蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ໃຊ້​ການ​ກະ​ທຳ​ຕົວ​ຈິງ ເພື່ອ​ຮ່ວມ​​ມືກັບ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ຕໍ່​ຕ້ານ “ສົງ​ຄາມ​ເຢັນ​ຄັ້ງ​ໃໝ່”

2021-12-09 16:14:19 CRI

ຫວ່າງມໍ່​ໆ​ມາ​ນີ້, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ຫວຽດ​ນາມ ແລະ ມາ​ເລ​ເຊຍ, ​ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທັງ​ເປັນ​ລັດ​ຖ​ະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​​ຂອງກຳ​ປູ​ເຈຍ ແລະ ຜູ້​ຮັບ​ຜິດ​ຊອບ​ການ​ສົນ​ທະ​ນາ​ແລະ​ການ​ຮ່ວມ​ມື​ຂອງ​ອິນ​ໂດ​ເນ​ເຊຍ​ໄດ້ທະ​ຍອຍ​ເດີ​ນ​ທາງມາ​ຢ້ຽມ​ຢາມ​​ປະ​ເທດຈີນ.

ວັນ​ທີ 4 ທັນ​ວາ​ນີ້, ​ຢູ່​ນະ​ຄອນ​ອານ​ຈີ​ແຂວງ​ເຈີ້​ຈ່ຽງ​ປະ​ເທດ​ຈີນ, ພາ​ຍຫຼັງໄດ້ພົບ​ປະ​ກັບ​ທ່ານ​ໄຊ​ຟູ​ດິນ ອັບ​ດຸນ​ລາ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ມາ​ເລ​ເຊຍ, ທ່ານ​ວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​​ກ່າວ​ວ່າ: ​ບົດ​ຮຽນ​ສຳ​ເລັດ​ຜົນ​ແຫ່ງ​ການ​ພົວ​ພັນ​ຈີນ-ອາ​ຊຽນ​ກໍ​ແມ່ນ “​ການ​ຢືນ​ຢູ່​ຝ່າຍ​ຖືກ​ຕ້ອງ​ຂອງ​ປະ​ຫວັ​ດ​ສາດ”, ​ນີ້​ແຕກ​ຕ່າງ​ກັບ​ເຈດ​ຕະ​ນາທີ່​ຢາກ​ກໍ່ “ສົງ​ຄາມ​ເຢັນ​​ຄັ້ງໃໝ່” ​ຂອງ​ອາ​ເມ​ຣິ​ກາຢ່າງ​ຈະ​ແຈ້ງ.

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ເພື່ອ​​ຂັດ​ຂວາງ​ການ​ພັດ​ທະ​ນາ​ຂອງ​ຈີນ ແລະ ປົກ​ປ້ອງ​ຖາ​ນະ​ເຈົ້າ​ອຳ​ນາດ​ຂອງ​ຕົນ, ອາ​ເມ​ຣິ​ກາ​ໄດ້​ກໍ່ “ສົງ​ຄາມ​ເຢັນ​ຄັ້ງ​ໃໝ່” ​ກັບ​ຈີນ ແລະ ຕັ້ງ​ໃຈ​ໃສ່​ຮ້າຍ​ປ້າຍ​ສີ​ຈີນ​ມາ​ໂດຍ​ຕະຫຼອດ ໂດຍ​ປ່າວ​ປະ​ກາດ​ວ່າ: ຄວາມ​ຂັດ​ແ​ຍ້ງ​ຕົ້ນ​ຕໍ​ໃນ​ໂລກ​ປັດ​ຈຸ​ບັນ​ແມ່ນ​ຄວາມ​ແຕກ​ຕ່າງ​ກັນ​ດ້ານ​ຮູບ​ຖານ​ຈິດ​ສຳ​ນຶກ​ລະ​ຫວ່າງ “ໂລກ​ເສ​ລີ​ກັບ​ຈີນກອມ​ມູ​ນິດ” ພ້ອມ​ທັງ​ບີບ​ບັງ​ຄັບ​ໃຫ້​ປະ​ເທດ​​ໃກ້​ຄຽງ​ກັບ​ຈີນ​ເລືອກ​​ຂ້າງລະ​ຫວ່າງ​ຈີນ​ແລະ​ອາ​ເມ​ຣິ​ກາ ເພື່ອ​ບັນ​ລຸ​ຈຸດ​ປະ​ສົງ​​ຂອງ​ອາ​ເມ​ຣິ​ກາ​ທີ່​ຢາກ​ຄອບ​ງຳ​ຜົນ​ປະ​ໂຫຍດ​​ຈາກ​ການ​ເມືອງ​ພູມ​ມີ​ພາກ.

