李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນເຫັນວ່າ: ວຽກງານສິດທິມະນຸດຂອງປະເທດໜຶ່ງເຮັດໄດ້ດີຫຼືບໍ່, ສຳຄັນ​ແມ່ນ​ຢູ່​ບ່ອນວ່າ ປະຊາຊົນ​ຮູ້​ສຶກມີຄວາມສຸກເພີ່ມຂຶ້ນຫຼືບໍ່

2021-12-11 14:29:01 cri

ວັນທີ 10 ທັນວາຂອງ​ແຕ່​ລະປີແມ່ນວັນສິດທິມະນຸດໂລກ. ໂດຍແນໃສ່​ບາງປະເທດຕາເວັນຕົກ​ທີ່​ສະ​ແດງ​ຄວາມ​ເປັນ​ຫ່ວງ ຕໍ່ສະພາບສິດທິມະນຸດຂອງຈີນ, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນ​ໄດ້ຕອບຄຳຖາມທີ່ກ່ຽວຂ້ອງໃນກອງປະຊຸມ​ຖະ​ແຫຼງ​ຂ່າວທີ່ຈັດຂຶ້ນໃນມື້ດຽວກັນວ່າ, ຮູບແບບຮັບປະກັນສິດທິມະນຸດຊະນິດໜຶ່ງແມ່ນ​ມີ​ຜົນ​ດີຫຼືບໍ່, ສຳຄັນ​ແມ່ນ​ຢູ່​ບ່ອນວ່າ ​ຮູບ​ແບບ​ຮັບ​ປະ​ກັນ​ນັ້ນ​ແມ່ນສອດຄ່ອງກັບຜົນປະໂຫຍດຂອງປະຊາຊົນຫຼືບໍ່,ວຽກງານສິດທິມະນຸດຂອງປະເທດໜຶ່ງດີຫຼືບໍ່ດີ, ສຳຄັນ​ແມ່ນ​ຢູ່​ບ່ອນວ່າ, ມັນສາມາດເຮັດ​ໃຫ້​ປະ​ຊາ​ຊົນ​ມີຄວາມຮູ້ສຶກ​ວ່າ ໄດ້ຮັບຜົນປະໂຫຍດ​ເພີ່ມ​ຂຶ້ນ, ມີຄວາມສຸກ​ເພີ່ມ​ຂຶ້ນແລະ​ມີຄວາມປອດໄພ​ດີ​ນັ້ນ ໄດ້ຫຼືບໍ່. ຊີວິດການເປັນຢູ່ທີ່ມີຄວາມສຸກຂອງປະຊາຊົນ ຈຶ່ງແມ່ນສິດທິມະນຸດທີ່ໃຫຍ່ກວ່າໝູ່.

ນອກ​ນີ້, ທ່ານວ່າງເວີນປິ່ນຍັງກ່າວເນັ້ນວ່າ, ຈີນ​ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​ຕໍ່ການຊຸກຍູ້ແລະປົກປ້ອງສິດທິມະນຸດ, ປະຫວັດສາດ 100 ປີຂອງພັກກອມມູນິດຈີນ, ກໍແມ່ນ 100 ປີແຫ່ງການຍາດແຍ່ງສິດທິມະນຸດ, ເຄົາລົບສິດທິມະນຸດ, ຮັບປະກັນສິດທິມະນຸດແລະພັດທະນາສິດທິມະນຸດ.
“ຈີນໄດ້ຖືການພັດທະນາຕົນເອງຕິດ​ພັນ​ກັບການພັດທະນາຂອງມວນມະນຸດ ມາໂດຍຕະຫຼອດ, ​ແລະສຸມກຳລັງເຂົ້າໃນການຊຸກຍູ້ການພັດທະນາພາລະກິດສິດທິມະນຸດໂລກຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ​ຈີນສົ່ງເສີມຄ່ານິຍົມຮ່ວມຂອງມວນມະນຸດ ທີ່ມີສັນຕິພາບ, ການພັດທະນາ, ຍຸດຕິທຳ, ປະຊາທິປະໄຕແລະເສລີພາບ, ​ຈີນ​ໃຫ້​ຄວາມ​ເຫັນ, ທັງ​ມີເຈດຈຳນົງ ແລະ​ມີ​ການປະກອບສ່ວນຂອງ​ຕົນ, ເພື່ອເຮັດໃຫ້ການບໍລິຫານສິດທິມະນຸດທົ່ວໂລກ​ໄດ້​ຮັບ​ການ​ປັບ​ປຸງ​ແລະສົມບູນຂຶ້ນ.”

ຄຳ​ເຫັນ

0