何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ສົ່ງ​ສານ​ຊົມ​ເຊີຍເຖິງ​ເວ​ທີ​ປຶກ​ສາ​ຫາ​ລື​ວິ​ທະ​ຍ​າ​ສາດ​ເຂດ​ອ່າວ​ໃຫຍ່​ປີ 2021

2021-12-11 16:25:28 CRI

ທ່ານ​ສີ​ຈິ້ນ​ຜິງ​ສົ່ງ​ສານ​ຊົມ​ເຊີຍເຖິງ​ເວ​ທີ​ປຶກ​ສາ​ຫາ​ລື​ວິ​ທະ​ຍ​າ​ສາດ​ເຂດ​ອ່າວ​ໃຫຍ່​ປີ 2021_fororder_大湾区

ວັນ​ທີ 11 ທັນ​ວາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ ສານ​ຊົມ​ເຊີຍ​​ເຖິງ​ເວ​ທີ​ປຶກ​ສາ​ຫາ​ລື​ວິ​ທະ​ຍ​າ​ສາດ​ເຂດ​ອ່າວ​ໃຫຍ່ກວາງ​ຕຸ້ງ-ຮົງ​ກົງ-ມາ​ກາວ​ປີ 2021.

ທ່ານ​ສີ​ຈິ້ນ​ຜິງ​ຊີ້​ອອກວ່າ, ໃນ​ໂລກ​ປະ​ຈຸ​ບັນ​ພວມ​​ປະ​ເຊີນ​ກັບ​ການ​ປ່ຽນ​ແປງ​ອັນ​ໃຫຍ່ຫຼວງ​ທີ່​ບໍ່​ເຄີຍ​ມີ​ມາ​ໃນ​ຮອບ​ຮ້ອຍ​ປີ​, ການ​ປະ​ດິດ​ສ້າງ​ໃໝ່​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຂອງ​ໂລກ​ໄດ້​ເຂົ້າ​ສູ່​ໄລ​ຍະ​ທີ່​ເຄື່ອນ​ໄຫວ​ຢ່າງ​ຟົດ​ຟື້ນ, ການ​ປ​ະ​ຕິ​ຮູບ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ ແລະ ການ​ປ່ຽນ​ແປງ​ໃໝ່​ດ້ານ​ອຸດ​ສາ​ຫະ​ກຳ​ຮອບ​ໃໝ່​ໄດ້ມີ​ບົດ​ບາດ​ຢ່າງ​ເລິກ​ເຊິ່ງ​ຕໍ່​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຂອງ​ໂລກ. ເຂດ​ອ່າວ​ໃຫຍ່ກວາງ​ຕຸ້ງ-ຮົງ​ກົງ-ມາ​ກາວ​ຕ້ອງ​ປິ່ນ​ອ້ອມ​ຍຸດ​ທະ​ສາດ​ທີ່​ສ້າງ​ສູນ​ປະ​ດິດ​ສ້າງ​ໃໝ່​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​​ໃນ​ສາ​ກົນ, ພະ​ຍາ​ຍາມ​ສ້າງ​ຈຸດ​ຍຸດ​ທະ​ສາດ​​ໃນ​ການ​ປະ​ດິດ​ສ້າງ​ໃໝ່ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຂອງ​ໂລກ, ຊຸກ​ຍູ້​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ທີ່​ເກີດ​ຂຶ້ນ​ໃໝ່. ຈີນ​ຍິນ​ດີ​ຮ່ວມ​ກັບ​ນັກ​ວິ​ທະ​ຍາ​ສາດ​ຂອງ​ບັນ​ດາ​ປະ​ເທດ ແລະ ອົງ​ການ​ຈັດ​ຕັ້ງ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ສາ​ກົນ, ຮັດ​ແໜ້ນ​ການ​ແລກ​ປ່ຽນ ແລະ ​ການຮ່ວມ​ມື​ສາ​ກົນ, ເພີ່ມ​ທະ​ວີ​ການ​ຄົ້ນ​ຄວ້າ​ບັນ​ຫາ​ສຳ​ຄັນ​ດ້ານ​ວິ​ທະ​ຍາ​ສາດ, ຊຸກ​ຍູ້​ການ​ແກ້​ໄຂ​ບັນ​ຫາ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ທີ່​ມີ​ລັກ​ສະ​ນະ​ຄ້າ​ຍ​ຄື​ກັນ, ລົງ​ເລິກ​ການ​ປະ​ສານ​ງານ​ໃນ​ໂຄງ​ການ​ວິ​ທະ​ຍາ​ສາດ​ທີ່​ສຳ​ຄັນ, ຮ່ວມ​ກັນ​ຊຸກ​ຍູ້​ການ​ພັດ​ທະ​ນາ​ພາ​ລະ​ກິດ​ວິ​ທະ​ຍ​າ​ສາດ​ຂອງ​ໂລກ, ສ້າງ​ຄວາມ​ສຸກ​ໃຫ້​ກັບ​ມວນ​ມະ​ນຸດຫຼາຍກວ່າ​ເກົ່າ.

ຄຳ​ເຫັນ

0