ແຕ່​ວ່າ: “ສົງ​ຄາມ​ເຢັນ​​ຄັ້ງ​ໃໝ່” ບໍ່​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດຂອງ​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້. ຄຽງ​ຄູ່​ກັບ​ການ​ຮ່ວມ​ມື​ແລະ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ຈີນ​ແລະ​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ນັບ​ມື້​ນັບ​ແໜ້​ນ​ແຟ້ນ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ລະ​ຫວ່າງ​ຈີ​ນ​ແລະ​ປະ​ເທດ​ເຫຼົ່າ​ນີ້​ກໍ​ນັບ​ມື້​ນັບ​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ລະ​ດັບ​ການ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ດ້ານ​ພື້ນ​ຖານ​ໂຄງ​ລ່າງ ແລະ ລະ​ດັບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ກໍ​ນັບ​ມື້​ນັບ​ສູງ​ຂຶ້ນ.

ກ່ອນ​ທີ່​ທ່ານ​ວາງ​ຢີ້​ຈະ​ພົບ​ປະ​ກັບລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງຫຼາຍ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້, ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ແລະ​ປະ​ເທດ​ເຫຼົ່າ​ນີ້​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ຕ່າງໆ ເຊັ່ນ: ວັນ​ທີ 2 ​ທັນ​ວາ​ນີ້, ຈີນ​ແລະ​ມາ​ເລ​ເຊຍ​​ໄດ້​ບັນ​ລຸ​ຂໍ້​ຕົກ​ລົງກ່ຽວ​ກັບເສັ້ນ​ທາງຫຼັກ​ຂອງ​ໂຄງ​ການ​ທາງ​ລົດ​ໄຟ​ລຽບ​ແຄມ​ຝັ່ງ​ທະ​ເລ​ພາກ​ຕາ​ເວັນ​ອອກ​ຂອງ​ມາ​ເລ​ເຊຍ​ໂດຍ​ພື້​ນ​ຖານ ​ເຊິ່ງ​ແມ່ນ​ໂຄງ​ການທີ່​ຈີນ​ແລະ​ມາ​ເລ​ເຊຍ​ຮ່ວ​ມ​ມື​ກັນ​ກໍ່​ສ້າງ; ວັນ​ທີ 3 ທັນ​ວາ​ນີ້, ຜູ້​ນຳ​ສູງ​ສຸດ​ຂອງ​ສອງ​ປະ​ເທດ ຈີນ ແລະ ລາວ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ນຳ​ໃຊ້​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ ໂດຍ​ຜ່ານ​ຮູບ​ແບບວິ​ດີ​ໂອ. ວັນ​ທີ 4 ທັນ​ວາ​ນີ້, ຂະ​ບວນ​ລົດ​ໄຟ​​ສາ​ກົນ​ຈີນ-ລາວ​ຖ້ຽວ​ທຳ​ອິດ​ໄດ້​ອອກ​ລົດ​ຈາກເຂດ​ອ່າວ​ໃຫຍ່ກວາງ​ຕຸ້ງ, ຮົງ​ກົງ​ແລະ​ມາ​ເກົາ ແລະ ​ແລ່ນ​ຜ່ານ​ທາງ​ລົດ​ໄຟ​ລາວ-ຈີນ, ມຸ່ງ​ໜ້າ​ໄປ​ສູ່​ນະ​ຄອນຫຼວງວຽງ​ຈັນ​ຂອງ​ປະ​ເທດ​ລາວ.

