徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລະດັບການຊົມສິດທິມະນຸດຂອງປະຊາຊົນຈີນໄດ້ກ້າວຂຶ້ນສູ່ລະດັບໃໝ່ຢ່າງຕໍ່ເນື່ອງ

2021-12-10 16:39:32 cri

ລະດັບການຊົມສິດທິມະນຸດຂອງປະຊາຊົນຈີນໄດ້ກ້າວຂຶ້ນສູ່ລະດັບໃໝ່ຢ່າງຕໍ່ເນື່ອງ_fororder_WechatIMG146

 

ຕາມຂ່າວCRI: ວັນທີ 9 ທັນວານີ້ຕາມເວລາທ້ອງຖິ່ນ, ທ່ານຈ່າງຈູ່ນ, ຜູ້ຕາງໜ້າຈີນປະຈຳອົງການສະຫະປະຊາຊາດໄດ້ກ່າວຄຳປາໄສໃນ “ວັນສິດທິມະນຸດໂລກ.”

 

ທ່ານຈ່າງຈູນກ່າວວ່າ, ພວກເຮົາຍຶດໝັ້ນໃນຫຼັກການປະຊາທິປະໄຕຂອງປະຊາຊົນ, ປະຊາຊົນຈີນ 1,4 ຕື້ຄົນເປັນເຈົ້າຂອງປະເທດ, ສັງຄົມແລະຊາຕາກຳຂອງຕົນຢ່າງແທ້ຈິງ, ໃນທົ່ວຂະບວນການປະຊາທິປະໄຕປະຊາຊົນມີປະຊາທິປະ

ໄຕຢ່າງກວ້າງຂວາງທີ່ສຸດ, ຖືກຕ້ອງທີ່ສຸດແລະໄດ້ຮັບຜົນປະໂຫຍດທີ່ສຸດ. ພວກເຮົາຍຶດໝັ້ນໃນຫຼັກການທີ່ວ່າປະຊາຊົນມີຊີວິດການເປັນຢູ່ທີ່ມີຄວາມສຸກແມ່ນສິດທິມະນຸດທີ່ແທ້ຈິງ, ເຊິ່ງສາມາດແກ້ໄຂບັນຫາຄວາມທຸກຍາກເດັດຖານທີ່ມີລັກສະນະປະຫວັດສາດ, ແລະໄດ້ບັນລຸເປົ້າໝາຍການລຶບລ້າງຄວາມທຸກຍາກຕາມວາລະ ການພັດທະນາແບບຍືນຍົງຮອດປີ 2030 ຂອງອົງການສະຫະປະຊາຊາດກ່ອນເວລາກຳນົດ 10 ປີ. ພວກເຮົາ

ຍຶດໝັ້ນຖືການຖືເອົາປະຊາຊົນໄວ້ໃນຖານະສູງສຸດ, ຖືເອົາຊີວິດຢູ່ເໜືອທຸກສິ່ງທຸກຢ່າງໄດ້ປະສົບຜົນສຳເລັດອັນໃຫຍ່ຫຼວງໃນການປ້ອງກັນແລະຄວບຄຸມສະພາບພະຍາດທີ່ມີລັກສະນະຍຸດທະສາດ,​ແລະໄດ້ສະໜອງວັກຊີນໂຄວິດ-19 ຈຳນວນ 1 ຕື້ 850 ລ້ານຫຼອດໃຫ້ແກ່ 120 ກວ່າປະເທດແລະອົງການຈັດຕັ້ງສາກົນ, ເຊິ່ງເປັນອັນດັບ 1 ຂອງໂລກ.

  ທ່ານຈ່າງຈູນກ່າວວ່າ, ລະດັບການຊົມໃຊ້ສິດທິມະນຸດຂອງປະຊາຊົນຈີນໄດ້ກ້າວຂຶ້ນລະດັບໃໝ່ໃໝ່ຢ່າງຕໍ່ເນື່ອງ, ເຊິ່ງໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເລັ່ງຊຸກຍູ້ພາລະກິດສິດທິມະນຸດຂອງໂລກ, ພວກເຮົາຮູ້ສຶກພາກພູມໃຈກ່ຽວກັບເລື່ອງນີ້.

ຄຳ​ເຫັນ

0