秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ດ່ານບໍ່ຫານພະຍາຍາມຢ່າງສຸດຂີດເພື່ອຮັກສາຄວາມປອດໄພ ແລະຄວາມສະດວກຂອງທາງລົດໄຟລາວ-ຈີນ

2021-12-10 16:04:22 cri

ດ່ານບໍ່ຫານພະຍາຍາມຢ່າງສຸດຂີດເພື່ອຮັກສາຄວາມປອດໄພ ແລະຄວາມສະດວກຂອງທາງລົດໄຟລາວ-ຈີນ_fororder_333

ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ດ່ານບໍ່​ຫານ​ໄດ້​ເປີດ​ເຜີຍ​ໃຫ້​ຮູ້​ວ່າ: ຄຽງ​ຄູ່​ກັບ​ທາງ​ລົດ​ໄຟ​ລາວ-ຈີ​ນ​ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການແລ້ວ, ຂະ​ບວນ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ສາ​ກົນ​​ທີ່ຜ່ານ​ການກວດ​ກາ​​ທັງຂາ​ເຂົ້າ ແລະຂາ​ອອກຢູ່​ດ່ານ​ບໍ່​ຫານ ​ໃຊ້​ເວ​ລາ​ພຽງ​ແຕ່ 30 ນາ​ທີ​ເທົ່າ​ນັ້ນ.

ດ່ານ​ບໍ່​ຫານ​ຂອງ​ປະ​ເທດ​ຈີນ​ມີ​ທ່າ​ແຮງ​ດ້ານ​ທີ່​ຕັ້ງ ຍ້ອນ​ຕິດ​ຈອດ​ກັບ​ດ່ານ​ບໍ່​ເຕັນ​ຂອງ​ປະ​ເທດ​ລາວ. ເພື່ອ​ຮັບ​ປະ​ກັນ​ຄວາມ​ສະ​ດວກ ແລະ​ຄວາມ​ປອດ​ໄພ​ຂອງ​ການ​ຜ່ານ​ດ່ານ, ດ່ານກວດ​ກາ​ບໍ່​ຫານ​ໄດ້​ປະ​ສານ​ງານ​ກັບຫຼາຍ​ຝ່າຍ, ປະ​ຕິ​ບັດ​ການ​ຝຶກ​ຊ້ອມ​ຂັ້ນ​ຕອນ​ຂາ​ເຂົ້າ-ຂາ​ອອກ ແລະ​ການ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເຊິ່ງ​ໄດ້​ ​ມາດ​ຕະ​ຖານການ​ຜ່ານ​ດ່ານ​ທີ່​ສະ​ດວກວ່ອງ​ໄວ ແລະ​ມີ​ການ​ຄວບ​ຄຸມ​ທີ່​ເຂັ້ມ​ງວດ.

ຄຳ​ເຫັນ

0