ໃນ​ຂະ​ນະ​ທີ່​ພົບ​ປະ​ກັບ​ທ່ານ​ໄຊ​ຟູ​ດິນ ອັບ​ດຸນ​ລາ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ມາ​ເລ​ເຊຍ ແລະ ທ່ານ​ວາງ​ຢີ້​ກ່າວ​ວ່າ: ສອງ​ຝ່າຍ​ເຫັນ​ດີ​​ໃຫ້ສືບ​ຕໍ່​ຊຸກ​ຍູ້​ການ​ຮ່ວມ​ມື​ກັນ​ເພື່ອ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ປຶກ​ສາ​ຫາ​ລືການ​ຮ່ວມ​ມື​ໃນ​ການ​ຄົ້ນ​ຄວ້າ​ພັດ​ທະ​ນາ​ວັກ​ຊິນ​​ຊະ​ນິດໃໝ່ ແລະ ຢາ​ພິ​ເສດ​ເພື່ອ​ປິ່ນ​ປົວ​ພະ​ຍາດ​ໂຄວິດ-19, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​​ຄົບ​ວົງ​ຈອນໃນ​ການ​ທົດ​ລອງ, ຈັດ​ຊື້ ແລະ ຜະ​ລິດ​ວັກ​ຊິນ​ໂຄວິດ-19. ໃນ​ເວ​ລາ​ພົບ​ປະ​ກັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກາ​ນ​ຕ່າງ​ປະ​ເທດ​ກຳ​ປູ​ເຈຍ, ທ່ານ​ວາງ​ຢີ້​ໄດ້ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ: ຈີນ​ຈະ​ສືບ​ຕໍ່​ໃຫ້​ການ​ຊ່ວຍ​ເຫຼືອ​​ດ້ານ​ວັກ​ຊິນ​ແກ່​ກຳ​ປູ​ເຈຍ, ຮ່ວມ​ກັນ​ກັບ​ກຳ​ປູ​ເຈຍ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ໂຄງ​ການ​​ຂະ​ໜາດໃຫຍ່​ຕ່າງໆ ເຊັ່ນ: ທາງ​ດ່ວນ, ສະ​ໜາມ​ບິນ ແລະ ອື່ນໆ, ເປີດກວ້າງ​ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​​ຂອງ​ກຳ​ປູ​ເຈຍ​ສູ່​ປະ​ເທດ​ຈີນ.

ເພື່ອ​ເປັນ​ການ​ຄັດ​ຄ້ານ​ການ​ທີ່​ອາ​ເມ​ຣິ​ກາ​​ໄດ້ປະ​ກາດ “​ຂວ້ຳ​ບາດ​ທາງ​ການ​ທູດ” ​ທີ່​ມີ​ຕໍ່​ງານ​ກິ​ລາ​ໂອ​ລິມ​ປິ​ກ​ລະ​ດູ​ໜາວ​ປັກ​ກິ່ງ, ມາ​ເລ​ເຊຍ ແລະ ກຳ​ປູ​ເຈຍ​ລ້ວນ​ແຕ່​ກ່າວ​ວ່າ, ຈະ​ສະ​ໜັບ​ສະ​ໜູນ​ຈີນ​ເປັນ​ເຈົ້າ​ພາບ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ 2022 ໃຫ້​ສຳ​ເລັດ​ຜົນ​ຢ່າງ​ຈົບ​ງາມ. ກະ​ຊວງ​ການ​ຕ່າງ​ປະ​ເທດ ແຫ່ງ ສ​ປ​ປ ລາວ​ກໍ​ໄດ້​ອອກ​ຖະ​ແຫຼງ​ການ​ວ່າ: ຄັດ​ຄ້ານ​ການ​ຫັນ​ກິ​ລາ​ເປັນ​ບັນ​ຫາ​ການ​ເມືອງ.

ຄື​ດັ່ງ​ຄຳ​ເວົ້າ​ຂອງ​ທ່ານ​ວາງ​ຢີ້​ໃນ​ເວ​ລາ​ພົບ​ປະ​ກັບ​ບັນ​ດາ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ວ່າ: ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ຄວນ “ຮ່ວມ​ກັນ​ຕໍ່​ຕ້ານ” ການ​ກະ​ທຳ​ທີ່​ເປັນ​ການ​ທຳ​ລາຍ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ. ຈີນ​ພວມ​ຮ່ວມ​​ມື​ກັບ​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອ​ສຽງ​ໃຕ້, ໃຊ້​ການ​ກະ​ທຳ​ຕົວ​ຈິງ​ ເພື່ອ​ຮ່ວມ​ກັນ​ຕໍ່​ຕ້ານ “ສົງ​ຄາມ​ເຢັນ​ຄັ້ງ​ໃໝ່.

ຄຳ​ເຫັນ

0