蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຢາ​ຊະ​ນິດ​ພິ​ເສດ​ເພື່ອ​ປິ່ນ​ປົ​ວ​ພະ​ຍາດ​ໂຄວິດ-19 ຊະ​ນິດ​ທຳ​ອິດ​ຂອງ​ຈີນ ໄດ້​ຮັບ​ການ​ອະ​ນຸ​ມັດ​ເຂົ້າ​ສູ່​ຕະຫຼາດ​ແລ້ວ

2021-12-10 14:47:23 CRI

ຢາ​ຊະ​ນິດ​ພິ​ເສດ​ເພື່ອ​ປິ່ນ​ປົ​ວ​ພະ​ຍາດ​ໂຄວິດ-19 ຊະ​ນິດ​ທຳ​ອິດ​ຂອງ​ຈີນ ໄດ້​ຮັບ​ການ​ອະ​ນຸ​ມັດ​ເຂົ້າ​ສູ່​ຕະຫຼາດ​ແລ້ວ_fororder_微信图片_20211210144530

​ວັນ​ທີ 8 ທັນ​ວາ​ນີ້, ຢາ​ຊະ​ນິດ​ພິ​ເສດ​ເພື່ອ​ປິ່ນ​ປົວ​ພະ​ຍາດ​ໂຄວິດ-19 BRII-196/BRII-198 ທີ່ທີມ​ງານ​ມະ​ຫາ​ວິ​ທະ​ຍາ​ໄລ​ຊິງ​ຮ​ວາ​ຂອງ​ຈີນ​ຄົ້ນ​ຄວ້າ​ຜະ​ລິດໄດ້​ຮັບ​ການ​ອະ​ນຸ​ມັດຈາກ​ອົງ​ການ​ຕິດ​ຕາມ​ຄຸ້ມ​ຄອງ​ຢາ​ແຫ່ງ​ຊາດ​ຈີນ​ໃຫ້​ເຂົ້າ​ສູ່​ຕະຫຼາດ ເພື່ອ​ປິ່ນ​ປົວ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ທີ່​​ເຕັມ​ອາ​ຍຸ​ກະ​ສຽນ ແລະ ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທີ່​ມີ​ອາ​ຍຸ​ແຕ່ 12 ຫາ 17 ປີ ທີ່​ມີ​ອາ​ການ​ເບົາ ແລະ ອາ​ການ​ທຳ​ມະ​ດາ​ແຕ່​​ກຳ​ລັງ​ຈະ​ມີ​ອາ​ການ​ໜັກ.

ນີ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ຈີນ​ມີ​ຢາ​ຊະ​ນິດ​ພິ​ເສດ​ເພື່ອ​ປິ່ນ​ປົວ​ພະ​ຍາດ​ໂຄວິດ-19 ຊະ​ນິດ​ທຳ​ອິດ ທີ່​ຈີນ​ຄົ້ນ​ຄວ້າ​ຜະ​ລິດ​ເອງ ​ແລະ ໄດ້​ຜ່ານ​ການຢືນ​ຢັນ​ຜົນ​ການ​ຄົ້ນ​ຄວ້າ​​ຢ່າງ​ເຂັ້ມ​ງວດ.

ຄຳ​ເຫັນ

0