秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ແລວເສດຖະກິດຈີນ-ປາກີສະຖານຈະສ້າງພະລັງຂັບເຄື່ອນທີ່ແຂງແຮງໃຫ້ກັບການພັດທະນາອຸດສາຫະກຳປາກີສະຖານ

2021-12-10 15:55:31 cri

ວັນ​ທີ 9 ທັນ​ວາ​ນີ້, ຢູ່​ທີ່​ນະ​ຄ​ອນຫຼວງ​ອິ​ສ​ລ​າມ​ມາ​ບັດ​ຂອງ​ປ​າ​ກີ​ສະ​ຖານ, ທ່ານ​​ຄາ​ລິດ ມານ​ໂຊ, ຜູ້​ຊ່ວຍ​ວຽກ​ພິ​ເສດ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາ​ກີ​ສະ​ຖານ​ກ່ຽວ​ກັບ​ວຽກ​ງານ​ແລວ​ເສດ​ຖະ​ກິດ​ຈີນ-ປາ​ກີ​ສະ​ຖານກ່າວ​ວ່າ: ການ​ປະ​ຕິ​ບັດ​ໂຄງ​ການ​ແລ​ວ​​ເສດ​ຖະ​ກິດ​ຈີນ-ປາ​ກີ​ສະ​ຖານ​ຢ່າງ​ສະ​ດວກນັ້ນ ໄດ້​ປັບ​ປຸງ​ສະ​ພາບ​ການ​ສະ​ໜອງ​ພະ​ລັງ​ງານ ແລະ​ສະ​ພາບ​ພື້ນ​ຖານ​ໂຄງ​ລ່າງ​ຂອງ​ປາ​ກີ​ສະ​ຖານ ​ໃຫ້​ດີ​ຂຶ້ນ​ກວ່າ​ເກົ່າ​ຢ່າງຫຼວງຫຼາຍ, ​ການ​ຮ່ວມ​ມື​ດ້ານ​ອຸດ​ສາ​ຫະ​ກຳ​ລະ​ຫວ່າງ​ສອງ​ປະ​ເທດ​ພາຍ​​ໃນຂອບ​ແລ​ວ​ທາງ​ເສດ​ຖ​ະ​ກິດ​ດັ່ງ​ກ່າວ ຈ​ະ​ສ້າງ​ພະ​ລັງ​ຂັບ​ເຄື່ອນ​ທີ່​ແຂງ​ແຮງໃຫ້​ກັບ​ການພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​​ຂອງປາ​ກີ​ສະ​ຖານ.

ທ່ານມານ​ໂຊກ່າ​ວ​ວ່າ: ປາ​ກີ​ສະ​ຖານ​ເຄີຍ​ປະ​ສົບ​ກັບສະ​ພາບ​ຄວາມ​​ຫຍຸ້ງຍາກ​​ຍ້ອນການ​ຂາດ​ແຄນ​ພະ​ລັງ​ງານ​ໄຟ​ຟ້າ, ແຕ່​ລະ​ມື້​ໄຟ​​ຟ້າ​ມອດ​ເປັນ​ເວ​ລາ 10 ຊົ່ວ​ໂມງ​ຂຶ້ນ​ໄປ ເຊິ່ງ​ໄດ້​ສ້າງ​ຜົນ​ກະ​ທົບ​ອັນ​ໜັກ​ໜ່ວງ​ໃຫ້​ກັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ ແລະ​ການ​​ພັດ​ທະ​ນາ​ດ້ານອຸດ​ສາ​ຫະ​ກຳ. ການ​ເປີດ​ນຳ​ໃຊ້​ໂຄງ​ການ​ພະ​ລັງ​ງານຫຼາຍ​ໂຄງ​ການ​ຂອງ​ແລວ​ເສດ​ຖະ​ກິດ​ຈີນ-ປາ​ກີ​ສະ​ຖານ ໄດ້​ນຳ​ເອົາ​ພະ​ລັງ​ງານ​ໄຟ​ຟ້າ​ທີ່​ພຽງ​ພໍ, ​ເຊື່ອ​ໝັ້ນ​ໄດ້ ແລະ​ລາ​ຄາ​ຖືກ ​ມາໃຫ້​ກັບ​ປາ​ກີ​ສະ​ຖານ.

ທ່ານມານ​ໂຊ​ຍັງກ່າ​ວຕື່ມ​ວ່າ: ​ແລວເສດ​ຖະ​ກິດ​ຈີນ-ປາ​ກີ​ສະ​ຖານໄດ້​ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ລົງ​ເລິກ​ການ​ເຊື່​ອມ​ໂຍງ​ເຊື່ອມ​ຈອດ​ກັນ​ຂອງ​ພາກ​ພື້ນ, ການ​ເປີດ​ນຳ​ໃຊ້​ທາງຫຼວງຫຼ​າຍສາຍໃນ​ຂອບ​ແລວ​​ເສ​ດ​ຖະ​ກິດ​ດັ່ງ​ກ່າວ ແລະ​ການ​ຂະ​ຫຍາຍ​ຕົວ​ຂອງ​ທ່າ​ກຳ​ປັ່ນ​ກວາ​ດາຢ່າງວ່ອງ​ໄວ ບໍ່​ພຽງ​ແຕ່​ໄດ້​ເຮັດ​ໃຫ້​ເຄືອ​ຂ່າຍ​ຄົມ​ມະ​ນາ​ຄົມ​ພາຍ​ໃນ​ປະ​ເທດ​ປາ​ກີ​ສະ​ຖານ​ນັບ​ມື້​ນັບ​ສົມ​ບູນ​ຂຶ້ນ​ເທົ່າ​ນັ້ນ, ຍັງ​ໄດ້​ເຮັດ​ໃຫ້​ປາ​ກີ​ສະ​ຖານ ແລະ​ປະ​ເທດ​ອື່​ນ​ຢູ່​ອາ​ຊີ​ກາງ​ນັ້ນ ມີ​ສາຍ​ພົວ​ພັນ​ນຳ​ກັນທີ່​ແໜ້ນ​ແຟ້ນກວ່າ​ເກົ່າ​ອີກ​ດ້ວຍ.

ຄຳ​ເຫັນ

0