ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ຕາມຂ່າວCRI: ໜັງສືພິມ “ຊີນໂຊເດລີ” ຂອງມາເລເຊຍລາຍງານໃນວັນທີ 10 ທັນວານີ້ວ່າ: ມາເຣເຊຍໄດ້ຊະນະໃນການເລືອກຕັ້ງປະເທດສະມາຊິກປະເພດ C
ໃນກອງປະຊຸມໃຫຍ່ອົງການວຽກງານທາງທະເລສາກົນຫຼື LMO ແລະໄດ້ຮັບການເລືອກຕັ້ງເປັນປະເທດສະມາຊິກຂອງສະພາມົນຕີຊຸດໃໝ່ຈາກປີ 2022 ຫາປີ 2023.
ການລາຍງານຂ່າວໄດ້ອ້າງຕາມຖະແຫຼງການຂອງທ່ານວີຄາຊີງ,ລັດຖະມົນຕີກະຊວງຄົມມະນາຄົມມາເຣເຊຍໃນວັນທີ 10 ທັນວານີ້ວ່າ:ກອງປະຊຸມໃຫຍ່ອົງ
ການວຽກງານທາງທະເລສາກົນຄັ້ງທີ 32 ໄດ້ຈັດຂຶ້ນແຕ່ວັນທີ 6 ຫາວັນທີ 15 ທັນວານີ້,ມາເຣເຊຍໄດ້ຮັບການເລືອກຕັ້ງເປັນປະເທດສະມາຊິກຂອງ
ສະພາມົນຕີນັບແຕ່ສະໄໝປີ 2006 ຫາປີ 2007ແລະເທື່ອນີ້ແມ່ນມາເລເຊຍໄດ້ຮັບການເລືອກຕັ້ງເປັນ 9 ເທື່ອລຽນຕິດແລ້ວ.
ອົງການວຽກງານທາງທະເລສາກົນແມ່ນອົງການສະເພາະກິດຂອງອົງການສະຫະປະຊາຊາດທີ່ຮັບຜິດຊອບຄວາມປອດໄພດ້ານການເດີນເຮືອເທິງທະເລແລະການປ້ອງກັນບໍ່ໃຫ້ເກີດມົນລະພິດທະເລໃນການເດີນເຮືອ.
ຄຳເຫັນ
0