秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສປ ຈີນ ແລະສ ນີກາຣາກວາຟື້ນຟູສາຍພົວພັນທາງການທູດນຳກັນ

2021-12-10 16:27:40 cri

ສປ ຈີນ ແລະສ ນີກາຣາກວາຟື້ນຟູສາຍພົວພັນທາງການທູດນຳກັນ_fororder_444

ວັນ​ທີ 10 ທັນ​ວາ​ນີ້, ຢູ່​ທີ່​ນະ​ຄອນ​ທ​ຽນ​ສິນ​ ປະ​ເທດ​ຈີນ, ສ​ປ ຈີນ ແລະສ ນີ​ກາ​ຣາກວາ​ໄດ້​​ເຊັນ “ຖະ​ແຫຼງການ​ຮ່ວມ ຈີນ-ນີ​ກາ​ຣາກວາ ວ່າ​ດ້ວຍ​ການ​ຟື້ນ​ຟູ​ສາຍ​ພົວ​ພັນ​ທາງ​ການ​ທູດ”​ ເຊິ່ງ​ສອງ​ຝ່າຍ​ໄດ້ເຫັນ​ດີ​ຈະຟື້ນ​ຟູ​ສາຍ​ພົວ​ພັນ​ທາງ​ການ​ທູດ​​ນຳ​ກັນ ນັບ​ແຕ່​ມື້​ເຊັນ​ຖະ​ແຫຼງ​ການ​ເປັນ​ຕົ້ນ​ໄປ.

ເນື້ອ​ໃນ​ຕົ້ນ​ຕໍ​ຂອງ​ຖະ​ແຫຼງ​ການ​ສະ​ບັບ​ດັ່ງ​ກ່າວ​ມີດັ່ງ​ນີ້:

ລັດ​ຖະ​ບານ​ສອງ​ປະ​ເທດ​ເຫັນ​ດີ​ຂະ​ຫຍາຍສາຍ​ພົວ​ພັນ​ມິດ​ຕະ​ພາບ​ບົນ​ພື້ນ​ຖານ​ເຄົາ​ລົບ​ອ​ະ​ທິ​ປະ​ໄຕ ແລະ​ຜື​ນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ກັນ​ແລະ​ກັນ, ບໍ່​​ຮຸກ​ຮານ​ກັນ, ບໍ່​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງກັນ​ແລະ​ກັນ, ສະ​ເໝີ​ພາບ​ກັນ, ຕ່າງ​ຝ່າ​ຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ ແລະ​ຢູ່​ຮ່ວມ​ກັນ​ໂດຍ​ສັນ​ຕິ.

ລັດ​ຖະ​ບານ ສ ນີ​ກາ​ຣາກວາໄດ້​ຮັບ​ຮອງວ່າ: ​ຢູ່​ໃນ​ໂລກ​ນີ້​ມີ​ແຕ່ປະ​ເທດ​ຈີນ​ດຽວ, ລັດ​ຖະ​ບານ ​ສ​ປ ຈີນເປັນ​ລັດ​ຖະ​ບານ​ພຽງ​ໜຶ່ງ​ດຽວ​ທີ່​​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ທີ່​ເປັນ​ຕົວ​ແທນ​ໃຫ້​ແກ່​ທົ່ວ​ປະ​ເທດ​ຈີນ. ​ໄຕ້​ຫວັນ​ເປັນ​ພາກ​ສ່ວນ​ໜຶ່ງ​ຂອງ​ແຜ່ນ​ດິນ​ຈີນ​ທີ່ບໍ່​ສາ​ມາດ​ຕັດ​ແຍກ​ອອກ​ໄດ້. ​ສ ນີ​ກາ​ຣາກວາ​ໄດ້ຕັດ​ “ສາຍ​ພົວ​ພັນ​ທາງ​ການ​ທູດ” ​ກັບ​​ໄຕ້​ຫວັນຕັ້ງ​ແຕ່​ມື້​ອອກຖະ​ແຫຼງ​ການ​ເປັນ​ຕົ້ນ​ໄປ ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ: ​ຈະ​ບໍ່​ມີ​ການ​ໄປ​ມາ​ຫາ​ສູ່​ກັນ​ຢ່າງ​ເປັນ​ທາງ​ການ​ກັບ​ໄຕ້​ຫວັນອີກ​ຕໍ່​ໄປ.

ຄຳ​ເຫັນ

0