徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈັດງານໂຄສະນາກ່ຽວກັບງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 5 ເພື່ອຊັກຊວນວິສາຫະກິດເຂົ້າຮ່ວມງານວາງສະແດງ

2021-12-10 16:38:15 cri

ຈັດງານໂຄສະນາກ່ຽວກັບງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 5 ເພື່ອຊັກຊວນວິສາຫະກິດເຂົ້າຮ່ວມງານວາງສະແດງ_fororder_WechatIMG93

ຕາມຂ່າວCRI: ໃນຕອນບ່າຍຂອງວັນທີ 9 ທັນວານີ້, ໄດ້ຈັດງານໂຄສະນາກ່ຽວກັບງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 5ເພື່ອຊັກຊວນວິສາຫະກິດເຂົ້າຮ່ວມງານວາງສະແດງ-ງານໂຄສະນາເຂດວາງສະແດງຜົນຜະລິດດ້ານກະສິກຳແລະແນວພັນທາງອອນລາຍໂດຍມີຜູ້ຕາງໜ້າຂອງສະມາຄົມຂະແໜງ ການຕ່າງໆ, ວິສາຫະກິດຂອງຂະແໜງການແນວພັນແລະສະບຽງອາຫານທີ່ມາຈາກພາຍໃນແລະຕ່າງປະເທດເກືອບຮ້ອຍຄົນໄດ້ເຂົ້າຮ່ວມງານໂຄສະນາທາງອ໋ອນລາຍແລະອ໋ອຟລາຍ.

ຈັດງານໂຄສະນາກ່ຽວກັບງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 5 ເພື່ອຊັກຊວນວິສາຫະກິດເຂົ້າຮ່ວມງານວາງສະແດງ_fororder_WechatIMG94

ຂ່າວແຈ້ງວ່າ,​ ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 5 ຈະມີເຂດໃໝ່ສະເພາະວາງສະແດງຜົນຜະລິດດ້ານກະສິກຳແລະຂະແໜງການແນວພັນ. ທ່ານລີວຟູເຊ, ຮອງຫົວໜ້າອົງການງານວາງສະແດງສິນຄ້ານຳເຂົ້າສາກົນຈີນກ່າວວ່າ: ໃນງານວາງສະແດງສິນຄ້ານຳເຂົ້າຈີນຄັ້ງທີ 5 ຈະຈັດໃຫ້ມີເຂດວາງສະແດງສະເພາະສຳລັບຜົນຜະລິດດ້ານກະສິກຳແລະຂະແໜງການແນວພັນ,​ຫວັງວ່າວິສາຫະກິດຂະແໜງການແນວພັນຂອງຕ່າງປະເທດຈະກຳໂອກາດການຮ່ວມມືດ້ານເສດຖະກິດການຄ້າສາກົນຄັ້ງນີ້, ໃນນີ້ຍັງຈະວາງສະແດງເຕັກໂນໂລຊີຫຼ້າສຸດແລະຜົນງານທີ່ມີລັກສະນະພິເສດ,​ເພື່ອຊຸກຍູ້ການແລກປ່ຽນລະດັບສາກົນລະຫວ່າງວິສາຫະກິດຂະແໜງການແນວພັນ, ແລະຊຸກຍູ້ການຮ່ວມມືຕົວຈິງໃນຂົງເຂດຂະແໜງການແນວພັນ.

 

 

 

ຄຳ​ເຫັນ

0