃຈ​ວ່າ ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​​ອົ​ສ​ຕຼາ​ລີຈະ​ມາ​ເຂົ້າ​ຮ່ວມ​ຫຼື​ບໍ່​ເຂົ້າ​ຮ່ວມ. ​ນັກ​ການ​ເມືອງອົ​ສ​ຕຼາ​ລີຫຼິ້ນ​ເກມ​ການ​ເມືອງ​ເພື່ອ​ຜົນ​ປະ​ໂຫຍດ​ດ້ານ​ການ​ເມືອງ​ຂອງ​ຕົນ, ​ຈະ​ບໍ່​ມີ​ຜົນ​ກະ​ທົບ​ຫຍັງ​ເລີຍ​ຕໍ່​ຜົນ​ສຳ​ເລັດ​ຂອງ​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ.

ຄຳ​ເຫັນ

0