李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຢຍ​ລະ​ມັນ ແຕ່ງ​ຕັ້ງນາ​ຍົກ​ຄົນ​ໃໝ່​ຢ່າງ​ເປັນ​ທາງ​ການ​ແລ້ວ

2021-12-09 14:56:43 ​cri

ເຢຍ​ລະ​ມັນ ແຕ່ງ​ຕັ້ງນາ​ຍົກ​ຄົນ​ໃໝ່​ຢ່າງ​ເປັນ​ທາງ​ການ​ແລ້ວ_fororder_1886946669

ເວ​ລາ 15 ໂມງ​ຂອງວັນ​ທີ 8 ທັນ​ວາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ​ນາງ ​ແອັງ​ເຈີ​ລາ ເມີ​ເຄວ, ອະ​ດີດນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ ໄດ້​ຈັດ​ພິ​ທີ​ມອບ-ຮັບ​ຕຳ​ແໜ່ງ​ໃຫ້ກັບ​ທ່ານ​ໂອ​ລາ​ຟ ໂຊ​ສ໌ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່​ຂອງ​ເຢຍ​ລະ​ມັນ​ຢ່າງ​ເປັນ​ທາງ​ການ​ຢູ່​ໜ້າ​ທຳ​ນຽບ​ນາ​ຍົກ​ລັດ​ຖະ​ມົນ​ຕີ.

ວັນ​ທີ 8 ທັນ​ວາ​ນີ້, ສະ​ພາ​ຕ່ຳ​ຂອງ​ສະ​ຫະພັນ​ເຢຍ​ລະ​ມັນ​ໄດ້​ຈັດ​ການ​​ລົງ​ຄະ​ແນນ​ສຽງ​ຮັບ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຜູ້​ໃໝ່, ທ່ານ​ໂອ​ລາ​ຟ ​ໂຊ​ສ໌​ໄດ້​ຮັບຄະ​ແນນ​ສຽງ​ເຫັນ​ດີ 395 ​ສຽງ, ສູງກວ່າ​ຈຳ​ນວນ​​ຄະ​ແນນ​ສຽງ​ທີ່​ຕ້ອງ​ການ​ໃນ​ການເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ. ທ່ານ​​ໂອ​ລາ​ຟ ໂຊ​ສ໌ ກັບ​ສະ​ມາ​ຊິກສະ​ພາ 16 ທ່ານ ໄດ້​ຮັບ​ໜັງ​ສືແຕ່ງ​ຕັ້ງ​ຕຳ​ແໜ່ງ​ ຈາກ​ທ່ານ ​ແຟ​ຣງ ວອນ​ເຕີ ສະ​ໄຕ​ໄມ​ເອີ ປະ​ທາ​ນາ​ທິ​ບໍ​ດີ​ເຢຍ​ລະ​ມັນ ແລະ​ສາ​ບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່ງ ຢູ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​​ຢູ່​ນະ​ຄອນ​ຫຼວງ​ແບກ​ແລັງ.

ຄຳ​ເຫັນ

0