何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ເລື່ອງ​ທີ່​ອາ​ເມ​ຣິ​ກາ​ຈັດ​ອັນ​ທີ່​ເອີ້ນ​ວ່າ “ກອງ​ປະ​ຊຸມ​ສຸດຍອດ​​ປະ​ຊາ​ທິ​ປະ​ໄຕ​”

2021-12-11 18:12:40 CRI

ວັນ​ທີ 11 ທັນ​ວາ​ນີ້, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄດ້ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ເລື່ອງ​ທີ່​ອາ​ເມ​ຣິ​ກາ​ຈັດ​ອັນ​ທີ່​ເອີ້ນ​ວ່າ “ກອງ​ປະ​ຊຸມ​ສຸດຍອດ​​ປະ​ຊາ​ທິ​ປະ​ໄຕ”, ໂດຍ​ຊີ້​ອອກວ່າ, ອັນ​ທີ່​ເອີ້ນ​ວ່າ “ກອງ​ປະ​ຊຸມ​ສຸດຍອດ​​​ປະ​ຊາ​ທິ​ປະ​ໄຕ” ໄດ້​ຂີດ​ແບ່ງ​ດ້ວຍ​ຮູບ​ຖານ​ຈິດ​ສຳ​ນຶກ, ໃຊ້​ປະ​ຊາ​ທິ​ປະ​ໄຕ​ເປັນ​ເຄື່ອງ​ມື ແລະ ອາ​ວຸດ, ໃຊ້ ປະ​ຊາ​ທິ​ປະ​ໄຕ​​ເປັນຂໍ້​ອ້າງ​​ເພື່ອ​ຕໍ່​ຕ້ານ​ປະ​ຊາ​ທິ​ປະ​ໄຕ, ຍຸ​ແຍ່​ສົ່ງ​ເສີມ​ການ​ແບ່ງ​ແຍກ ແລະ ການ​ເປັນ​ປໍ​ລະ​ປັກ​ກັນ, ​ເພື່ອ​ຫັນ​ແຫ​ຄວາມ​ສົນ​ໃຈ​ຕໍ່ຄວາມ​ຂັດ​ແຍ່ງ​ພາຍ​ໃນ​ປະ​ເທດ​ຕົນ​ໄປ​ສູ່​ພາຍນອກ, ຮັກ​ສາ​ຖ​າ​ນະ​ການ​ເປັນ​ເຈົ້າ​ອຳ​ນາດ​ຂອງ​ອາ​ເມ​ຣິ​ກາ​ໃນ​ໂລກ, ທຳ​ລາຍ​ລະ​ບົບ​ສາ​ກົນທີ່​ຖື​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເປັນ​ແກນ​ກາງ ແລະ ລະ​ບຽບ​ການ​ສາ​ກົນ​ທີ່​ຖື​ກົດ​ໝາຍ​ສາ​ກົນ​ເປັນ​ພື້ນ​ຖານ. ​ການ​ກະ​ທຳ​ຂອງອາ​ເມ​ຣິ​ກາ​ເປັນ​ການ​ຝ່າ​ຝືນ​ກັບ​ກະ​ແສ​ປະ​ຫວັດ​ສາດ, ໄດ້​ຖືກ​ປະ​ຊາ​ຄົມ​ໂລກ​ຄັດ​ຄ້ານ​ໂດຍ​ທົ່ວ​ໄປ.

ໂຄ​ສົກ​ທ່ານນີ້​ຊີ້​ໃຫ້​ເຫັນ​ວ່າ, ປະ​ຊາ​ທິ​ປະ​ໄຕ​ແບບ​ອາ​ເມ​ຣິ​ກາ​ໃນ​ທຸກ​ມື້​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຜິດ​ປົກ​ກະ​ຕິ​ຢ່າງຫຼວງຫຼາຍ, ການ​ເມືອງ​ທີ່​ເນັ້ນ​ເງິນ​ຄຳ, ການ​ເມືອງ​ທີ່​ເນັ້ນ​ສະ​ຖາ​ນະ​ພາບ, ການ​ເປັນ​ປໍ​ລະ​ປັກ​ກັນ​ລະ​ຫວ່າງ​ພັກ​ຝ່າຍ​ການ​ເມືອງ, ການເມືອງ​ຫັນ​ເປັນ​ຂົ້ວ, ການ​ແບ່ງ​ແຍກ​ທາງ​ສັງ​ຄົມ, ຄວາມ​ຂັດ​ແຍ່ງ​ກັນ​ລະ​ຫວ່າງ​ເຊື້ອ​ຊາດ, ​ຄວາມ​ແຕກ​ໂຕນ​ກັນ​ລະ​ຫວ່າງ​ຜູ້​ຮັ່ງ​ມີ​ກັບ​ຜູ້​ທຸກ​ຍາກ​​ຂະ​ຫຍາຍ​ວົງກວ້າງ​ອອກ ແລະ ບັນ​ຫາ​ອື່ນໆ​ນັບ​ມື້ນັບ​ຮຸນ​ແຮງ​ຂຶ້ນ. ຜົນ​ການ​ສຳຫຼວດ​ທີ່​ກ່ຽວ​ຂ້ອງ​ສະ​ແດງ​ໃຫ້​ເຫັນ​ວ່າ, ຊາວ​ອາ​ເມ​ຣິ​ກາ 72%ເຫັນ​ວ່າ​ອາ​ເມ​ຣິ​ກາ​ບໍ່​ເປັນ “ແບບ​ຢ່າງ​ດ້ານ​ປະ​ຊາ​ທິ​ປ​ະ​ໄຕ” ທີ່​ສາ​ມາດ​ໃຫ້​ປະ​ເທດ​ອື່ນ​ຮຽນ​ແບບໄດ້​ອີກ, ຜູ້​ໃຫ້​ສຳ​ພາດ 44% ໃນ​ໂລກ​ເຫັນ​ວ່າ ອາ​ເມ​ຣິ​ກາ​ເປັນ​ໄພ​ຂົ່ມ​ຂູ່​ໃຫຍ່​ທີ່​ສຸດ​ຕໍ່​ປະ​ຊາ​ທິ​ປະ​ໄຕ​ຂອງ​ໂລກ.

