徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນຈະຢືນຢູ່ຄຽງຂ້າງກັບປະຊາຊົນກຳປູເຈຍຢ່າງໝັ້ນໜຽວບໍ່ປ່ຽນແປງຕະຫຼອດໄປ

2021-12-10 16:38:51 cri

ຈີນຈະຢືນຢູ່ຄຽງຂ້າງກັບປະຊາຊົນກຳປູເຈຍຢ່າງໝັ້ນໜຽວບໍ່ປ່ຽນແປງຕະຫຼອດໄປ_fororder_WechatIMG148

ຕາມຂ່າວCRI: ວັນທີ 8 ທັນວານີ້,​ກະຊວງການຄ້າອາເມຣິກາໄດ້ນຳໃຊ້ຂໍ້ອ້າງທີ່ວ່າ:​ກຳປູເຈຍລະເມີດສິດທິມະນຸດ, ສໍ້ລາດບັງຫຼວງແລະອະນຸຍາດໃຫ້ຈີນເປີດກວ້າງການປະຈຳການທາງການທະຫານຢູ່ກຳປູເຈຍ, ສະນັ້ນຈິ່ງປະກາດວ່າ:ຈະປະຕິບັດຂໍ້ຫ້າມໃໝ່ໃນການສົ່ງອອກແລະການສົ່ງອອກອີກສຳລັບວັດຖຸທີ່ມີຄວາມອ່ອນໄຫວໃຫ້ກຳປູເຈຍ,​ແລະຈະປະຕິບັດການຂວ້ຳບາດຫ້າມສົ່ງອາວຸໃຫ້ກຳປູເຈຍ.

ກ່ຽວກັບເລື່ອງນີ້, ທ່ານຫວ່າງເວີນປີ່ນ, ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຂ່າວໃນວັນທີ 9 ທັນວານີ້ວ່າ: ​ຈີນເດັດດ່ຽວສະໜັບສະໜູນກຳປູເຈຍປົກປ້ອງອະທິປະໄຕແລະກຽດສັກສີແຫ່ງຊາດຂອງຕົນຢ່າງໝັ້ນໜຽວ, ຈະຢືນຢູ່ຄຽງຂ້າງກັບປະຊາຊົນກຳປູເຈຍຢ່າງໝັ້ນໜຽວບໍ່ປ່ຽນແປງຕະຫຼອດໄປ.

ທ່ານຫວ່າງເວີນປີ່ນກ່າວວ່າ,​ໃນໄລຍະທີ່ຜ່ານມາ,​ອາເມຣິກາໄດ້ປ່າວປະກາດແລະໃສ່ຮ້າຍປາຍສີການໄປມາຫາສູ່ກັນແລະການຮ່ວມມືອັນເປັນປົກກະຕິລະຫວ່າງຈີນແລະກຳປູເຈຍ, ຂົ່ມຂູ່, ໃຫ້ກົດດັນແລະຂວ້ຳບາດກຳປູເຈຍ, ເຊິ່ງແມ່ນພຶດຕິກຳຂອງລັດທິເຈົ້າອຳນາດແລະການຂົ່ມເຫັງຢ່າງເປີດແປນ, ເຊິ່ງໄດ້ຝ່າຝືນກັບຫຼັກຖານພື້ນຖານຂອງການພົວພັນສາກົນ, ຈີນເດັດດ່ຽວຄັດຄ້ານຕໍ່ເລື່ອງນີ້.

ຄຳ​ເຫັນ

0