ໂຄ​ສົກ​ທ່ານ​ນີ້​ກ່າວ​ເນັ້ນ​ອີກ​ວ່າ, ເສັ້ນ​ທາງ​ປະ​ຊ​າ​ທິ​ປ​ະ​ໄຕ​ຂອງ​ບັນ​ດາ​ປະ​ເທດ​ຄວນ​ໃຫ້​ປະ​ຊາ​ຊົນ​ຂອງ​ປະ​ເທດ​ຕົນ​ເປັນ​ຜູ້​ຄັດ​ເລືອກ​ຢ່າງ​ເປັນ​ເຈົ້າ​ຕົ​ນ​ເອງ, ແຕ່​ບໍ່​ຄວນ​ຖືກ​ບີບ​ບັງ​ຄັບ​​ຈາກ​ພາຍນອກ. ປະ​ເທດ​ໜຶ່ງ​ແມ່ນ​ປະ​ເທດ​ປະ​ຊາ​ທິ​ປ​ະ​ໄຕຫຼື​ບໍ່, ຄວນ​ໃຫ້​ປະ​ຊາ​ຊົນ​ຂອງ​ປະ​ເທດ​ນັ້ນ​ເປັນ​ຜູ້​ຕັດ​ສິນ, ແຕ່​ບໍ່​ຄວນ​ຖືກ​ຊີ້​ໄມ​ຊີ້​ມື​ຈາກ​ບຸກ​ຄົນ​ສ່ວນ​ໜ້ອຍ​ຂອງ​ພາຍນອກ.

​ສຸດ​ທ້າຍ, ໂຄ​ສົກ​ທ່ານ​ນີ້​ໄດ້​ກ່າວ​ເນັ້ນ​ວ່າ, ຈີ​ນ​ຍິນ​ດີ​ຮ່ວມ​ກັບ​ບັນ​ດາ​ປະ​ເທດ, ​ສົ່ງ​ເສີມ​ຄ່າ​ນິ​ຍົມ​ຮ່ວມ​ຂອງມວນ​ມະ​ນຸດ ຄື: ສັນ​ຕິ​ພາບ ການ​ພັດ​ທະ​ນາ, ຄວາມ​ຍຸດ​ຕິ​ທຳ, ຄວາມ​ເປັນ​ທຳ, ປະ​ຊາ​ທິ​ປະ​ໄຕ ແລະ ເສ​ລີ​ພາບ, ຕັ້ງ​ໜ້າ​ຊຸກ​ຍູ້​ການ​ພົວ​ພັນ​ສາ​ກົນ​ຫັນ​ເປັນ​ແບບ​ປະ​ຊາ​ທິ​ປະ​ໄຕ, ໃຫ້​ມີ​ຄວາມ​ສາ​ມັກ​ຄີ​ກັນ ແຕ່​ບໍ່​ໃຫ້​ມີ​ການ​ແບ່ງ​ແຍກ, ໃຫ້​ມີ​ການ​ສົນ​ທະ​ນາ​ກັນ ແຕ່​ບໍ່​ເປັນ​ປໍ​ລະ​ປັກ​ກັນ, ໃຫ້​ມີ​ປະ​ຊາ​ທິ​ປະ​ໄຕ ແຕ່​ບໍ່​ໃຫ້​ມີ​ເຈົ້າ​ອຳ​ນາດ, ເດັດ​ດ່ຽວ​ຄັດ​ຄ້ານ​ການ​ກະ​ທຳ​ຊະ​ນິດ​ຕ່າງໆ​ທີ່​ເປັນປະ​ຊາ​ທິ​ປະ​ໄຕ​ແບບ​ຈອມ​ປອມ, ຕ້ານ​ປະ​ຊາ​ທິ​ປະ​ໄຕ ແລະ ຫຼິ້ນ​ການ​ເມືອງ​ດ້ວ​ຍ​ຂໍ້​ອ້າງ​ປະ​ຊາ​ທິ​ປະ​ໄຕ​ໃນ​ທຸກ​ຮູບ​ແບບ, ​ພະ​ຍາ​ຍາມ​ຢ່າງ​ບໍ່​ລົດ​ລະ​ເພື່ອ​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ.

 

ຄຳ​ເຫັນ

0